spot_img
Homeຂ່າວພາຍ​ໃນສສຊ ສະເໜີໃຫ້ສານ-ໄອຍະການນໍາໃຊ້ AI ມາເປັນເຄື່ອງມືຊ່ວຍວຽກ

ສສຊ ສະເໜີໃຫ້ສານ-ໄອຍະການນໍາໃຊ້ AI ມາເປັນເຄື່ອງມືຊ່ວຍວຽກ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກນີ້, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ວຽງໄຊ ສີວິໄລ ສສຊ ເຂດ 9 ແຂວງຊຽງຂວາງ ກ່າວວ່າ: ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນມີຜົນສຳເລັດຫຼາຍດ້ານ. ອັນພົ້ນເດັ່ນ ແມ່ນບັນດາໂຄງການ, ແຜນງານຕ່າງໆຂອງສານ ກໍຄືຂອງອົງການໄອຍະການ ບັນລຸຄາດໝາຍ ແລະ ລື່ນຄາດໝາຍ ຕາມມະຕິຂອງສະພາແຫ່ງຊາດຮັບຮອງ, ແຕ່ສູນກາງຮອດທ້ອງຖິ່ນ ນັບມື້ກໍໄດ້ມີບາດກ້າວໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ. ແນ່ນອນໃນວຽກງານນັ້ນ, ກໍມີບາງອັນທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນໃນການຕິດຕາມ, ກວດກາຂອງອົງການໄອຍະການ; ເຊິ່ງມີການປະຕິບັດຄໍາຕັດສິນຂອງສານ ແລະ ໃນໄລຍະຜ່ານມາເຖິງປັດຈຸບັນ ຈໍານວນທັງໝົດທີ່ລະບຸໃນບົດສະຫຼຸບ ມີ 47.254 ເລື່ອງ; ເຊິ່ງ 2 ປີຜ່ານມາ, ປະຕິບັດໄດ້ 5.200 ເລື່ອງ ເທົ່າກັບ 11%; ໃນຈໍານວນນັ້ນ, ມີຄະດີແພງ 13.911 ເລື່ອງ (ໃນຈໍານວນ 47.254 ເລື່ອງ) ປະຕິບັດໄດ້ 2.948 ເລື່ອງ, ເຊິ່ງຖືວ່າປະຕິບັດໄດ້ໜ້ອຍຫຼາຍ.

ສະນັ້ນ, ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ຈະມີວິທີໃດຕື່ມ ຂໍໃຫ້ປຶກສາຫາລືທັງ 4 ພາກສ່ວນທີ່ກ່ຽວຂ້ອງ (ສານປະຊາຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທໍາ) ມີທິດທາງໃໝ່ຕື່ມ ໃຫ້ປະຕິບັດໄດ້ດີ ແລະ ໄດ້ຫຼາຍກວ່າເກົ່ານັ້ນ ໃນນັ້ນນັບທັງແນະນໍາໃຫ້ບັນ ດາອົງການໄອຍະການຢູ່ທ້ອງຖິ່ນ ໃນການເອົາສະຖິຕິໃນຄໍາຕັດສິນໃຫ້ຊັດເຊນ; ຢູ່ຂັ້ນທ້ອງຖິ່ນ, ໂຕເລກຢູ່ອົງການໄອຍະການ ແລະ ຕົວເລກຢູ່ຫ້ອງປະຕິບັດຄໍາຕັດສິນຂອງສານ ຍັງຂ້ອນຂ້າງບໍ່ກົງກັນ; ນອກນີ້, ກໍຢາກໃຫ້ເບິ່ງຕື່ມ ກໍລະນີຄໍາຕັດສິນເຂົ້າກ່ອນພັດປະຕິບັດຕາມຫຼັງ, ກໍລະນີຄໍາຕັດສິນເຂົ້າຕາມຫຼັງພັດປະຕິບັດກ່ອນ.

