spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພວກນັກຄົ້ນຄ້ວາ ຍັງພະຍາຍາມ ຊອກຫາ ຢາປ້ອງກັນ ​​ເຊື້ອໂຣກໄຂ້ຍຸງ ທີ່ໄດ້ຜົນກ່ວາເກົ່າ ຍ້ອນມີ ສາຍພັນໃໝ່ ທີ່ຕໍ່ຕ້ານຢາ

ພວກນັກຄົ້ນຄ້ວາ ຍັງພະຍາຍາມ ຊອກຫາ ຢາປ້ອງກັນ ​​ເຊື້ອໂຣກໄຂ້ຍຸງ ທີ່ໄດ້ຜົນກ່ວາເກົ່າ ຍ້ອນມີ ສາຍພັນໃໝ່ ທີ່ຕໍ່ຕ້ານຢາ

Published on

ວັນ​ມາ​ເລເຣຍ​ໂລກ
ວັນ​ມາ​ເລເຣຍ​ໂລກ

ວັນ​ສຸກວານ​ນີ້ ​ທີ 25 ເມສາ ​ເປັນວັນ​ມາ​ເລເຣຍ​ໂລກ. ມາ​ເລ
​ເຣຍ​ແມ່ນ​ ພະຍາດ​ທີ່ສັງຫານ​ມະ​ນຸດ ຫຼາຍກວ່າ 600,000
ຄົນ​ໃນ​ແຕ່ລະ​ປີ ​ແລະເຮັດ​ໃຫ້​ຄົນ ຈຳນວນຫຼວງຫຼາຍ​ກວ່າ​ນັ້ນ
ເຈັບ​ປ່ວຍ. ​ໃນ​ວັນມາ​ລາ​ເຣຍ​ໂລກ ທາງ​ກາ​ນສາທາລະນະ​ສຸກ
​ແມ່ນ​ຈະ​ສຳ​ຫລວດ​ເບິ່ງກ່ຽວ​ກັບໂຣກ​ໄຂ້ຍຸງ​ນີ້ ວ່າ​ໄດ້​ການ​ດຳ​
ເນີນການ​ແບບ​ໃດ​ແດ່ເພື່ອຄວບ​ຄຸມ​ມັນ ​ແລະ ຍັງ​ມີສິ່ງໃດ​ແດ່
ທີ່ຈະ​ຕ້ອງໄດ້​ເຮັດຕື່ມອີກ. ອິງ​ຕາມ​ລາຍ​ງານ​ຂອງຜູ້​ສື່​ຂ່າວວີ​
ໂອ​ເອ Carol Pearson ກໍ​ແມ່ນ​ວ່າ ບັນດານັກ​ວິ​ທະຍາ​ສາດ
​ທາງ​ການ​ແພດ ​ໄດ້​ທຳ​ຄວາມ​ຄືບໜ້າ​ຢ່າງ​ຫລວງຫລາຍ ​ໃນ​
ການ​ຄວບຄຸມ​ມາ​ເລເຣຍ ຫລື​ໄຂ້ຍຸງ​ນັ້ນ ​ແຕ່​ອາດຈະ​ຕ້ອງໄດ້
​ປະ​ເຊີນ​ກັບ​ເຊື້ອ​ພະຍາດ​ໄຂ້ຍຸງ ທີ່ເປັນ​ອັນຕະລາຍ ​ແລະ​ເຮັດ
​ໃຫ້​ສະພາບ​ການປ່ຽນ​ໄປ​ໄດ້ ຊຶ່ງດາຣາຈະ​ນຳ​ມາສະ​ເໜີ​ທ່ານ. ​
​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຫລາຍ​ທີ່​ສຸດ ຈາກ​ໂຣກ​ມາເລ​ເຣຍຫລື​ໄຂ້ຍຸງ ແມ່ນເດັກນ້ອຍຢູ່​ໃນ
​ຂົງ​ເຂດ​ອາ​ເມຣິກາ​ລາ​ຕິນ ​ແລະ​ເອ​ເຊຍ. ​ແຕ່ສ່ວນ​ໃຫຍ່ແມ່ນ​ຢູ່​ເຂ​ດ​ໃຕ້ທະ​ເລ​ຊາຍ ຊາ​ຮາຣາ
ລົງ​ໄປ ​ໃນອາ​ຟຣິກາ ທີ່​ເປັນ​ບ່ອນ​ທີ່​ມີ​ການ​ພົບ​ເຫັນ ເຊື້ອພະຍາດ​ມາ​ເລ​ເຣຍ ສາຍ​ພັນທີ່​ອັນ
ຕະລາຍຫຼາຍທີ່​ສຸດ.​

