spot_img
Homeຂ່າວການສຶກສາອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 3-5 ປີຢູ່ 9 ແຂວງບໍ່ບັນລຸຕາມແຜນ

ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 3-5 ປີຢູ່ 9 ແຂວງບໍ່ບັນລຸຕາມແຜນ

Published on

2222 (Mobile)

ຂປລ.  ຜູ້ບໍລິຫານການສຶກສາຈາກ 17 ແຂວງ, ນະຄອນຫລວງ ແລະ ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນ

ກວ່າ 100 ທ່ານ ທີ່ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານງານການສຶກສາປະຈຳສົກປີ 2013-2014 ທີ່ໄຂຂຶ້ນໃນວັນທີ 3 ກໍລະກົດ

2014 ຢູ່ແຂວງອັດຕະປື ພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການ

ກະຊວງສຶກສາທິການ ແລະ ກິລາ ໂດຍ ທ່ານ ຄຳພັນ ພົມມະທັດ ເຈົ້າແຂວງອັດຕະປື ເຂົ້າຮ່ວມນັ້ນ ຕ່າງກໍເຫັນວ່າສົກປີ

ຜ່ານມາ, ຂະແໜງການຂອງຕົນ ຍັງປະສົບຫລາຍບັນຫາ ແລະ ສິ່ງທ້າທາຍຫລາຍປະການຕໍ່ການພັດທະນາການສຶກສາ

ຂັ້ນພື້ນຖານ ເຖິງວ່າຄຸນນະພາບການສຶກສາ ແຕ່ລະຊັ້ນຮຽນດີຂຶ້ນ .

ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ລາຍງານຕໍ່ກອງປະຊຸມດັ່ງກ່າວ ໂດຍຍົກ

ໃຫ້ເຫັນວ່າ: ໂດຍລວມແລ້ວ, ການພັດທະນາການສຶກສາຂັ້ນພື້ນຖານໃນທົ່ວປະເທດ ສຳລັບສົກປີ 2013 – 2014 ບັນລຸໄດ້

ຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນການສຶກສາກ່ອນໄວຮຽນໄດ້ຮັບການພັດທະນາ ແລະ ມີທ່າກ້າວທີ່ດີ ດັ່ງນັກຮຽນ, ຄູ

ແລະ ຫ້ອງຮຽນເພີ່ມຂຶ້ນ, ແຕ່ການພັດທະນາຍັງບໍ່ທັນສົມສ່ວນກັນ ຢູ່ແຕ່ລະເຂດ, ແຕ່ລະແຂວງ ໂດຍສະເພາະອັດຕາເຂົ້າ

ຮຽນຂອງເດັກໃນເກນອາຍຸ 3-5 ປີຢູ່ 9 ແຂວງບໍ່ບັນລຸຕາມແຜນການປີ ອັນເນື່ອງຈາກນັກຮຽນຫ້ອງກຽມປະຖົມມີຫລາຍ

ຊ່ຳອາຍຸມາຮຽນຮ່ວມກັນ.

ຂະນະທີ່ຜູ້ບໍລິຫານຫານສຶກສາຂັ້ນໂຮງຮຽນ ແລະ ຄະນະພັດທະນາການສຶກສາ ແລະ ກິລາຂັ້ນບ້ານ ຍັງບໍ່ທັນເຂົ້າໃຈຕໍ່ການ

ຈັດຕັ້ງການຮຽນການສອນ ທັງບໍ່ມີເຕັກນິກວິຊາສະເພາະ ການສອນລວມທັງການປະກອບສ່ວນຂອງປະຊາຊົນ ແລະ ພາກ

ສ່ວນຕ່າງໆຍັງບໍ່ທັນຫລາຍ; ສຳລັບຊັ້ນປະຖົມສຶກສາກໍເຊັ່ນດຽວກັນ ເຖິງວ່າລັດຖະບານໄດ້ລົງທຶນຢ່າງມະຫາສານເຂົ້າໃສ່

ການກໍ່ສ້າງ ແລະ ສ້ອມແປງຫ້ອງຮຽນ , ອົບຮົມຄູ , ຊື້ອຸປະກອນຮັບໃຊ້ການຮຽນ – ການສອນລວມທັງການສະໜອງເງິນ

