spot_img
Homeຂ່າວການພັດທະນາຮອງນາຍົກເນັ້ນສາລະວັນ ເອົາໃຈໃສ່ສະກັດກັ້ນສໍ້ລາດບັງຫລວງ

ຮອງນາຍົກເນັ້ນສາລະວັນ ເອົາໃຈໃສ່ສະກັດກັ້ນສໍ້ລາດບັງຫລວງ

Published on

ໃນລະຫວ່າງວັນທີ 3-4 ພະຈິກຜ່ານມານັ້ນ ໃນໂອກາດທີ່ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້້າອົງການຕ້ານການສໍ້ລາດບັງຫຼວງ ລົງເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະເຂົ້າຮ່ວມກອງປະຊຸມວຽກງານຄັ້ງທີ 3 ຢູ່ແຂວງສາລະວັນ.

ທ່ານໄດ້ໂອ້ລົມ ແລະກ່າວສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມມາຍັງພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ອໍານາດການປົກຄອງ, ຄະນະກວດກາ ແລະພະນັກງານກວດກາແຕ່ລະຂັ້ນໃນທົ່ວແຂວງທີ່ໄດ້ເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະດໍາເນີນວຽກງານກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ ຊຶ່ງເຫັນໄດ້ດ້ານດີ, ຜົນງານທີ່ຍາດມາໄດ້ ແລະດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ.

ໃນນັ້ນທ່ານກໍໄດ້ເນັ້ນໃຫ້ຄະນະພັກ, ອໍານາດການປົກຄອງ, ຄະນະກວດກາ ແລະພະນັກງານກວດກາແຕ່ລະຂັ້ນໃນທົ່ວແຂວງໃຫ້ເອົາໃຈໃສ່ເຮັດວຽກງານຕິດຕາມກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃຫ້ໄດ້ຮັບການຈັດຕັ້ງປະຕິບັດດີ ກວ່າເກົ່າ, ຄະນະພັກແຕ່ລະຂັ້ນແຕ່ລະພະແນກການຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະຊີ້ນໍາຄະນະກວດກາ, ຂະແໜງກວດກາ ແລະຜູ້ທີ່ເຮັດວຽກກວດກາ, ແຕ່ລະຂັ້ນໃຫ້ເປັນຕົກກະຕິ, ຢູ່ພະແນກໃດບໍ່ທັນມີການຈັດຕັ້ງຂະແໜງກວດກາກໍ່ໃຫ້ຄົ້ນຄວ້າ ແລະສ້າງຕັ້ງຂຶ້ນໃຫ້ມີຜູ້ທີ່ເຮັດວຽກກວດກາເປັນອາຊີບໃນແຕ່ລະພະແນກຕາມກົດໝາຍກວດກາໄດ້ກໍານົດໄວ້.

ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກກໍຄືຊັ້ນຄົນຕ່າງໆ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານຕິດຕາມກວດກາໂດຍສະເພາະແມ່ນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງ, ພະນັກງານສະມາຊິກພັກທີ່ເຮັດວຽກກວດກາຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງບຸກບືນປະຕິບັດໜ້າທີ່ຂອງຕົນໃຫ້ເຂັ້ມແຂງກວ່າເກົ່າ; ຕ້ອງເພີ່ມທະວີການນໍາພາຂອງຄະນະພັກ ແລະການຈັດຕັ້ງ ພັກແຕ່ລະຂັ້ນຕໍ່ວຽກງານຕິດຕາມກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ ແລະແທດເຖິງກວ່າເກົ່າ ຖືເອົາວຽກງານນີ້ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ມີການສຶກສາອົບຮົມ ແລະສ້າງເງື່ອນໄຂໃຫ້ແກ່ທຸກການຈັດຕັ້ງພະນັກງານສະມາຊິກພັກເປັນເຈົ້າການເຂົ້າຮ່ວມວຽກງານຕິດຕາມກວດກາ ເປັນຕົ້ນແມ່ນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.

