spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ ປະກາດແຕ່ງຕັ້ງ ຫົວໜ້າໄອຍະການປະຊາຊົນແຂວງ

ສະຫວັນນະເຂດ ປະກາດແຕ່ງຕັ້ງ ຫົວໜ້າໄອຍະການປະຊາຊົນແຂວງ

Published on

ຂປລ. ພິທີປະກາດການ​ແຕ່ງ​ຕັ້ງ ທ່ານ ຄຳແພງເພັດທຸມພອນເປັນຫົວໜ້າອົງການໄອຍະການປະຊາຊົນ​ ​ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 4 ສິງຫາ 2016 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະໂຄດພູທອນ ຮອງຫົວໜ້າ​ອົງການ​ໄອຍະການປະຊາຊົນສູງສຸດ, ມີບັນດາ​ພະນັກງານ​ອົງ ການໄອຍະການປະຊາຊົນແຂວງ, ​ໄອຍະການ​​ເຂດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

ໃນ​ໂອກາດ​ນີ້, ທ່ານ ​ຮອງຫົວ​ໜ້າອົງການ​ໄອຍະການປະຊາຊົນສູງສຸດ ​ໄດ້​ໃຫ້​ຮູ້​ວ່າ: ​ການປັບປຸງລະບົບການຈັດຕັ້ງຄືນໃໝ່ ​​ເພື່ອໃຫ້ສອດຄ່ອງກັບໜ້າທີ່ວຽກງານ, ຄວາມຮູ້ຄວາມສາມາດໃນການນຳພາການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຢ່າງມີປະສິດທິພາ, ພ້ອມນີ້ ທ່ານຍັງໄດ້ແນະນຳໃຫ້ພະ ນັກງານໄອຍະການທຸກສະຫາຍ ຈົ່ງເຫັນໄດ້ຄຸນທາດການເມືອງ ໃນການຊີ້ນຳນຳພາ ກໍຄື ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ, ນຳໃຊ້ຄວາມຮູ້ຄວາມສາມາດໃນດ້ານວິຊາສະ​​ເພາະທີ່ຮຽນມາຢ່າງສຸດຄວາມສາມາດ, ມີຄວາມສາມັກຄີ, ມີຄວາມກະຕືລືລົ້ນ, ພັດທະນາຕົນເອງ, ຊອກຮູ້ຮໍ່າຮຽນເພື່ອຫາປະສົບການໃນການແກ້ໄຂບັນຫາທີ່ເກີດຂຶ້ນ ກໍຄືໜ້າທີ່ວິຊາສະເພາະທີ່ຕົນຮັບຜິດຊອບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...