spot_img
Homeຂ່າວກິລາສຸດຍອດ 4 ນັກກິລາເທຄວັນໂດ້ລາວ ຄວ້າຫຼຽນ ໃນການແຂ່ງຂັນເທຄວັນໂດ້ນາໆຊາດ

ສຸດຍອດ 4 ນັກກິລາເທຄວັນໂດ້ລາວ ຄວ້າຫຼຽນ ໃນການແຂ່ງຂັນເທຄວັນໂດ້ນາໆຊາດ

Published on

ຍິນດີນຳ 4 ນັກກິລາເທຄວັນໂດ້ລາວ ໄດ້ 2 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ ການແຂ່ງຂັນເທຄວັນໂດ້ນາໆຊາດ ລາຍການ Seongnam Open International Championship 2024 ທີ່ສາທາລະນະລັດເກົາຫຼີ ໃນທ້າຍອາທິດຜ່ານມາ.

ຫລຽນຄຳທີ 1 ໄດ້ຈາກ: ທ້າວ ລັດຕະນະພອນ ລັດຕະນະປະເສີດ ຫລື ນ້ອງໂອນນີ້ ອາຍຸ 13 ປີ ຈາກສະໂມສອນ PMS ໃນ Class A ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 49 ກິໂລ ຮອບທີ 1 ຊະນະນັກກິລາຈາກຈີນ, ຮອບທີ 2 ຊະນະນັກກິລາຈາກເຈົ້າພາບ ສາທາລະນະລັດເກົາຫລີ ແລະ ຮອບທີ 3 ຊະນະນັກກິລາຈາກຈີນ ຄວ້າຫລຽນຄຳມາຄອງ, ສ່ວນຫລຽນຄຳທີ 2 ໄດ້ຈາກ: ນາງ ມາຢ້າ ສອນ ປະເພດຟ້ອນປຸມເຊ້ ຮຸ່ນອາຍຸບໍ່ເກີນ 14 ປີ ຈາກແຂວງຫລວງພະບາງ.

ຫລຽນເງິນ ໄດ້ຈາກ ນາງ ພອນນະພາ ຊານິກຽນ ປະເພດຕໍ່ສູ້ຮຸ່ນເຍົາວະຊົນ ນໍ້າໜັກ 51 ກິໂລ ຈາກສະໂມສອນລ້ານຊ້າງ.
2 ຫລຽນທອງ ໄດ້ຈາກ: ນາງ ນະລິນດາ ເຂັມມາລາ ອາຍຸ 12 ປີ ໃນ Class A ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 46 ກິໂລ ຈາກສະໂມສອນ PMS ແລະ ອີກໜຶ່ງຫລຽນທອງຈາກ ນາງ ແສງດາວ ຫອມສົມບັດ ປະເພດຕໍ່ສູ້ຮຸ່ນເຍົາວະຊົນ ນໍ້າໜັກ 48 ກິໂລ ຈາກສະໂມສອນລ້ານຊ້າງ.

ສຳລັບການແຂ່ງຂັນຄັ້ງນີ້ ມີນັກກິລາຈາກເຈົ້າພາບ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຟົດຟື້ນ ສະເພາະ ເທຄວັນໂດ້ລາວສົ່ງນັກກິລາເຂົ້າຮ່ວມ 6 ຄົນ, ຍິງ 4 ຄົນ, ຊາຍ 2 ຄົນ.

ແຫຼາງຂ່າວ: ຂ່າວກິລາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...