spot_img
Homeຂ່າວພາຍ​ໃນສສຊ ຮັບຮອງເອົາກົດໝາຍສະບັບປັບປຸງສອງສະບັບ

ສສຊ ຮັບຮອງເອົາກົດໝາຍສະບັບປັບປຸງສອງສະບັບ

Published on

ຜ່ານ​ການ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຂອງ​ບັນດາ​ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ໃນ​ວັນ​ທີ 24 ທັນວາ 2013 ດ້ວຍ​ຄວາມ​ເອົາໃຈໃສ່ ເຊິ່ງ​ໃນ​ຕອນ​ເຊົ້າ​ພາຍຫຼັງ​ທີ່​ທ່ານ​ນາງ ໃບ​ຄຳ ຂັດ​ທິ​ຍະ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຂຶ້ນ​ຜ່ານ​ຮ່າງ​ກົດໝາຍ​ແຮງ​ງານ​ສະບັບ​ປັບປຸງ ປະກອບ​ມີ 17 ພາກ 29 ໝວດ 181 ມາດຕາ ຈາກ​ນັ້ນ ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຈົນ​ສາມາດ​ລົງ​ປະຊາ​ມະຕິ​ເປັນ​ເອກະ​ພາບ​ກັນ ຮັບຮອງ​ເອົາ​ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ 112 ຂອງ​ຜູ້​ແທນ​ທີ່​ມີ​ສິດ​ອອກສຽງ​ທັງ​ໝົດ 125 ທ່ານ.

ສຳລັບ​ໃນ​ຕອນ​ບ່າຍ ທາງ​ຄະນະ​ຜູ້​ແທນ ໄດ້​ພ້ອມ​ກັນ​ສືບຕໍ່​ຄົ້ນຄວ້າ​ພິຈາລະນາ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ແຫ່ງ​ຊາດ (ສະບັບ​ປັບປຸງ) ປະກອບ​ມີ 12 ພາກ 92 ມາດຕາ ເຊິ່ງ​ຂຶ້ນ​ຜ່ານ​ໂດຍ​ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ.

ຈາກ​ການ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ທ່ານ ​ສສຊ ຢ່າງ​ສົມ​ເຫດ​ສົມ​ຜົນ ຕ່າງ​ຄົນ​ກໍ່​ໄດ້​ຍົກ​ຫຼາຍ​ບັນຫາ​ຂຶ້ນ​ມາ ເພື່ອ​ເປັນ​ບ່ອນ​ອີງ ພ້ອມ​ດຽວ​ກັນ ທາງ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ກໍ່​ໄດ້​ຂຶ້ນ​ຊີ້​ແຈງ​ອີກ​ຄັ້ງ ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ມີ​ຄວາມ​ຮັດກຸມ​ເໝາະ​ສົມ ຈາກ​ນັ້ນ ໄດ້​ພ້ອມ​ກັນ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ດັ່ງກ່າວ ເປັນ​ອັນວ່າ ຈາກ​ການ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ທັງ​ພາກ​ເຊົ້າ ແລະ ພາກ​ບ່າຍ ກອງ​ປະຊຸມ​ໃນ​ວັນ​ນີ້ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ທັງ​ສອງ​ສະບັບ ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ.

 

ທີ່ມາhttp://www.vientianemai.net/teen/khao/1/10861

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...