ດອກ​ເຕີ້ Anthony Fauci ​ເປັນ​ຫົວໜ້າ​ພະ​ແນ​ກ​ໂຣກຕິດ​ແປດ​ຂອງ ສະ​ຖາ​ບັນອະນາໄມ​
ແຫ່ງ​ຊາດ​ສະຫະລັດ ຫຼື NIH.

ດອກ​ເຕີ້ Fauci ​ເວົ້າວ່າ:
“​ໃນ​ທຸກໆ 60 ວິນາທີ ແມ່ນ​ມີເດັກທາລົກຄົນ​ນຶ່ງ ຕາຍ​ຍ້ອນ​ໄຂ້ມາ​ເລ​ເຣຍ
ປົກກະຕິ​ແລ້ວ​ແມ່ນ​ຢູ່
 ເຂ​ດ​ໃຕ້ທະ​ເລ​ຊາຍ ຊາ​ຮາຣາ ​ໃນອາ​ຟຣິກາ.”  

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ແມ່ນ​ຈະ​ພິການ​ສະໝອງ​ຢ່າງ​ຖາວອນ ເປັນ​ໂຣກຊັກ ​ຕາບອດ
ຫລື​ບໍ່ກໍ​ ຫູໜວກ.

​ຍຸງໂດຍ​ທົ່ວ​ໄປ ບໍ່ພາ​ໃຫ້​ເປັນ​ມາ​ເລ​ເຣຍ ​ແຕ່​ວ່າ​ມີ​ຍຸງ​ຊະນິດ​ນຶ່ງທີ່​ເອີ້ນ​ວ່າ ຍຸງ anopheles
ສາມາດ​ແຜ່​ເຊື້ອ​ກາ​ຝາກ ທີ່​ພາ​ໃຫ້​ເປັນ​ໄຂ້ມາເລເຣຍ ​ແລະ​ຜູ້​ທີ່​ເປັນ​ໂຣກນີ້ ກໍ​ສາມາດແຜ່
​ເຊື້ອກາ​ຝາກ​ນີ້ ​ໄປ​ໃສ່​ພວກ​ຍຸງ​ທີ່​ບໍ່​ມີ​ເຊື້ອ ທີ່​ມາ​ກັດ​ຜູ້ກ່ຽວ ​ແລ້ວ​ຍຸງ​ເຫລົ່າ​ນັ້ນ​ກໍ​ນຳ​ເອົາ​
ເຊື້ອກາຝາກ​ນີ້ ​ໄປ​ແຜ່​ຕໍ່​ໃສ່​ໃຫ້​ຄົນ​ອື່ນໆ ​ແລະ​ກົງ​ກວຽນ​ນີ້​ກໍ​ຈະ​ໝຸນ​ວຽນ​ໄປ​ເລື້ອຍໆຢ່າງ​
ບໍ່​ຢຸດ​ຢັ້ງ.

ດອກ​ເຕີ້ Peter Agre ທີ່​ມະຫາວິທະຍາ​ໄລ ​ Johns Hopkins ກ່າວ​ວ່າ ​ໂຣກ​ໄຂ້ຍຸງ ​
ເປັນ​ພະຍາດ​ຂອງ​ຄົນ​ທຸກ.

ດອກ​ເຕີ້​ Agre ເວົ້າ​ວ່າ:  ຜູ້​ຄົນ​ເຈັບ​ເປັນ ກໍ​ຍ້ອນ​ວ່າ ​ເຂົາ​ເຈົ້າ​ທຸກ​ຍາກ ​ແລະ
​ເຂົາ​ເຈົ້າ​ທຸກ ກໍ​ຍ້ອນ​ເຂົາ​ເຈົ້າ​ເຈັບ​ເປັນ.”

