spot_img
Homeຂ່າວພາຍ​ໃນເງິນ­ເດືອນ​ລັດ​ເບີກ​ຊ້າ ຄາ​ຢູ່​ຂອດ​ທ້ອງ­ຖິ່ນ

ເງິນ­ເດືອນ​ລັດ​ເບີກ​ຊ້າ ຄາ​ຢູ່​ຂອດ​ທ້ອງ­ຖິ່ນ

Published on

653ede90-b32f-43b2-85dd-e23cbde28a58

 

ລັດ­ຖະ­ບານ​ເປີດ­ເຜີຍ​ ເຖິງ​ຕົ້ນ​ບັນ­ຫາ​ການ​ເບີກ​ຈ່າຍ​ເງິນ­ເດືອນ​ພະ­ນັກ­ງານລັດ­ຖະ­ກອນ​ຫຼ້າ​ຊ້າ​ ແມ່ນ​ຄາ​ຢູ່​ຂອດ​ປະ­ສານ

​ງານ​ລະ­ຫວ່າງ​ແຂວງ​ກັບ​ເມືອງ ອັນ​ມີສາຍ­ເຫດ​ມາ​ຈາກ ​ຂັ້ນ​ຕອນ​ການ​ດຳ­ເນີນ​ດ້ານ​ເອ­ກະ­ສານ​ການ​ຈ່າຍ ແລະ ການ​ຂໍ

ຖອນ ຂະ­ນະ​ທີ່​ເງິນ­ເດືອນ​ງວດ​ທຳ​ອິດ​ຂອງ​ສົກ​ນີ້ ​ກະ­ຊວງ​ການ​ເງິນ​ໄດ້​ໂອນ​ໃຫ້ທ້ອງ­ຖິ່ນ​ໝົດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

 

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ເຖິງ​ແມ່ນ​ລັດ­ຖະ­ບານ​ ກໍ​ຄື​ກະ­ຊວງ​ການ​ເງິນ​ໄດ້​ມີຄວາມ​ພະ­ຍາ­ຍາມ​ຢ່າງ​ຈິງຈັງ​ກໍ​ຕາມ ຕໍ່​ກັບ​ການ

​ເບີກ​ຈ່າຍ​ເງິນ­ເດືອນ​ພະ­ນັກ­ງານລັດ​ໃຫ້​ທັນ​ກັບ​ເວ­ລາ​ ໂດຍ​ຖື​ເປັນ​ວຽກ​ບຸ­ລິ­ມະ­ສິດ​ທີ​ໜຶ່ງ ແຕ່​ຂະ­ນະ​ນີ້​ບັນ­ຫາ​ດັ່ງ­ກ່າວ ກໍ​ຍັງ

​ມີ​ຄວາມ​ຫຍຸ້ງ­ຍາກ ແລະ ຫຼ້າ​ຊ້າ​ຢູ່ ອັນ​ມີ​ຜົນ​ກະ­ທົບ​ຢ່າງ​ຕໍ່​ເນື່ອງ​ຕໍ່​ຖັນ​ແຖວພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ ໃນ​ຂອບ​ເຂດ​

ທົ່ວ​ປະ­ເທດ​ທີ່​ມີ​ລາຍ​ຮັບ​ທາງ​ດຽວ ຄື​ເງິນ­ເດືອນ​ເພື່ອ​ລ້ຽງ​ຊີບ ແລະ ຄອບ­ຄົວ.

 

ແນວ­ໃດ​ກໍ​ດີ ທີ່​ສະ­ພາ​ແຫ່ງ​ຊາດ​ວັນ​ທີ 25 ທັນ­ວາ​ນີ້ ທ່ານ ບຸນ​ຊຸ່ມ ສີ­ສະ​ຫວັດ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ການ​ເງິນ​ໄດ້​ຊີ້​ແຈງ

