spot_img
Homeຂ່າວພາຍ​ໃນທຫລ ຊີ້ແຈງກ່ຽວການຊູກຍູ້ນໍາໃຊ້ເງິນກີບ

ທຫລ ຊີ້ແຈງກ່ຽວການຊູກຍູ້ນໍາໃຊ້ເງິນກີບ

Published on

ທະນາຄານແຫ່ງ ສປປ ລາວ(ທຫລ) ຊີ້ແຈງກ່ຽວກັບຄວາມຕື່ນຕົວຂອງສັງຄົມ ທີ່ພໍ່ຄ້າ-ຊາວຂາຍ ຊູກຍູ້ການນໍາໃຊ້ເງິນກີບເຂົ້າໃນການຊໍາລະຢູ່ພາຍໃນ ຢ່າງກວ້າງຂວາງ ເຊິ່ງເປັນໜ້າຍ້ອງຍໍສັນ ລະເສີນ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ແຕ່ຍັງມີບາງທັດສະນະ ທີ່ສະເໜີຜ່ານສື່ສັງ ຄົມອອນລາຍ ວ່າເປັນການເອົາປຽບລູກຄ້າ, ນັກທ່ອງທ່ຽວ, ກຳນົດອັດຕາແລກປ່ຽນທີ່ຕໍ່າກວ່າຄວາມ ເປັນຈິງ, ຫ້າມ ຫລື ບໍ່ຮັບເງິນຕາຕ່າງປະເທດ ແລະ ອື່ນໆ.

May be an image of 1 person, newsroom and text

ຕໍ່ທັດສະນະດັ່ງກ່າວ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງເພີ່ມເຕີມ ວ່າ: ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ທີ່ມີຜົນບັງຄັບໃຊ້ ໃນເດືອນກໍລະກົດ ປີ 2022 ໄດ້ກໍານົດເງິນກີບເທົ່ານັ້ນ ທີ່ເປັນສື່ກາງໃນການຊໍາລະ, ຮັບຊໍາລະ ທີ່ຖືກຕ້ອງຕາມກົດໝາຍ, ທຸກການຕິດປະກາດລາຄາສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບ.

May be an image of text

ການແລກປ່ຽນເງິນຕາຕ່າງປະເທດ ຕ້ອງດຳເນີນຜ່ານທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ; ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດເປັນຜູ້ກຳນົດພຽງຜູ້ດຽວ, ການກຳນົດລາຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງທະນາຄານ ຈຶ່ງຖືວ່າ: ຖືກຕ້ອງຕາມກົດໝາຍ.

ສໍາລັບ, ຄວາມຕື່ນຕົວຂອງສັງຄົມ ໃນການສົ່ງເສີມການນໍາໃຊ້ເງິນກີບໃນໄລຍະຜ່ານມາ, ຂໍໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ, ບໍ່ຄວນຖືເປັນປະເດັນ ທີ່ຈະສ້າງຄວາມສັບສົນ ແລະ ເຂົ້າໃຈຜິດກັນ, ເຊິ່ງເປັນພຽງການສະແດງອອກດ້ວຍຄວາມສະໝັກໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ພາຍໃນ, ຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ທີ່ມີຄວາມຊິນເຄີຍນໍາໃຊ້ກັນຢ່າງຊະຊາຍ ເພື່ອຫຼຸດຜ່ອນຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນຕາຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ໄປແລກປ່ຽນນໍາທະນາຄານ ເອົາເງິນກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍ, ທຸກສະກຸນເງິນຕາຂອງແຕ່ລະປະເທດ ກໍລ້ວນແລ້ວແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາໃຊ້ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ກົດໝາຍ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...