spot_img
Homeຂ່າວພາຍ​ໃນອາເມລິກາ ເປັນໜຶ່ງໃນປະເທດລົງທຶນໃຫຍ່ທີ່ສຸດຂອງອາຊຽນ

ອາເມລິກາ ເປັນໜຶ່ງໃນປະເທດລົງທຶນໃຫຍ່ທີ່ສຸດຂອງອາຊຽນ

Published on

ອາເມລິກາບໍ່ພຽງເປັນປະເທດມະຫາອຳນາດດ້ານເສດຖະກິດຂອງໂລກເທົ່ານັ້ນແຕ່ນັກທຸລະກິດຍັງກະຈາຍແຫຼ່ງທຶນໄປສ້າງກິດຈະການຢູ່ປະເທດຕ່າງໆໃນທົ່ວໂລກຈຳນວນຫຼວງຫຼາຍໃນແຕ່ລະປີສະເພາະປະຊາຄົມອາຊຽນ ມີເຖິງ 12 ຕື້ກວ່າໂດລາຖືເປັນຜູ້ລົງທຶນລາຍໃຫຍ່ຈັດຢູ່ອັນດັບ 3 ຮອງລົງມາຈາກຈີນ ແລະຍີ່ປຸ່ນ ຂອງປະເທດທີ່ມາລົງທຶນຫຼາຍ ສຸດໃນອາຊີຕາເວັນອອກສຽງໃຕ້.

ຂໍ້ມູນເປີດເຜີຍໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບອາເມລິກາ ຊຶ່ງຈັດຂຶ້ນໃນວັນທີ 2 ສິງຫາ 2016 ນີ້ລະບຸວ່າ: ການຮ່ວມມືອາຊຽນ-ອາເມລິກາ ນັບແຕ່ສ້າງສາຍພົວພັນຮ່ວມກັນມາແມ່ນມີການຂະຫຍາຍຕົວຕໍ່ເນື່ອງ ເປັນຕົ້ນດ້ານເສດຖະກິດໃນນັ້ນ ການລົງທຶນຂອງສະຫະລັດອາເມລິກາມາອາຊຽນມີມູນຄ່າສູງ ເຖິງ 12,2 ຕື້ໂດລາ ຖືກຈັດເປັນ ອັນດັບທີສາມຂອງປະເທດທີ່ມາ ລົງທຶນໃນອາຊຽນຂະນະທີ່ມູນຄ່າດ້ານການຄ້າຂອງສອງຝ່າຍກໍບັນ ລຸ 212,8 ຕື້ໂດລາໃນປີ 2015  ຄິດເປັນ 9,3 ສ່ວນຮ້ອຍຂອງ ລວມຍອດມູນຄ່າການຄ້າທັງໝົດ ໃນອາຊຽນ.

ນອກຈາກນີ້ທັງສອງຝ່າຍຍັງ ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ສັນຍາຂອບວຽກຮ່ວມມືທາງດ້ານການຄ້າ ແລະການລົງທຶນ ແລະແຜນວຽກຂອງໂຄງການຮ່ວມມືດ້ານເສດຖະກິດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນດ້ວຍການເຊື່ອມຈອດອາເມລິກາກັບອາຊຽນແລະໃຫ້ການຊ່ວຍເຫຼືອອາຊຽນໃນຂົງເຂດການບໍລິການປະຕູດຽວທາງດ້ານພາສີ, ການອຳນວຍ ຄວາມສະດວກທາງດ້ານການຄ້າ, ທຸລະກິດຂະໜາດນ້ອຍ-ກາງ, ພະລັງງານການພັດທະນາເຕັກໂນໂລຊີ.

ບາດກ້າວທີ່ສຳຄັນສຸດຂອງຂະບວນການເຊື່ອມໂຍງເສດຖະກິດພາຍໃນພາກພື້ນ, ຄວບຄູ່ກັບການລວມເປັນປະຊາ ຄົມໜຶ່ງດຽວແຜນງານປະຊາຄົມ ເສດຖະກິດອາຊຽນ 2025 ກໍຖື ເປັນໜຶ່ງຍຸດທະສາດໃໝ່ທີ່ຈະເພີ່ມ ລະດັບການເຊື່ອມໂຍງທີ່ສູງ ແລະໜຽວແໜ້ນຂຶ້ນມີຄວາມສາມາດ ໃນການແຂ່ງຂັນ ແລະຍົກລະດັບການພັດທະນາໃຫ້ຫຍັບເຂົ້າໃກ້ກັບບັນດາປະຊາຊາດໃນໂລກ.

ເພື່ອສ້າງເງື່ອນໄຂແກ່ການ ລົງທຶນໃຫ້ສະດວກ, ໄວ ແລະມີປະສິດທິພາບສາມາດຂັບເຄື່ອນການພັດທະນາພາຍໃນປະຊາຄົມອາຊຽນກອງປະຊຸມສະພາເຂດການລົງທຶນໃນອາຊຽນຄັ້ງທີ 19 ທີ່ຈັດ ຂຶ້ນໃນວັນທີ 3 ສິງຫາ ໄດ້ໃຫ້ຮູ້ ວ່າ: ອີງຕາມສັນຍາການລົງທຶນຮອບດ້ານອາຊຽນຖືເປັນເຄື່ອງ ມືອັນສຳຄັນສຳລັບການສົ່ງເສີມເສດຖະກິດຂອງອາຊຽນໃນການ ເຄື່ອນຍ້າຍການລົງທຶນຢ່າງເສລີ ໃຫ້ປາກົດຜົນເປັນຈິງ ຊຶ່ງຜ່ານມາບັນດາປະເທດສະມາຊິກໄດ້ມີການປະຕິຮູບໃນຫຼາຍດ້ານເພື່ອປັບປຸງສະພາບແວດລ້ອມທາງດ້ານທຸ ລະກິດໃຫ້ມີຄວາມເອື້ອອຳນວຍແກ່ການລົງທຶນ, ມີຄວາມໂປ່ງໃສ ແລະບັນລຸໝາກຜົນຂຶ້ນຕື່ມ ຂອງການເປີດເສລີພາຍໃນພາກພື້ນ ໂດຍສັນຍາດັ່ງກ່າວນີ້ບັນດາ ປະເທດສະມາຊິກຕ້ອງເຮັດໃຫ້ສຳເລັດຂັ້ນຕອນພາຍໃນຂອງຕົນເພື່ອກຽມຄວາມພ້ອມລົງນາມເປັນທາງການໃນໄລຍະດຳເນີນກອງປະຊຸມສຸດຍອດອາຊຽນທີ່ລາວຈະເປັນເຈົ້າພາບຈັດຂຶ້ນໃນເດືອນກັນຍາ 2016 ນີ້.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...