spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດເປີດປະຊຸມ 7-25 ກໍລະກົດນີ້ ພ້ອມເປີດສາຍດ່ວນ 156 ຮັບຄຳສະເໜີຂອງປະຊາຊົນບໍ່ເສຍຄ່າ!

ສະພາແຫ່ງຊາດເປີດປະຊຸມ 7-25 ກໍລະກົດນີ້ ພ້ອມເປີດສາຍດ່ວນ 156 ຮັບຄຳສະເໜີຂອງປະຊາຊົນບໍ່ເສຍຄ່າ!

Published on

ounkeo
ດຣ ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໂຄສົກຂອງສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ວັນທີ 2 ກໍລະກົດ 2014 ນີ້

 

ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VII ຈະໄດ້ຈັດຂຶ້ນແຕ່ວັນທີ 7-25

ກໍລະກົດ 2014 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍປະຕິບັດຕາມ ມາດຕາ 57 ຂອງລັດຖະ

ທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາດຕາ 9 ວ່າດ້ວຍກົດໝາຍສະພາແຫ່ງຊາດ

ແລະ ປະຕິບັດຕາມມະຕິຕົກລົງຂອງ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 080/ຄປຈ ລົງວັນທີ 12

ມິຖຸນາ 2014.

 


ທ່ານ ດຣ. ອຸ່ນແກ້ວ ວຸທິລາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໂຄສົກຂອງສະພາແຫ່ງຊາດ ໄດ້ຖະແຫລງ

ຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ວັນທີ 2ກໍລະກົດ 2014 ນີ້ ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນວາລະຂອງການດຳເນີນ

ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດ ຄຳເຫັນໃສ່ບົດລາຍານກ່ຽວກັບການຈັດຕັ້ງ

ປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ  ສົກປີ 2013-2014 ແລະ ທິດທາງ

ແຜນການສົກປີ 2014-2015, ໃນນັ້ນ ມີບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ

-ສັງຄົມ, ບົດ​ລາຍ​ງານ​ກ່ຽວ ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ບົດລາຍງານກ່ຽວກັບສະພາບ

ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນເງິນຕາ; ບົດລາຍງານ ກ່ຽວກັບການຈັດສັນ 3 ປ່າຄື:ປ່າປ້ອງກັນ, ປ່າສະ

ຫງວນ ແລະ ປ່າຜະລິດ; ບົດລາຍງານ ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳສົກປີ

2013-2014 ແລະ ທິດທາງແຜນການເຄື່ອນ ໄຫວປະຈຳສົກປີ 2014-2015; ບົດລາຍງານຂອງອົງການ

ໄອຍະການປະຊາຊົນສູງສຸດ ແລະ ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານ

ສົກປີ 2013-2014 ແລະ ແຜນວຽກ ສົກປີ 2014-2015; ບົດ​ລາຍ​ງານການ​ເຄື່ອນ​ໄຫວວຽກງານ​ຂອງ​ສະພາ​ແຫ່ງ​

ຊາດ ປະຈຳ​ສົກ​ປີ 2013-2014 ​ແລະ ​ທິດ​ທາງແຜນການ ປະຈຳ​ສົກ​ປີ 2014-2015.

 

 

ພ້ອມນີ້ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ​ຮ່າງ​ກົດໝາຍຈຳນວນ 5 ສະບັບ; ​ໃນ​ນັ້ນມີ ກົດໝາຍ​

ສ້າງ​ໃໝ່ 2 ສະບັບ ຄື: ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານແລະ ສະກັດ​ກັ້ນການ​ຟອກ​ເງິນ, ການ​ສະໜອງ​ທຶນ​ໃຫ້​ແກ່​ການ​

ກໍ​ການ​ຮ້າຍ ແລະກົດໝາຍ​ວ່າ​ດ້ວຍ​ການ​ກວດ​ສອບ​ເອກະລາດ. ສ່ວນກົດໝາຍປັບປຸງ  3 ສະບັບປະກອບມີ

ກົດໝາຍ ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າດ້ວຍ​ມາດຖານແລະ ກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ.

 


ທ່ານ ດຣ. ອຸ່ນແກ້ວ ວຸທິລາດ ຍັງໃຫ້ຮູ້ອີກວ່າ:  ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ, ສະພາ​ແຫ່ງ​ຊາດ​ ໄດ້​ຈັດຕັ້ງ ໜ່ວຍງານ​

ຮັບຜິດຊອບ​ໂທລະສັບ​ສາຍ​ດ່ວນ ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ​ເໜີ​ໂດຍ​ກົງ ຈາກ​ປະຊາຊົນ​ທີ່ຈະ​ສົ່ງ​ໄປ​ຍັງ​

ກອງ​ປະຊຸມນັ້ນ ​ສາມາດ​ສົ່ງ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ​ເໜີ​​ໄດ້​ດັ່ງນີ້: ​ໂທລະສັບ​ບໍ່​ເສຍ​ຄ່າໝາ​ຍເລກ 156, ​ໂທລະ​ສານ

ໝາຍ​ເລກ: 021 452627, ສົ່ງ​ເປັນ​ຈົດໝາຍ​ທາງ​ໄປສະນີ ຕູ້ ປນ. 662ຫຼື ສົ່ງ​ອີ​ເມ​ວ: na_seeion@na.gov.la

 

ແຫຼ່ງຂ່າວ: www.kpl.net.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...