​ຕໍ່​ຂໍ້​ຊັກ​ຖາມ​ຂອງ​ປະ­ຊາ­ຊົນ​ ທີ່​ໂທຜ່ານ​ສາຍ​ດ່ວນ​ສະ­ພາ​ກ່ຽວ​ກັບ​ບັນ­ຫາ​ນີ້​ວ່າ: ສຳ­ລັບ​ການ​ເບີກ​ຈ່າຍ​ເງິນ­ເດືອນ​ທີ່ຫຼ້າ​ຊ້າ​ນັ້ນ

​ແມ່ນ​ຈະ​ເກີດ​ຂຶ້ນ​ຢູ່​ ໃນ​ລະ­ຫວ່າງ​ການ​ປະ­ສານ​ງານ​ຂອງ​ແຂວງ​ກັບເມືອງ ຊຶ່ງ​ມີ​ສາ­ເຫດ​ມາ​ຈາກ​ຂັ້ນ​ຕອນ​ການ​ດຳ­ເນີນ​ເອ­

ກະ­ສານ​ການ​ເບີກ​ຈ່າຍ ແລະ ຂອດ​ການ​ຂໍ​ຖອນ.

 

ສຳ­ລັບ​ກະ­ຊວງ​ການ​ເງິນ ທ່ານ ບຸນ​ຊຸ່ມ ສີ­ສະ​ຫວັດ ລະ­ບຸ​ວ່າ: ໃນ​ເດືອນ 11 ໄດ້​ອອກ​ແຈ້ງ​ການ​ກ່ຽວ​ກັບ​ມາດ​ຕະ­ການ​ແກ້​ໄຂ

​ເງິນ­ເດືອນ ແລະ ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​ຈາກ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ເປັນ​ຜູ້​ຕິດ­ຕາມ​ຊຸກ­ຍູ້ ຊຶ່ງ​ປະ­ຕິ­ບັດ​ແຈ້ງ ການ​

ດັ່ງ­ກ່າວ​ກະ­ຊວງ​ກໍ​ໄດ້​ມີ​ການ​ແຕ່ງ­ຕັ້ງ​ຄະ­ນະ​ລົງ​ໄປ​ຊຸກ­ຍູ້​ ຕິດ­ຕາມ​ໂດຍ​ແມ່ນ​ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ການ​ເງິນ​ເປັນ​ຫົວ

­ໜ້າ​ຄະ­ນະ​ດັ່ງ­ກ່າວ.

 

ພ້ອມ​ດຽວ​ກັນ​ນັ້ນ ກະ­ຊວງ​ການ​ເງິນ​ກໍ​ໄດ້​ຖື​ເອົາ​ວຽກ​ງານ​ເງິນ­ເດືອນ​ເປັນ​ບຸລິ​ມະ​ສິດ​ອັນ​ດັບ​ໜຶ່ງ ຊຶ່ງ​ສະ­ແດງ​ອອກ​ໃນ​ງວດ​

ທີ 1 (ເດືອນ 10, 11, 12) ຂອງສົກ​ງົບ­ປະ­ມານ 2014-2015 ນີ້​ແມ່ນ​ໄດ້​ໂອນ​ຮ່ວງ​ເງິນ­ເດືອນ​ໃຫ້​ບັນ­ດາ​ທ້ອງຖິ່ນ​ໄປ​ໝົດ​ແລ້ວ

ຈາກ​ສິ່ງດັ່ງ­ກ່າວ​ ກະ­ຊວງ​ການ​ເງິນ​ຈະ​ສືບ­ຕໍ່​ເພີ່ມ​ທະ­ວີ​ຄວາມ​ເອົາໃຈ​ໃສ່​ກັບ​ທ້ອງ­ຖິ່ນ​ຂຶ້ນ​ຕື່ມ ເພື່ອ​ເຮັດ​ໃຫ້­ການ​ເບີກ​ຈ່າຍ​

ເງິນ­ເດືອນ​ຢູ່​ບັນ­ດາ​ຂັ້ນ​ດັ່ງກ່າວ​ໃຫ້​ທ່ວງ​ທັນ​ກັບ​ຄວາມ​ຕ້ອງ­ການ​ຂອງ​ພະ­ນັກ­ງານ​ລັດ­ຖະ­ກອນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...