spot_img
Homeຂ່າວພາຍ​ໃນສູນຈໍາກັດບໍລິເວນ 6 ແຂວງທົ່ວປະເທດລາວໄດ້ຮັບການຊ່ວຍເຫຼືອທາງດ້ານສະບຽງອາຫານຈາກປະເທດສະວິດ

ສູນຈໍາກັດບໍລິເວນ 6 ແຂວງທົ່ວປະເທດລາວໄດ້ຮັບການຊ່ວຍເຫຼືອທາງດ້ານສະບຽງອາຫານຈາກປະເທດສະວິດ

Published on

ອີງຕາມບົດຂ່າວຂອງອົງການອາຫານກ່ຽວກັບການໃຫ້ຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານທີ່ກັບມາຈາກປະເທດເພື່ອນບ້ານທີ່ສູນຈໍາກັດບໍລິເວນມີເນື້ອໃນດັ່ງນີ້:

ກະຊວງສາທາລະນະສຸກ, ອົງການ ເພື່ອການພັດທະນາ ແລະ ຮ່ວມມືສະວິດສະແລນ (SDC) ແລະອົງການອາຫານໂລກ (WFP) ໃນວັນຈັນນີ້ໄດ້ເຫັນດີຕົກລົງຮ່ວມມືກັນໃນການມອບຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານໃນໄລຍະເວລາທີ່ຢູ່ໃນສູນຈໍາກັດບໍລິເວນ.

ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນທີ່ກະຊວງາທາລະນະສຸກໃນມື້ນີ້, ອົງການ ເພື່ອການພັດທະນາ ແລະ ຮ່ວມມື ສະວິດສະແລນ ແມ່ນຈະໄດ້ມອບການຊ່ວຍເຫຼືອທາງດ້ານສະບຽງອາຫານຄິດເປັນຈໍານວນມູນຄ່າເກືອບ 790,000 ໂດລ້າສະຫະລັດອາເມລິກາ ໃຫ້ແກ່ບັນດາສູນຈໍາກັດບໍລິເວນໃນ 6 ແຂວງໃນທົ່ວປະເທດລາວ. ການມອບການຊ່ວຍເຫຼືອໃນຄັ້ງນີ້ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ໃຫ້ແກ່ແຮງງານປະມານ 8,000 ຄົນ ທີ່ມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ ທີ່ປະເທດລາວ. ການຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດສະໜອງອາຫານຫຼາຍກວ່າ 335,000 ຄາບອາຫານ ໃນໄລຍະເວລາປະມານ 2.5 ເດືອນ.

ການສະໜອງຄາບອາຫານໃນແຕ່ລະມື້ໃຫ້ກັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ຢູ່ໃນສູນຈໍາກັດບໍລິເວນເຫຼົ່ານີ້ ແມ່ນເຮັດໃຫ້ພວກເຂົາສາມາດຢູ່ໃນສູນຈໍາກັດບໍລິເວນ ຄົບຕາມໄລຍະເວລາຕາມກໍານົດ 14 ວັນ. ການຊ່ວຍເຫຼືອດັ່ງກ່າວ ແມ່ນຍັງຊ່ວຍຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີ ແລະ ພ້ອມກັນນັ້ນ ກໍເປັນການຫຼຸດພາລະທາງດ້ານການເງິນຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ.

“ຄື້ນການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວໃນປັດຈຸບັນອາດຈະເກີດຍ້ອນການຕິດເຊື້ອເພິ່ມຂຶ້ນຢູ່ໃນປະເທດເພື່ອນບ້ານ. ບັນດາສູນຈໍາກັດບໍລິເວນແມ່ນມີບົດບາດໜ້າທີ່ທີ່ສໍາຄັນຢ່າງຍິ່ງໃນການປ້ອງກັນ ແລະ ຄວບຄຸມ ການແຜ່ກະຈາຍຂອງເຊື້ອພະຍາດຜ່ານທາງຊາຍແດນຂອງປະເທດ. ພວກເຮົາດີໃຈທີ່ປະຊາຊົນລາວທຸກຄົນສາມາດກັບຄືນບ້ານເຮືອນຂອງຕົນເອງໄດ້ໃນຂະນະທີ່ປະຊາຊົນຢູ່ໃນປະເທດແມ່ນສາມາດດໍາລົງຊີວິດຢ່າງປອດໄພຈາກການລະບາດຂອງພະຍາດ. ການຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ຊ່ວຍຄວບຄຸມການແຜ່ກະຈາຍການລະບາດຂອງພະຍາດ” ກ່າວໂດຍ ປອ ດຣ. ບຸນແຟງ ພູມມະໄລສົດ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ

“ການໃຫ້ຄວາມຊ່ວຍເຫຼືອສະເພາະໃຫ້ແກ່ອົງການອາຫານໂລກໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນລວມຈາກປະເທດສະວິດສະແລນ ເພື່ອຊ່ວຍເຫຼືອ ສປປ ລາວໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ໃນການຟື້ນຟູຈາກວິກິດທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ. ປະເທດສະວິດສະແລນໄດ້ມອບການຊ່ວຍເຫຼືອທີ່ເປັນມູນຄ່າລວມ 3.5 ລ້ານໂດລາສະຫະລັດອາເມລິກາໂດຍຜ່ານຫຼາຍໆໂຄງການໂດຍອີງໃສ່ຍຸດທະສາດການປ້ອງກັນ ແລະ ຄວາມຄຸມພະຍາດໂຄວິດ-19 ຂອງລັດຖະບານ ແຫ່ງ ສປປ ລາວ” ກ່າວໂດຍທ່ານ ຈອນ ຟລັງຊົວ ຄິວໂນດ, ຜູ້ອໍານວຍການພາກພື້ນ ແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດສະແລນ.

“ພວກເຮົາມີຄວາມດີໃຈທີ່ລັດຖະບານແຫ່ງປະເທດສະວິດສະແລນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາແຮງງານທີ່ກັບຈາກປະເທດເພື່ອນບ້ານເຫຼົ່ານີ້ຜູ້ທີ່ໄດ້ປະເຊີນໜ້າກັບຫຼາຍໆສິ່ງທ້າທາຍ ໂດຍສະເພາະແມ່ນເລື່ອງລາຍຮັບ ແລະ ຊີວິດການເປັນຢູ່ຂອງພວກເຂົາ. ນັບຕັ້ງແຕ່ເດືອນ ມິຖຸນາ ປີ 2020, ກິດຈະກໍາການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງພວກເຮົາໂດຍການຮ່ວມງານກັບອົງການກາແດງແຫ່ງປະເທດສະວິດ, ອົງການກາແດງລາວ ແລະ ອົງການສຸພັນນິວິດ ສາກົນ ແມ່ນໄດ້ສະໜອງຄາບອາຫານປະມານ 1 ລ້ານຄາບໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 42,000 ຄົນ. ດ້ວຍມູນຄ່າການຊ່ວຍເຫຼືອຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດສະແລນໃນຄັ້ງນີ້, ພວກເຮົາສາມາດສືບຕໍ່ປະຕິບັດກິດຈະກໍາອັນຈໍາເປັນແທ້ໆນີ້ໄດ້” ກ່າວໂດຍຮອງຜູ້ອໍານວຍການອົງການອາຫານໂລກ ປະຈໍາ ສປປ ລາວ ທ່ານນາງແຈັກເກີລິນ ເດິກຣຸດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...