spot_img
Homeຂ່າວທ້ອງຖິ່ນສຳລັບໃຜທີ່ຢາກໄປອັງກິດ ອ່ານບົດຄວາມນີ້ເລີຍແລ້ວໂອກາດດີແບບນີ້ທ່ານຈະບໍ່ພາດ.

ສຳລັບໃຜທີ່ຢາກໄປອັງກິດ ອ່ານບົດຄວາມນີ້ເລີຍແລ້ວໂອກາດດີແບບນີ້ທ່ານຈະບໍ່ພາດ.

Published on

ເຄີຍຄິດບໍ່ວ່າ..? ການໃຊ້ຊິວິດຂອງທ່ານໃນແຕ່ລະມື້ ເປັນມື້ທີ່ໜ້າເບື່ອ !

ເຮັດ ແລະ ພົບແຕ່ສິ່ງເກົ່າໆ ບໍ່ມີຫຍັງໃຫ້ປະທັບໃຈໃຊ້ຊີວິດເດີມໆ ບໍ່ມີຄວາມມ່ວນຊື່ນໃນຊີວິດເລີຍ, ມື້ນີ້ເຮົາເລີຍນຳເລື່ອງລາວດີໆຂອງຄົນທີ່ໄດ້ພົບກັບມື້ທີ່ຕື່ນເຕັ້ນ ເປັນເລື່ອງຂອງ ທ່ານ ໂຫຍ ຜູ້ໂຊກດີທ່ານໜຶ່ງທີ່ໄດ້ໄປທ່ຽວປະເທດອັງກີດແບບຟຣີໆກັບກິດຈະກຳ Summer  FootBall ຂອງ Carlsberg ທ່ານ ໂຫຍ ໄດ້ໃຫ້ສຳພາດກັບທາງເຮົາວ່າ ຫຼັງຈາກທີ່່ໄດ້ໄປເຕະບານກັບໝູ່ເພື່ອນແລ້ວໄດ້ສັງສັນກັນຕໍ່ທີ່ຮ້ານອາຫານແຫ່ງໜື່ງເຊິ່ງເບຍທີ່ສັ່ງກັນປະຈຳແມ່ນ Carlsberg ແລະ ທາງພະນັກງານໄດ້ແຈ້ງວ່າ ມີໂປຣໂມຊັ່ນ “ລຸ້ນທ່ຽວອັງກິດ ພ້ອມເຊຍບານຕິດຂອບສະໜາມ” ເລີຍສັ່ງຕາມທີ່ພະນັກງານແນະນຳ ແລະ ໄດ້ຮັບບັດລຸ້ນໂຊກ ແຕ່ບໍ່ຄິດວ່າໂຕເອງຈະໄດ້ເປັນຜູ້ໂຊກດີ ພຽງບັດຊິງໂຊກ 1 ບັດ, ຄວາມຮູ້ສຶກໃນຕອນນັ້ນແມ່ນຍັງບໍ່ແນ່ໃຈວ່າຕົນໄດ້ເປັນຜູ້ໂຊກດີແທ້ບໍ່? ເລີຍຖາມຢໍ້າຄືນກັບພະນັກງານ ແລະ ທາງພະນັກງານໄດ້ຢືນຢັນວ່າຕົນໄດ້ເປັນຜູ້ໂຊກດີໄປທ່ຽວພ້ອມເຊຍບານທີ່ປະເທດອັງກິດ ໃນຈຸດນັ້ນທັງໂຕເອງກັບຫມູ່ເພື່ອນຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ຢາກຂອບໃຈ Carlsberg ທີ່ເຮັດໃຫ້ມື້ນັ້ນຂອງຂ້ອຍກາຍເປັນມື້ທີ່ພິເສດໄດ້ຮັບໂອກາດດີໆແບບນີ້.

ທ່ານ ໂຫຍຜູ້ໂຊກດີຈາກເປີດໄດ້ລາງວັນໃຫຍ່

ດວງຕາ ຂອງອັງກິດ ( London Eye )

ຕູ້ໂທລະສັບແດງ ( Red phone)

ເຫັນແລ້ວຫຼືຍັງວ່າປະເທດອັງກິດນັ້ນໄປໄດ້ງ່າຍໆ ບໍ່ວ່າທ່ານຈະຢູ່ໃສຂອງປະເທດລາວ ທ່ານກໍສາມາດໄປໄດ້ ພຽງແຕ່ທ່ານມີ ບັດລຸ້ນໂຊກຂອງເບຍ Carlsberg  ແລະ ຖ້າຖາມວ່າເຮັດແນວໃດຈື່ງຈະໄດ້ບັດລຸ້ນໂຊກນັ້ນເຮົາກໍມີກະຕິກາງ່າຍໆມາໃຫ້ທ່ານໄດ້ອ່ານ

  • ພຽງແຕ່ທ່ານຊື້ Carlsberg ຕາມຮ້ານອາຫານທີ່ຮ່ວມລາຍການຈຳນວນ 2 ແກ້ວໃຫ່ຍ 640 ມລ ຮັບບັດລຸ້ນໂຊກຈຳນວນ1 ບັດ
  • ຊື້ Carlsberg 1 ແພັກ ປະເພດແກ້ວ ຫຼື ກະປ໋ອງ 330 ມລ ຕາມຮ້ານສະດວກຊື້ ຮັບບັດລຸ້ນໂຊກຈຳນວນ1 ບັດ
  • ຊື້ 1 ແກັດ ປະເພດແກ້ວ ຫຼື ກະປ໋ອງ 330 ມລ ຕາມຮ້ານສະດວກຊື້ຮັບບັດລຸ້ນໂຊກຈຳນວນ 4 ບັດ ພ້ອມເສື້ອກິລາ 1 ໂຕ

ຢ່າພາດເດີ້!! ເພາະກິດຈະກຳດີໆແບບນີ້ຍັງມີໄປຈົນເຖິງວັນທີ 31 ກໍລະກົດ 2018 ນີ້ , ນອກຈາກລາງວັນໃຫຍ່ໄປທ່ຽວອັງກີດແລ້ວ ຍັງຈະມີຂອງລາງວັນອີກຫຼາກຫຼາຍເລີຍບໍ່ວ່າຈະເປັນ: ເສື້ອຍືດກິລາ, ໝາກບານ ແລະ ໄດ້ລຸ້ນດື່ມເບຍ Carlsberg ຟຣີ.

 

ສອບຖາມລາຍລະອຽດແລະຂໍ້ມູນເພີ່່ມຕື່ມພ້ອມກັບຕິດຕໍ່ຮັບຂອງລາງວັນໄດ້ທີ່ເບີ 020 59119911.

ກິດຈະກຳນີ້ສະເພາະຜູ້ທີ່ມີອາຍຸ18ປີຂື້ນໄປ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...