spot_img
Homeປະເພນີ-ວັດທະນະທຳສາມຢ່າງທີ່ຄົນລາວຊາວພຸດ ຄວນພິຈາລະນາຄືນ

ສາມຢ່າງທີ່ຄົນລາວຊາວພຸດ ຄວນພິຈາລະນາຄືນ

Published on

  1. ການເຄາະ ໂອຫລື ຂັນຢ່າງສະນັ່ນຫວັ່ນໄຫວ(ໃນບຸນສົມໂພດພຣະ): ໂດຍເປົ່າປະໂຫຍດສ້າງຄວາມເນືອງນັນລ້າ ສິ່ງເຫຼົ່ານີ້ແມ່ນປາກົດການແຍກຕົວແບບເອກະເທດ ໂດຍຕາມເດີມແລ້ວເພິ່ນຈະໃຫ້ມີແຕ່ຕີ ຫຼືລັ່ນຄ້ອງຢ່າງດຽວແລະຫນ່ວຍດຽວເທົ່ານັ້ນ ແຕ່ເນື່ອງຈາກວ່າໃຜໆກະຢາກຕີ ຢາກຕ່ອຍກໍເລີຍຊອກຫາມາເປັນຂອງຕົນເອງ.
  2. ການໄຕ້ທຽນບູຊາກໍເຊັ່ນດຽວກັນ: ນອກຈາກຈະເປັນການລົບກວນສະມາທິແລ້ວ ຍັງເປັນການສິ້ນເປືອງ ແລະບໍ່ມີຄວາມປອດໄພນຳອີກລວມໄປເຖິງການສູບດົມເອົາຄວັນ ແລະສານເຄມີ ເຂົ້າໃນຮ່າງກາຍ ຊໍ້າບໍ່ຫນຳບາງຄົນໄຕ້ແລ້ວບໍ່ເບິ່ງດີຍ້ອຍໃສ່ສາດໃສ່ຜ້າພົມ ເຮັດໃຫ້ເສຍຫາຍອີກ. ໃນກໍລະນີໄປບຸນເຮືອນຄົນອື່ນ ສະຖານທີ່ຈັດແຈງຢ່າງງາມ ປູຜ້າພົມຢ່າງດີ ຜູ້ເປັນແຂກ (ບາງທ່ານ) ຊໍ້າໄຕ້ທຽນຍ້ອຍລົງໃສ່ຜ້າພົມ, ບາງຄັ້ງທຽນຕັ້ງບໍ່ຢູ່ດີກໍຫຼົ່ນລົງໄຫມ້ຜ້າພົມ ກໍເຫັນມາແລ້ວຫຼາຍບ່ອນ. ແນວຄິດນີ້ກໍໄດ້ມາຈາກການເອກະເທດແນວຄິດ ໂດຍຕາມເດີມແລ້ວແມ່ນ ຈະໄຕ້ແຕ່ສະເພາະຫນ້າພະກໍພໍແລ້ວ ແຕ່ຍ້ອນວ່າໃຜກໍຢາກໄຕ້ ເປັນຂອງຕົນເອງເລີຍພາກັນຊື້ມາໄຕ້ ຢ່າງເຕັມທີ່ຈົນອຶກກະທຶກນຶກນອງ ຖາມວ່າຈຳເປັນບໍ່! ບໍ່ເລີຍມັນເປັນສິ່ງທີ່ບໍ່ເຫມາະສົມ ຄິດໄລ່ຜົນໄດ້ບໍ່ເທົ່າຜົນເສຍຊໍ້າ ແຕ່ຫຼາຍຄົນ ກໍຍັງຍຶດຖືຍືນກະຕ່າຍຂາດຽວ ບໍ່ຍອມຍົກເລີກ ພຽງເພື່ອວ່າບໍ່ໄດ້ໄຕ້ລະບໍ່ດີໃຈ ອາໄສພຽງເທົ່ານັ້ນບໍ່ໄດ້ເອົາຫຼັກເຫດຜົນ ມາຕັດສິນບໍ່ໄດ້ພິຈາລະນາດ້ວຍເຫດຜົນ ພຽງແຕ່ແຫ່ຕາມຂະບວນຖ້າເປັນເຊັ່ນນັ້ນໄປພາຍຫນ້າ ແຮງຊິມີຫຼາຍສິ່ງຢ່າງເກີດຂຶ້ນ ແລະຈະຫາວິທີຢຸດຕິ ຫລືແກ້ໄຂກໍຄົງຈະຍາກແລ້ວ.
