spot_img
Homeຂ່າວພາຍ​ໃນຮອງ​ນາຍົກ ຄາດວ່າ​ປີ 2020 ​ເສດຖະກິດ​ລາວ​ ຈຶ່ງ​ຈະ​ກັບ​ສູ່​ສະພາບ​ປົກກະຕິ

ຮອງ​ນາຍົກ ຄາດວ່າ​ປີ 2020 ​ເສດຖະກິດ​ລາວ​ ຈຶ່ງ​ຈະ​ກັບ​ສູ່​ສະພາບ​ປົກກະຕິ

Published on

ທ່ານ​ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ  ​ໄດ້​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ພາຍຫລັງ​ກະຊວງ​ການ​ເງິນ​ໄດ້​ຄົ້ນຄວ້າ​ວິ​ໄຈ​ ສະພາບ​ເສດຖະກິດ​ຂອງ​ປະ​ເທດ​ຢ່າງ​ລະອຽດ ​ແລ້ວ​ເຫັນ​ວ່າ​ໃນ​ໄລຍະ 4 ປີ​ຕໍ່ໜ້າ​ນີ້ ຈະ​ຕ້ອງ​ໄດ້​ປັບ​ຫລຸດ​ຄາດໝາຍ​ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໃນ​ຂອບ 5 ປີ​ເບື້ອງຕົ້ນ ​ແລະ ອັດຕາ​ການ​ຂາດ ດູນ​ງົບປະມານ​ກໍ​ປັບ​ສູງ​ຂຶ້ນ​ເລັກ​ໜ້ອຍ ​ຕາມ​ສະພາບ​ການ​ຕົວ​ຈິງຄື: ​ໃນ​ປີ 2017 ນີ້ ​ ການ​ຂາດດູນ​ຍັງ​ຈະ​ຢູ່​ໃນ​ລະດັບ​ສູງ​ສົມຄວນປະມານ 6,52% ຂອງ GDP, ​ເຊິ່ງສາ​ເຫດ​ພື້ນຖານ​ແມ່ນ​ມາ​ຈາກ​ແຜນ​ລາຍ​ຈ່າຍ​ທີ່​ໄດ້​ມີ​ການ​ຮັບຮອງ​ຈາກ​ລັດຖະບານ​ແລ້ວ ​ເປັນຕົ້ນການ​ເພີ່ມ​ດັດຊະນີ​ເງິນ​ເດືອນ, ​ເງິນ​ອຸດ​ໜູນ​ເບ້ຍລ້ຽງ​ນັກຮຽນ-ນັກ​ສຶກສາ, ​ເງິນ​ອຸດ​ໜູນ​ນາຍ ບ້ານ ​ແລະ ອື່ນໆ, ​ເຊິ່ງ​ເປັນ​ລາຍ​ຈ່າຍ​ທີ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ປະຕິບັດ.

ພ້ອມ​ດຽວ​ກັນ ການຈັດ​ເກັບ​ລາຍ​ຮັບ​ງົບປະມານ​ກໍ​ຄາດ​ວ່າ​ຍັງ​ຈະ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ​ຢູ່ ແລະ ຄາດ​ວ່າ​ໃນ​ໄລຍະ​ແຕ່ປີ 2019-2020 ສະພາບ​ເສດຖະກິດ​ຈຶ່ງ​ຄ່ອຍໆ​ປັບ​ໂຕ​ເຂົ້າສູ່​ສະພາບ​ປົກກະຕິ ​ແລະ ດ້ວຍ​ການ​ເພີ່ມ​ທະວີ​ການຈັດ​ເກັບ​ລາຍ​ຮັບ​ດ້ວຍ​ຫລາຍ​ມາດ​ຕະການ, ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່​ດ້ວຍ​ການ​ອອກ​ນິຕິ​ກຳ ​ແລະ ກົດໝາຍ​ເຊັ່ນ: ກົດໝາຍ​ອາກອນ​ສິ່ງ​ແວດ​ລ້ອມ, ກົດໝາຍ​ອາກອນ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ອາກອນ​ຊັບ​ສິນ ​ແລະ ອື່ນໆ, ສົມທົບ​ກັບ​ການ ​ເພີ່ມ​ປະສິດທິພາບ​ ໃນ​ການຈັດ​ເກັບ​ລາຍ​ຮັບ​ ດ້ວຍ​ການ​ນຳ​ໃຊ້​ເຄື່ອງມື​ທີ່​ທັນ​ສະ​ໄໝ​ເຂົ້າຊ່ວຍ, ການ​ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ ​ແລະ ການຈັດ​ເກັບ​ຈະ​ຊ່ວຍ​ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ​ໃນ​ຈັງຫວະ​ທີ່​ຕໍ່​ເນື່ອງ ​ແລະ ຄາດ​ຄະ​ເນ​ໃຫ້​ລາຍ​ຮັບ​ພາຍ​ໃນ​ສາມາດ​ກຸ້ມ​ລາຍ​ຈ່າຍ​ປົກກະຕິ​​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2020 ​ເນື່ອງ​ຈາກ​ວ່າ​ໃນ​ຂອບ​ແຜນ​ງົບປະມານ 4 ປີ, ການ​ຂາດດູນ​ຈະ​ຄ່ອຍໆ​ປັບ​ໂຕ​ດີຂຶ້ນ​ໃຫ້​ຫລຸດ​ລົງ​ມາ​ຢູ່​ໃນ​ລະດັບ​ປະມານ 2,51% ຂອງ GDP ​ໃນ​ປີ 2020 ​ເຊິ່ງສະ​ເລ່ຍ​ແລ້ວ​ໃນ 4 ປີ​ຈະ​ມີ​ອັດຕາ​ການ​ຂາດດູນ​ໃນ​ລະດັບ 4,39% ຂອງ GDP ​ເຊິ່ງ​ເຫັນ​ວ່າ​ຢູ່​ໃນ​ຂອບ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ.
​ໃນ​ປີ 2017 ກະຊວງ​ການ​ເງິນ​ໄດ້​ສະ​ເໜີ​ລັດຖະບານ​ພິຈາລະນາແຫ​ລ່ງທຶນ​ເພື່ອ​ມາ​ດຸ່ນດ່ຽງ ​ໂດຍ​ຈະ​ໄດ້​ຈາກ​ເງິນ​ກູ້​ເປັນ​ໂຄງການ​ທີ່​ກູ້​ຢືມ​ແລ້ວ, ສ່ວນ​ທີ່​ເຫລືອ​ແມ່ນ​ຈະ​ໄດ້​ອອກ​ເປັນ​ພັນທະບັດ​ຄັງ​ເງິນ​ເປັນຕົ້ນຕໍ. ຖ້າ​ບໍ່ພໍ​ແມ່ນ​ຈະ​ໄດ້​ອອກ​ພັນທະບັດ​ຕ່າງປະ​ເທດ​ອີກ​ຈຳນວນ​ໜຶ່ງ, ​ແຕ່​ການ​ກູ້​ຢືມ​ດັ່ງ ກ່າວ​ແມ່ນ​ຈະ​ບໍ່​ເພີ່ມ​ສັດສ່ວນ​ໜີ້​ສິນ​ຕໍ່ GDP.