ໂຄສະນານິຕິກໍາຕ່າງໆຂອງພັກຂອງ ລັດກ່ຽວກັບວຽກງານຕິດຕາມກວດກາ ເຊັ່ນ: ກົດໝາຍ ແລະຍຸດທະສາດວ່າດ້ວຍ ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ດໍາລັດວ່າດ້ວຍການແຈ້ງຊັບສິນ, ບົດແນະນໍາຂອງການແຈ້ງຊັບສິນ-ລາຍຮັບ, ດໍາລັດວ່າດ້ວຍການຕິດຕາມກວດກາການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະນິຕິກໍາອື່ນໆ ໃຫ້ທົ່ວເຖິງເລິກ ເຊິ່ງພ້ອມທັງນໍາພາປະຕິບັດໃຫ້ຖືກຕ້ອງເຂັ້ມງວດ; ເອົາໃຈໃສ່ປັບປຸງພາຍໃນພັກ ໃຫ້ເປັນປົກກະຕິຕໍ່ເນື່ອງໂດຍສຸມໃສ່ແກ້ ໄຂທັດສະນະແນວຄິດ ແລະການກະທໍາ ທີ່ບໍ່ຖືກຕ້ອງເຊັ່ນ: ແນວຄິດເອກະຊົນ, ອາດຍາສິດຫ່າງເຫີນປະຊາຊົນບໍ່ແທດຕົວຈິງ, ບໍ່ຟັງຂັ້ນລຸ່ມ, ສວຍໃຊ້ໜ້າທີ່ແລ່ນນໍາຜົນປະໂຫຍດສ່ວນຕົວ ແລະອື່ນໆ.

ສືບຕໍ່ເພີ່ມທະວີການຕິດຕາມກວດກາປົກກະຕິເປັນຕົ້ນກວດກາແກ້ໄຂບັນດາເປົ້າໝາຍທີ່ມີການລະເມີດໃຫ້ເລິກເຊິ່ງ, ກວດກາແລ້ວຕ້ອງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ ແລະທ່ວງທັນ, ເກັບກູ້ວັດຖຸເງິນຄໍາທີ່ຕົກເຮ່ຍເສຍຫາຍຄືນມາໃຫ້ລັດ ພ້ອມກັນນັ້ນບຸກຄົນ ແລະການຈັດຕັ້ງລວມທັງບໍລິສັດຕ່າງໆທີ່ພົວພັນເຖິງການກວດການັ້ນກໍ່ຕ້ອງແກ້ໄຂຖືກຕ້ອງ ແລະເຂັ້ມງວດຕາມລະບຽບກົດໝາຍ.

ເພີ່ມທະວີວຽກງານຕິດຕາມກວດກາການຄຸ້ມຄອງບໍລິຫານຂອງອົງການອໍານາດລັດແຕ່ລະຂັ້ນ, ກວດກາການປະຕິບັດພາລະບົດບາດ-ສິດອໍານາດຂອງອໍານາດການປົກຄອງແຕ່ລະຂັ້ນ, ກວດກາການປະຕິບັດກົດໝາຍ ແລະລະບຽບການຕ່າງໆຂອງລັດ, ກວດກາການຄຸ້ມຄອງ ແລະການໃຊ້ຈ່າຍງົບປະມານຂອງລັດ, ກວດກາການລົງທຶນຂອງລັດໃນນີ້ ໃຫ້ຖືສໍາຄັນ ແລະສືບຕໍ່ປະຕິບັດການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ກວດກາການຄຸ້ມຄອງນໍາໃຊ້ຊັບພະຍາກອນຂອງຊາດຂອງທ້ອງຖິ່ນ ແລະຊັບສິນຕ່າງໆຂອງລັດ; ເອົາ ໃຈໃສ່ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພະນັກງານ, ສະມາຊິກພັກ ແລະພົນລະເມືອງໃຫ້ຖືກຕ້ອງ, ພາວະວິໃສ ແລະຍຸດຕິທໍາ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...