ໂອກາດນີ້, ທ່ານ ວຽງໄຊ ສີວິໄລ ຍັງໄດ້ແລກປ່ຽນບັນຫາໜຶ່ງທີ່ສຳຄັນວ່າ: ໃນການປະຕິບັດພາລະບົດບາດ, ສິດໜ້າທີ່ຂອງສານ ແລະ ອົງການໄອຍະການ ໃນການວິ ເຄາະເນື້ອໃນຈິດໃຈຂອງກົດໝາຍ ກັບວິທີການ ກັບເນື້ອໃນຮູບການໃນການລົງຄໍາເຫັນ ຕໍ່ຄະດີ ຫຼື ຕໍ່ການເຮັດວຽກໃຫ້ຈະແຈ້ງຄົບຖ້ວນ. ຜ່ານມາ, ນິຕິກຳຂອງສານສູງ ກໍໄດ້ອອກມາແລ້ວ 15 ສະບັບ ແລະ ຄໍາແນະນໍາອື່ນໆ, ອົງການໄອຍະການປະຊາຊົນສູງສຸດ ແຕ່ 2021-2023 ໄດ້ອອກນິຕິກຳ ຫຼື ຄໍາສັ່ງ, ຄໍາແນະນໍາຕ່າງໆ 49 ສະບັບ ແລະ ອື່ນໆອີກ. ແຕ່ໃນການປະຕິບັດຕົວຈິງ, ການເຜີຍແຜ່ເຊື່ອມຊຶມໃຫ້ຂະແໜງກ່ຽວຂ້ອງທີ່ຮ່ວມວຽກ ກໍຄືຢູ່ຂັ້ນເຂດ ນັບທັງຜູ້ຊີ້ນໍາວຽກງານສານ, ໄອຍະການຂອງແຂວງ, ຂອງເມືອງ ກໍຍັງບໍ່ທັນເຫັນ ບໍ່ທັນຮູ້ ບໍ່ທັນໄດ້ເຊື່ອມຊຶມຄົບຖ້ວນ ທີ່ຕິດພັນກັບການແກ້ໄຂວຽກງານຂອງສານ, ໄອຍະການ ເຮັດໃຫ້ການປຶກສາຫາລືວຽກ ຫຼື ປຶກສາຫາລືແກ້ໄຂຄະດີ ອື່ນໆ ມີບັນຫາບໍ່ເຂົ້າໃຈກັນ, ແກ່ຍືດແກ່ຍາວເວລາ, ຄວາມເປັນເອກະພາບ ໃນແງ່ການນໍາພາຂອງສານສູງ, ຂອງໄອຍະການ ຖືວ່າຍັງບໍ່ເຂັ້ມງວດ. ສະນັ້ນສະເໜີໃຫ້ສານປະຊາຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ເພີ່ມທະວີໃນການຊີ້ນໍາ, ແນະນໍາ ໃຫ້ເຊື່ອມຊຶມນິຕິກຳດັ່ງກ່າວໃຫ້ສານ, ໄອຍະການ ແລະ ພາກສ່ວນກ່ຽວຂ້ອງໃຫ້ກວ້າງຂວາງຕື່ມ.

ພ້ອມດຽວກັນນີ້, ໃນຂອດເຮັດວຽກ ກໍສະເໜີວ່າ: ກ່ອນສານຈະອອກປະເດັນສືບ ສວນ-ສອບສວນ ເພີ່ມເຕີມໃຫ້ໄອຍະການ ຫຼື ໄອຍະການ ຈະອອກປະເດັນສືບສວນ-ສອບສວນເພີ່ມຕື່ມໃຫ້ເຈົ້າໜ້າທີ່ ຫຼື ສານ, ໄອຍະການ ຈະມີຄໍາສັ່ງຢຶດ, ອາຍັດ ຫຼື ເກັບມ້ຽນຊັບຕ່າງໆນັ້ນ; ເຊິ່ງໃນໄລຍະພະນັກງານວິຊາການຂອງພວກເຮົາ ບໍ່ທັນເປັນມືອາຊີບ ເປັນຕົ້ນຢູ່ຂັ້ນເຂດ ກໍຢາກໃຫ້ມີກອງປະຊຸມປຶກສາຫາລື, ອະທິບາຍນໍາກັນໃຫ້ຈະແຈ້ງກ່ອນ ຈຶ່ງອອກປະເດັນ ເພາະຜ່ານມາ ເວລາອອກໄປແລ້ວ ກໍມີເຈົ້າໜ້າທີ່ ຫຼື ຜູ້ທີ່ຈະນໍາໄປປະຕິບັດ ຍັງບໍ່ຮູ້ເລື່ອງ ຊຶ່ງນີ້ກໍເປັນສ່ວນໜຶ່ງທີ່ເຮັດໃຫ້ຄະດີ ທີ່ຈະນໍາມາຕັດສິນແກ່ຍືດແກ່ຍາວ. ພ້ອມກັນນີ້, ກໍຍັງມີການຕັດສິນ ການປ່ອຍຕົວກ່ອນກຳນົດ ຊຶ່ງປັດຈຸບັນປະກົດວ່າມີຫຼາຍ. ຕໍ່ບັນຫານີ້, ກໍຢາກໃຫ້ຄໍາຕັດສິນໃຊ້ໄດ້ເດັດຂາດກ່ອນ ຈຶ່ງປ່ອຍ; ສະເໜີໃຫ້ສານສູງ ແລະ ໄອຍະການສູງ ຊີ້ນໍາຕື່ມ ເພາະຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນເຂດ ທີ່ຍັງຖືວ່າບໍ່ທັນເປັນມືອາຊີບເທື່ອ.

