spot_img
Homeຂ່າວທ້ອງຖິ່ນລາວສົ່ງອອກຜະລິດຕະພັນເຫຼັກເສັ້ນ 300 ໂຕນ ຄັ້ງທຳອິດໄປຕ່າງປະເທດ

ລາວສົ່ງອອກຜະລິດຕະພັນເຫຼັກເສັ້ນ 300 ໂຕນ ຄັ້ງທຳອິດໄປຕ່າງປະເທດ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້, ທີ່ດ່ານສາກົນໜອງນົກຂຽນ, ແຂວງຈຳປາສັກ (ຊາຍແດນລະຫວ່າງ ລາວ-ກຳປູເຈຍ), ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈະກັດ ໄດ້ສົ່ງອອກຜະລິດ ຕະພັນເຫຼັກເສັ້ນ ຂອງ ສປປ ລາວ ຄັ້ງທຳອິດ ໃນປະຫວັດສາດຈຳນວນ 300 ໂຕນ ໄປນະຄອນຫຼວງພະ ນົມເປັນ ປະເທດກຳປູເຈຍ.

ທ່ານ ຈີ ຢົງ ກວນ (JI YONG QUAN) ໄດ້ກ່າວວ່າ ຜະລິດຕະພັນເຫຼັກເສັ້ນຂອງລາວ ແມ່ນໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24, SD30, SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ໄດ້ຮັບການຢັ້ງຢືນມາດຕະຖານ ISO 90012015 ແລະ ເປັນໂຮງງານແຫ່ງທໍາອິດ ທີ່ສາມາດຜະລິດເຫຼັກເສັ້ນ ກົມກ້ຽງຂະໜາດ 6mm ແລະ ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5mm ທີ່ໄດ້ຄຸນນະພາບ ມາດຕະຖານໃນ ສປປ ລາວ. ປັດຈຸບັນ ທາງໂຮງງານດັ່ງກ່າວ, ມີກຳລັງການຜະລິດ 300.000 ໂຕນ/ປີ ແລະ ມີຕົວແທນຈຳໜ່າຍທົ່ວປະເທດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...