spot_img
Homeຂ່າວທ້ອງຖິ່ນສະພາປະຊາຊົນແຂວງຄຳມ່ວນ ຈະໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ແຕ່ 18-21 ກໍລະກົດນີ້

ສະພາປະຊາຊົນແຂວງຄຳມ່ວນ ຈະໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ແຕ່ 18-21 ກໍລະກົດນີ້

Published on

ຂປລກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ (ສສຂ) ​ແຂວງຄຳມ່ວນ ຊຸດທີ I ​ເຊິ່ງຈະໄດ້ຈັດຂຶ້ນຢ່າງເປັນທາງການ​ ໃນວັນທີ 18-21 ກໍລະກົດ2017 ທີ່ສະໂມສອນ 21 ມີນາ ​ແຂວງຄຳມ່ວນ ເຊິ່ງຈະໄດ້ຮັບຟັງການລາຍງານພິຈາລະນາ ​ແລະ ຕົກລົງບັນຫາສຳຄັນຕ່າງໆ​ຂອງ​ແຂວງ.


ທ່ານ ສົ
ໃຈ ​ເພັດສີນວນ ປະທານສະພາປະຊາຊົນແຂວງຄຳມ່ວນ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 11 ກໍລະກົດ 2017 ນີ້​ວ່າ: ​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ບັນດາ ສສຂ ຮັບ​ຟັງການລາຍງານພິຈາລະນາ ​ແລະ ຕົກລົງຫລາຍ​ບັນຫາ​ສຳຄັນ ​ເປັນ​ຕົ້ນ ພິຈາລະນາ ​ແລະ ຮັບຮອງເອົາບົດລາຍງານຂອງແຂວງ​ ກ່ຽວກັບການຈັດຕັ້ງປະຕິບັດ​ ແຜນພັດທະນາເສດຖະກິດສັງຄົມ ​ແລະ ​ແຜນງົບປະມານແຫ່ງລັດ 6 ​ເດືອນຕົ້ນປີ ​ແລະ ທິດທາງແຜນການ 6 ​ເດືອນທ້າຍປີ 2017, ຮັບຟັງການລາຍງານຂອງພະແນແຜນການ ​ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດ​ ແຜນພັດທະນາ ເສດຖະກິດສັງຄົມຂອງແຂວງການຈັດຕັ້ງປະຕິບັດ​ ແຜນງົບປະມານແຫ່ງລັດ ຂອງພະແນກການເງິນແຂວງການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ​ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ​ໃນຂົງເຂດຊັບພະຍາກອນທຳມະຊາດ ​ແລະ ສິ່ງແວດລ້ອມຂົງເຂດໂຍທາທິການ ​ແລະ ຂົນສົ່ງການຈັດຕັ້ງປະຕິບັດວຽກງານສືບສວນສອບສວນ ​ແລະ ວຽກງານຈະລາຈອນ ຂອງ​ກອງບັນຊາການປ້ອງກັນຄວາມສະຫງົບຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານອົງການໄອຍະການປະຊາຊົນແຂວງວຽກງານສານປະຊາຊົນແຂວງ ປະຈຳ 6 ​ເດືອນຕົ້ນປີ ​ແລະ ​ແຜນການ 6 ​ເດືອນທ້າຍປີພິຈາລະນາ ​ແລະ ຮັບຮອງເອົາບົດລາຍງານກ່ຽວກັບ​ ການຈັດຕັ້ງປະຕິບັດ​ ແຜນການເຄື່ອນໄຫວວຽກງານຂອງ​ ສະມາຊິກສະພາປະຊາຊົນແຂວງ ​ໃນລະຫວ່າງກອງປະຊຸມ​ ສະໄໝສາມັນເທື່ອທີ 1 ​ແລະ 2 ຂອງສະພາປະຊາຊົນແຂວງ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...