  3.  ການລູບຄ້ອງ: ຖືວ່າເປັນປາກົດການທີ່ຫາກໍສ້າງຂຶ້ນ ແລະເລີ່ມເປັນກະແສໄປເກືອບທົ່ວສັງຄົມແລ້ວ, ຄ້ອງເພິ່ນເຮັດຂຶ້ນມາ ເພື່ອຕີ ຫຼືລັ່ນບໍ່ແມ່ນເພື່ອລູບ ເພາະເພິ່ນຈະເຮັດຄ້ອນສຳລັບຕີມາໄວ້ພ້ອມ ແຕ່ຄົນກໍຍັງລ່ວງເກີນເອົາມືໄປລູບ ຊໍ່າບໍ່ຫນໍາບາງຄົນລູບທາງຫນ້າບໍ່ດັງຍັງຫັນໄປລູບດ້ານຫລັງຄ້ອງອີກ. ການລູບຄ້ອງນອກຈາກຈະສ້າງຄວາມຕື່ນຕະນົກຕົກໃຈ ແກ່ຜູ້ຄົນແລ້ວຍັງເປັນການບໍ່ສົມຄວນ ເມື່ອພິຈາລະນາເຖິງຄວາມສະອາດ ຄົນເປັນຮ້ອຍເປັນພັນ ມືເປັນຮ້ອຍເປັນພັນ ຫຼາກຫຼາຍຖານະຊົນຊັ້ນ ບໍ່ຮູ້ວ່າມືໃຜຕໍ່ມືໃຜ ບາງຄົນກໍເປັນພະຍາດແຕກຕ່າງກັນໄປ ຊໍ້າບໍ່ຫນໍາບາງຄົນຈັກວ່າຈັບຫຍັງມາກໍບໍ່ຮູ້ ມາລູບຄ້ອງແຖມເວລາກິນເຂົ້າບາງຄົນພັດລືມລ້າງມື ສາລະພັດຄິດແລ້ວບໍ່ຖືກຕ້ອງ ແຕ່ຜູ້ໃຫຍ່ກໍຍັງພາລູກຫຼານເຮັດ ອາໄສເປັນການສ່ຽງດວງຊະຕາວາດສະຫນາເຊື່ອວ່າໃຜລູບຄ້ອງດັງລະເປັນຄົນດີ ໃຜລູບບໍ່ດັງລະເຂົ້າໃຈວ່າເປັນຄົນບໍ່ດີ, ເຊື່ອແບບນີ້ມັນສົມເຫດສົມຜົນແລ້ວບໍ່ (ບໍ່ຮູ້ວ່າໃຜເປັນຜູ້ລິເລີ່ມ) ທີ່ຕັດສິນແລ້ວຄົນຈະດີຫຼາຍ ຊົ່ວຕົວຍ່ອມຮູ້ແກ່ໃຈຕົນເອງດີ (ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ/ບໍ່ແມ່ນລູບຄ້ອງດັງລະດີ ລູບຄ້ອງບໍ່ດັງລະຊົ່ວ; ຄິດໄດ້ຈັ່ງໃດຫວະ!) ຄ້ອງກໍເປັນພຽງວັດຖຸບໍ່ສາມາດຕັດສິນ ບໍ່ສາມາດຮັບຮູ້ໄດ້ ວ່າໃຜດີໃຜຊົ່ວ.    ສະນັ້ນ, ຈຶ່ງເຫັນຫຼາຍວັດຈະຂຽນຫນັງສືຕິດໃສ່ເລີຍວ່າ “ຫ້າມລູບຄ້ອງ” ໂດຍສະເພາະຜູ້ຂຽນເຫັນຢູ່ວັດອົງຕື້ມະຫາວິຫານ ແລະເຫັນດີນຳຢ່າງຍິ່ງ. ໂດຍຕາມຫຼັກຂອງສາສະຫນາແລ້ວ ແມ່ນສັດທາຕ້ອງປະກອບດ້ວຍປັນຍາ ຫມາຍຄວາມວ່າ ຈະເຊື່ອສິ່ງໃດກໍຕ້ອງພິຈາລະນາຕຶກຕອງຊັ່ງຊາດ້ວຍປັນຍາ ດ້ວຍເຫດຜົນເສຍແລ້ວຈຶ່ງຕົກລົງປົງໃຈກັນເຊື່ອ. ຢ່າງໃດກໍດີ, ນອກຈາກສອງຢ່າງນີ້ແລ້ວ ກໍຍັງມີອີກຫຼາກຫຼາຍປະກົດການຫຍໍ້ທໍ້ ບໍ່ສົມຄວນແຕ່ການທີ່ຈະແກ້ໄຂບັນຫາດັ່ງກ່າວ ກໍຕ້ອງອາໄສຫຼາຍພາກສ່ວນຕ້ອງເຂົ້າໃຈແລະ ພິຈາລະນາດ້ວຍກົດແຫ່ງເຫດຜົນ ເມື່ອເຂົ້າໃຈແລ້ວກໍຄວນຊ່ວຍກັນໂຄສະນາ ເຜີຍແຜ່ອັນເປັນການກ້າວໄປສູ່ ການຢຸດຕິພຶດຕິກຳດັ່ງກ່າວນັ້ນ.

ຂອບໃຈບົດຄວາມດີໆຈາກ: ພຣະ ບຸນທະວີ ກົມພະພັນ

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...