ບໍລິຫານໃຫ້ທຸກໂຮງຮຽນໃນທົ່ວປະເທດ, ແຕ່ກໍຍັງມີບາງແຂວງບໍ່ບັນລຸ ອັດຕາການເຂົ້າຮຽນສຸດທິທີ່ເປັນຄາດໝາຍແຫ່ງ

ຊາດເທື່ອ ລວມທັງປະສິດທິພາບຍັງຕ່ຳ ໂດຍເຫັນໄດ້ອັດຕາການຄ້າງຫ້ອງ, ປະລະການຮຽນຊັ້ນ ປ .1 ຍັງຫລາຍ ແລະ ອັດຕາ

ລອດເຫລືອບັນລຸພຽງແຕ່ 77,5% ເທົ່ານັ້ນເຊິ່ງເຮັດໃຫ້ບາງໂຕຊີ້ວັດບໍ່ບັນລຸຕາມຄາດໝາຍ ອັນເປັນຜົນມາຈາກຫ້ອງຄວບ

ຍັງກວມອັດຕາສ່ວນເປັນສ່ວນຫລາຍ, ຂະນະທີ່ວິທີການສິດສອນຂອງຄູບໍ່ທັນໄດ້ດີ, ການສັບຊ້ອນຄູໄປສອນຢູ່ເຂດຫ່າງໄກ

ບໍ່ໄດ້ຕາມແຜນ ແລະ ທີ່ສຳຄັນອຳນວຍການໂຮງຮຽນ ແລະ ພໍ່ແມ່ນັກຮຽນຍັງຂາດການປະສານງານເຊິ່ງ ກັນ ແລະ ກັນ.

ໃນສ່ວນຂອງຊັ້ນມັດທະຍົມຕົ້ນນັ້ນ ເຖິງວ່ານັກຮຽນ , ຫ້ອງຮຽນ , ຄູ ແລະ ອັດຕາເຂົ້າຮຽນເພີ່ມຂຶ້ນຫລັງລັດຖະບານໄດ້ສຸມ

ທຶນຮອນພັດທະນາຢ່າງຕໍ່ເນື່ອງກໍດີ, ແຕ່ຍັງພົບຫລາຍບັນຫາ ແລະ ສິ່ງທ້າທາຍ ເປັນຕົ້ນຄູສອນບາງວິຊາບໍ່ພໍກັບການຂະ

ຫຍາຍໂຮງຮຽນກໍຄືຫ້ອງຮຽນ, ຄູສອນວິຊາຊີບຂັ້ນພື້ນຖານກໍຂາດເຂີນ , ງົບປະມານການຈັດຊື້ອຸປະກອນການຮຽນການ

ສອນບໍ່ພຽງພໍ ແລະ ຄູບໍ່ສາມາດນຳໃຊ້ອຸປະກອນທົດລອງວິທະຍາສາດ ແລະ ການສື່ສານຕໍ່ການຮຽນການສອນ.

ແນວໃດກໍດີ, ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ເນັ້ນຕໍ່ຜູ້ບໍລິຫານການສຶກສາທົ່ວປະເທດ

ວ່າ: ນີ້ແມ່ນກອງປະຊຸມທີ່ສຳຄັນຫລາຍ ເນື່ອງຈາກຖ້າການສະຫລຸບຄີລາຄາ ແລະ ການວິໄຈບັນຫາບໍ່ຖືກກັບຄວາມເປັນຈິງ

ກໍຈະເຮັດໃຫ້ການວາງແຜນ, ການກຳນົດມາດຕະການ ແລະ ວິທີການແກ້ໄຂບັນຫາ ບໍ່ຖືກກັບໂຕຈິງ ຈຳເປັນຕ້ອງໄດ້ພ້ອມ

ກັນພິຈາລະນາຢ່າງເລິກເຊິ່ງເຖິງຖອງ ແລະ ຖືກຕ້ອງກັບບັນຫາຢ່າງພາວະວິໄສ ເພື່ອສາມາດກຳນົດແຜນພັດທະນາການ

ສຶກສາ ແລະ ກິລາສົກປີ 2014-2015 ລວມທັງກຳນົດມາດຕະການ, ວິທີການຈັດຕັ້ງ ປະຕິບັດແຜນສົກຮຽນດັ່ງກ່າວ ເຊິ່ງເປັນ

ສົກຮຽນໄລຍະທ້າຍ ຂອງການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະທີ 2 ສົກປີ 2011- 2015.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ (ຂປລ).

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...