ດອກ​ເຕີ້​ Agre ເວົ້າ​ເປັນ​ຫົວໜ້າ  ສະ​ຖາ​ບັນ​ຄົ້ນ​ຄ້ວາ​ມາ​ເ​ລ​ເຣຍ Johns Hopkins.
ທ່ານ​ກ່າວ​ວ່າ ບັນດາປະ​ເທດ​ທີ່​ພັດທະນາ​ແລ້ວ ສາມາດ​ກຳຈັດ​ໂຣກມາ​ເລ​ເຣຍ ​ໂດຍ​
ການ​ຖົມພວກ​ບຶງໜອງ ​ໃນ​ບັນດາ​ສິ່ງ​ອື່ນໆ​ທີ່​ເຂົາ​ເຈົ້າ​ເຮັດ ​ແຕ່​ປະ​ເທດ​ທີ່​ທຸກ​ຍາກ ບໍ່​
ສາມາດ​ເຮັດ​ເຊັ່ນ​ນັ້ນ​ໄດ້. ​

ແຕ່​ວ່າ ​ເວລາ​ນີ້ ກຳລັງ​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ອີກ​ຄັ້ງໃໝ່ ​ເພື່ອຄວບ​ຄຸມ​ໂຣກ​
ໄຂ້ຍຸງ ບໍ່​ໃຫ້​ແຜ່​ລາມ​ອອກ​ໄປ ຈົນ​ຄວບ​ຄຸມ​ບໍ່​ໄດ້. ​ເງິນທຶນ​ທີ່​ມີ​ການ​ອະນຸມັດ​ໃຫ້ ​ເພື່ອ​ເອົາ​
ໄປ​ຊື້​ມຸ້ງຢາຍ​ຄົນ​ທຸກ ຊື້​ຢາ​ສີດ​ຂ້າຍຸງ ກວດ​ຫາ​ໂຣກ​ໄຂ້ຍຸງ ​ແລະ​ຊື້​ຢາປົວ​ພະຍາ​ດັ່ງກ່າວ ​
ແມ່ນ​ໄດ້​ຕັດ ອັດຕາ​ການ​ຕາຍ​ຍ້ອນ​ພະຍາດ​ນີ້​ລົງ ​ເກືອບ​ຮອດ 50 ສ່ວນ​ຮ້ອຍ​ແລ້ວ. ​ແຕ່
ກໍຍັງ​ມີ​ອີກ​ຫລາຍ​ຢ່າງ​ຢູ່ ​ທີ່​ຈະ​ຕ້ອງ​ໄດ້​ເຮັດ.

ດອກ​ເຕີ້​ Agre ເວົ້າ​ວ່າ: “ຢູ່ສະ​ຖາ​ບັນ​ຄົ້ນ​ຄ້ວາ​ມາ​ເ​ລ​ເຣຍ Johns Hopkins
ພວກ​ເຮົາ​ມີນັກວິທະຍາສາດ ປະມານ 20 ຄົນ ​ແລະ​ເຂົາ​ເຈົ້າ​ກໍ​ກຳລັງ​ເຮັດ​ວຽກ
ຄົ້ນ​ຄ້ວາ​ກ່ຽວ​ກັບດ້ານ​ຕ່າງໆ ຂອງ​ບັນຫາ​ໂຣກ​ໄຂ້​ມາ​ເລເຣຍນີ້. ຍຸງ​ກໍ​ແມ່ນ​ສ່ວນ​
ນຶ່ງ​ຂອງ​ມັນ ​ແລະ​ຂ້າພະ​ເຈົ້າ​ກໍ​ກ້າ​ທີ່​ຈະ​ເວົ້າ​ວ່າ ມັນ​ແມ່ນ​ນຶ່ງ​ໃນ​ຫລາຍໆດ້ານ​ທີ່
ປະສົບ​ຜົນສຳ​ເລັດ​ທີ່​ສຸດ ຂອງ​ການ​ຄົ້ນ​ຄ້ວາ​ຂອງ​ພວກ​ເຮົາ.”

