spot_img
Homeຂ່າວຕ່າງປະເທດລັດຖະບານອັງກິດວາງແຜນໃນປີ 2022 ອາຄານທີ່ຈະສ້າງໃໝ່ຕ້ອງມີຈຸດສາກລົດໄຟຟ້າ

ລັດຖະບານອັງກິດວາງແຜນໃນປີ 2022 ອາຄານທີ່ຈະສ້າງໃໝ່ຕ້ອງມີຈຸດສາກລົດໄຟຟ້າ

Published on

ໃນວັນທີ 22 ພະຈິກ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ຫຼັງຈາກສິ້ນສຸດການປະຊຸມວິກິດສະພາບອາກາດ COP26 ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີປະເທດອັງກິດ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະພະຍາຍາມສົ່ງເສີມການຮັບຮອງດ້ານພະລັງງານສະອາດຂອງປະເທດ ໂດຍໄດ້ມີການປະກາດວ່າ: ອາຄານໃໝ່ທັງໝົດໃນອັງກິດຈະຕ້ອງຕິດຕັ້ງຈຸດສາກລົດໄຟຟ້າໃນປີໜ້າ.

ໃນການກ່າວຄໍາປາໄສຕໍ່ກັບສະມາພັນອຸດສາຫະກໍາແຫ່ງປະເທດອັງກິດ (CBI) ນາຍົກລັດຖະມົນຕີຂອງປະເທດອັງກິດໄດ້ເປີດເຜີຍເຖິງແຜນການຕ່າງໆ ໃນການເຂັ້ມງວດກົດລະບຽບສໍາລັບການສ້າງເຮືອນ ແລະ ອາຄານໃໝ່ຫຼັງຈາກນີ້ຕໍ່ໄປ.

ໃນປີ 2022 ການພັດທະນາກໍ່ສ້າງອາຄານຕ່າງໆບໍ່ວ່າຈະເປັນ ຊຸບເປີມາເກັດ ຫຼື ສໍານັກງານບໍລິສັດຕ່າງໆ ຈະຕ້ອງຕິດຕັ້ງຈຸດສາກລົດໄຟຟ້າເພື່ອທະຍອຍຫຼຸດການໃຊ້ນໍ້າມັນ. ລັດຖະບານຂອງອັງກິດຄາດການວ່ານະໂຍບາຍນີ້ຈະເຮັດໃຫ້ເກີດສະຖານີສາກໄຟແຫ່ງໃໝ່ປະມານ 145,000 ບ່ອນໃນແຕ່ລະປີ. ລັດຖະບານຈະສະເໜີໂຄງການກູ້ເງິນມູນຄ່າ 150 ລ້ານປອນ ໂດຍ Innovate UK ເປັນໄລຍະເວລາ 3 ປີ ເພື່ອຊ່ວຍວິສະຫະກິດຂະໜາດກາງ ແລະ ຂະໜາດນ້ອຍຂອງອັງກິດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...