ຂະນະທີ່, ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ກໍໄດ້ກ່າວຊົມເຊີມຜົນສຳເລັດທີ່ຜ່ານມາຂອງສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດ ພ້ອມນີ້ກໍສະເໜີທິດໃນການແກ້ໄຂບາງຂໍ້ຄົງຄ້າງວ່າ: ໃຫ້ນໍາໃຊ້ AI ຫຼື ປັນຍາປະດິດ ເພາະປັດຈຸບັນເປັນເຄື່ອງມືໜຶ່ງທີ່ຫຼາຍປະເທດໃນໂລກເອົາມາໃຊ້ ແຕ່ນີ້ກໍບໍ່ມາແທນສານໄດ້, ສຸດທ້າຍກໍຍັງແມ່ນຄົນຢູ່ດີ. ແຕ່ນີ້, ສາມາດເປັນເຄື່ອງມືຊອກຫາຂໍ້ມູນ ແລະ ສາມາດວິເຄາະ-ວິໄຈ ເບື້ອງຕົ້ນໂດຍອີງໃສ່ມາດຕາຂອງກົດໝາຍທັງໝົດ ໃຫ້ຜູ້ພິພາກສາ ຫຼື ໃຫ້ວິຊາການວິເຄາະ. ພ້ອມນີ້, ກໍສະເໜີໃຫ້ລອງຄິດນໍາກັນແຕ່ດຽວນີ້ ຫຼື ເຮົາຈະຂຽນແອັບພິເຄຊັນໃດໜຶ່ງ ຫຼື ໂປຣແກຣມ ທີ່ເປັນຜູ້ຊ່ວຍໃນການຊອກຫາຂໍ້ມູນຕ່າງໆ ໃນປະມວນກົດໝາຍຕ່າງໆ, ບາງເທື່ອກົດໝາຍມີເປັນ 100 ຫຼື 200 ກວ່າ ມາດຕາ ຖ້າເຮົາປ້ອນຂໍ້ມູນເຂົ້າ ກໍຈະບອກອອກມາວ່າ ອັນນີ້ໃຫ້ໄປອ່ານເບິ່ງມາດຕານີ້. ປັດຈຸບັນ, ຫຼາຍປະເທດກໍນໍາໃຊ້ ເປັນຕົ້ນ ຈີນ, ສິງກະໂປ, ອົສຕຣາລີ, ການາດາ, ອັງກິດ, ອາເມຣິກາ ແລະ ອື່ນໆ;

ພ້ອມນີ້, ບັນດາປະເທດດັ່ງກ່າວ ກໍໃຊ້ລະບົບການຈັດລຽງເອກະສານ ກໍໃຊ້ເຕັກໂນໂລຊີມາຊ່ວຍທັງໝົດ. ເມື່ອເບິ່ງຄວາມຫຍຸ້ງຍາກຕ່າງໆ ທີ່ພວກເຮົາກຳລັງເວົ້າກັນຢູ່ນີ້ ເຮົາລອງເຮັດເບິ່ງ ຊຶ່ງກໍຄິດວ່າມີບາງພາກສ່ວນທີ່ເລີ່ມນໍາໃຊ້ແລ້ວ, ແຕ່ກໍຢາກໃຫ້ນໍາມາໃຊ້ຢ່າງຈິງຈັງ ໃນການຄົ້ນຫາ, ວິເຄາະຂໍ້ມູນຂອງຄະດີຕ່າງໆ ເພາະຄອມພິວເຕີເປັນທາດທີ່ຊື່ສັດທີ່ສຸດ ຖ້າປ້ອນຂໍ້ມູນທີ່ຖືກກໍຈະຕອບເຮົາອອກມາໃຫ້ຖືກ, ພິຈາລະ ນາເອົາຢ່າງໜ້ອຍ ບໍ່ແມ່ນເອົາຕາມທັງໝົດ ແຕ່ວ່າມັນກໍເປັນຕົວຊ່ວຍເຮົາໄດ້.

ແຫຼ່ງຂ່າວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...