ພວກນັກ​ຄົ້ນ​ຄ້ວາ​ກຳລັງ​ພະຍາຍາມ ​ປ່ຽນ​ພັນທຸ​ກຳ ຂອງ​ຍຸງ​ທີ່​ມີ​ເຊຶ້ອກາ​ຝາກ​ຂອງ​ມາ
​ເລ​ເຣຍນັ້ນ ​ເພື່ອ​ບໍ່​ໃຫ້​ມັນ​ເອົາ​ເຊື້​ອ​ໄປ​ແຜ່​ໃສ່​ຄົນ. ສ່ວນ​ການ​ຄົ້ນຄ້ວາ​ອື່ນໆ ​ແມ່ນ​ພົວພັນ
ກັບ​ການ​ພັດທະນາ​ຢາປິ່ນປົວ​ຊະນິດ​ໃໝ່ ຫລືຢາວັກ​ຊີ​ນຊະນິດ​ໃໝ່.

​ດອກ​ເຕີ້ Fauci ​ເວົ້າວ່າ: “ພວກ​ເຮົາ​ໄດ້​ປະສົບ​ກັບ​ຄວາມ​ຜິດ​ຫວັງ​ແລະ​ທໍ້​ແທ້
ມາ​ເປັນ​ເວລາ​ຫລາຍ​ປີ ຍ້ອນ​ບໍ່​ສາມາດ​ພັດທະນາ​ຢາ​ວັກ​ຊີ​ນ ຫລື​ຢາ​ປ້ອງ​ກັນ​
ໂຣກ​ໄຂ້ຍຸງ​ ທີ່​ມີ​ປະສິດທິ​ຜົນ​ສູງ.”

ຢູ່​ເລາະ​ຕາມ​ເຂດ​ຊາຍ​ແດນ ລະຫວ່າງ​ໄທ-ກຳປູ​ເຈຍ​ນັ້ນ ຢາ​ທີ່​ໃຊ້ປົວ​ໄຂ້​ມາ​ເລ​ເຣຍ
ແມ່ນໃຊ້ເວລາດົນຫລາຍຂຶ້ນ ກ່ວາຈະ​ເຫັນຜົນ.ໂດຍທົ່ວໄປແລ້ວ ນັ້ນແມ່ນຮ່ອງຮອຍ
ອັນທຳອິດທີ່ສະແດງວ່າ ເຊື້ອໂຣກໄຂ້ຍຸງ ມີອາການຕໍ່ຕ້ານຢາແລ້ວ ຊຶ່ງພວກນັກຄົ້ນ
ຄ້ວາທຳນາຍວ່າ ຖ້າປ່ອຍໃຫ້ມັນແຜ່ລາມໄປ ກໍຈະມີຜູ້ຄົນຕາຍເປັນລ້ານໆ.

ດອກ​ເຕີ້ Fauci ​ເວົ້າອີກວ່າ: “ສິ່ງທີ່ສຳຄັນແທ້ໆ ທີ່ພວກເຮົາຫວັງຢາກບັນລຸນັ້ນ
ກໍຄືວ່າ ມື້ໃດມື້ນຶ່ງ ຊຶ່ງຕອນນີ້ພວກເຮົາກໍຍັງຄາດຄະເນບໍ່ໄດ້ ເທື່ອວ່າ ຍາມໃດ
ແທ້ນັ້ນພວກເຮົາຈະສາມາດກຳຈັດໄຂ້ຍຸງຫລືພະຍາດ ມາເລເຣຍແລະຖອນ
ຮາກຖອນໂຄນພະຍາດນີ້ໄດ້ ຢ່າງສິ້ນເຊີງ ໂດຍ ການນຳໃຊ້ ວິທີການປິ່ນປົວ
ແບບປະສົມປະສານກັນ ຄືໃຊ້ວິທີການ ປ້ອງກັນແບບປະສົມກັນ ເຊັ່ນການໃຊ້
ມຸ້ງກາງນອນແລະອື່ນໆນຳແດ່ ນັ້ນກັບຢາວັກຊີນທີ່ດີໆ ປະສົມກັນ.”

ແລະຖ້າຫາກສິ່ງນັ້ນເກີດຂຶ້ນແທ້ໆແລ້ວ ກໍແມ່ນຈະຊ່ວຍພວກເດັກນ້ອຍ ແລະຄອບຄົວ
ຂອງພວກເຂົາ ຕະຫລອດຮອດພວກປະເທດ ທີ່ທຸກຍາກທີ່ສຸດ ຂອງໂລກ ນຳ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...