ຕໍ່​ກັບ​ບັນຫາ​ໜີ້​ສິນ ​ໃນ​ຂອບ​ແຜນ 4 ປີ​ໄດ້​ຄົ້ນຄວ້າ​ກຳນົດ​ໂຄງ​ສ້າງ​ແຜນ​ງົບປະມານ​ໃຫ້​ຄ່ອຍໆ​ມີ​ຄວາມ​ສົມ​ດູ​ນ ​ແລະ ມີ​ສະຖຽນ​ລະ​ພາບ​ຂຶ້ນ​ເທື່ອ​ລະ​ກ້າວ ​ໂດຍ​ເຮັດ​ໃຫ້​ອັດຕາ​ການ​ຂາດດູນ​ງົບປະມານ​ຫລຸດ​ລົງ​ເປັນ​ລຳດັບ ດ້ວຍ​ການ​ເພີ່ມ​ປະສິດທິ​ຜົນ​ໃນ​ການຈັດ​ເກັບ​ລາຍ​ຮັບ ບວກ​ກັບ​ທ່າ​ແຮງ​ຈາກ​ບັນດາ​ໂຄງການ​ກໍ່ສ້າງ​ພະລັງງານ​ໄຟຟ້າ​ນ້ຳຕົກ​ຫລາຍ​ແຫ່ງ​ຈະ​ຊ່ວຍ​ຊຸກຍູ້​ໃຫ້​ລາຍ​ຮັບ​ເພີ່ມ​ຂຶ້ນ, ​ໄປ​ພ້ອມໆ​ກັບ​ການ​ຈຳກັດ​ລາຍ​ຈ່າຍ​ງົບປະມານ​ທີ່​ບໍ່​ຈຳ​ເປັນ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ປະຢັດ​ຢ່າງ​ເຂັ້ມງວດ, ທັງ​ໝົດ​ນັ້ນຈະ​ເຮັດ​ໃຫ້​ໜີ້​ສິນ​ພາກ​ລັດ​ຄ່ອຍໆ​ຫລຸດ​ລົງ​ເທື່ອ​ລະ​ກ້າວ ​ເຊິ່ງຕາມ​ການ​ຄາດ​ຄະ​ເນ​ຂອງ​ວິຊາ​ການ​ແມ່ນ​ລະດັບ​ໜີ້​ສິນ​ຈະ​ຫລຸດ​ລົງ 2-3% ຂອງ GDP ແລະ ​ເພື່ອ​ຄຸ້ມ​ຄອງ​ໜີ້​ສິນ​ສາທາລະນະ​ໃນ​ປັດຈຸບັນ ກະຊວງ​ການ​ເງິນ​ໄດ້​ຄົ້ນຄວ້າ​ຮ່າງ​ລັດຖະບັນຍັດ​ຂອງ​ປະທານ​ປະ​ເທດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສິນ​ພາກ​ລັດ ​ເມື່ອ​ນິຕິ​ກຳ​ດັ່ງກ່າວ​ຖືກ​ຮັບຮອງ​ກໍ​ຈະ​ກາຍ​ເປັນ​ເຄື່ອງມື​ໃນ​ການ​ຄຸ້ມ​ຄອງ​ໜີ້​ສິນ​ພາກ​ລັດ​ຢ່າງ​ມີ​ປະສິດທິພາບ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...