spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າແກ່ລາວ ໂຄງການຂົວຂ້າມເຊກອງ

ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າແກ່ລາວ ໂຄງການຂົວຂ້າມເຊກອງ

Published on

ວັນ​ທີ 13 ມັງກອນ 2014 ນີ້ ທີ່​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ມີ​ພິທີ​ລົງ​ນາມ​ເຊັນ​ສັນຍາ​ຂໍ້​ຕົກລົງ ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ລະຫວ່າງ​ລັດຖະບານ​ລາວ ແລະ ລັດຖະບານ​ຍີ່ປຸ່ນ ໂດຍ​ຕາງໜ້າ​ໃຫ້​ລັດຖະບານ​ລາວ ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ເຊັນ​ສັນຍາ​ຮັບຮອງ​ເອົາ​ແບບແຜນ​ຜັງ ຂອງ​ໂຄງການ​ກໍ່ສ້າງ​ຂົວ​ເຊ​ກອງ ແຂວງ​ເຊ​ກອງ ຊຶ່ງ​ຕັ້ງ​ຢູ່​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ ເລກ​ທີ 16B ຢູ່​ພາກ​ໃຕ້​ຂອງ ​ສປປ ລາວ ໂຄງການ​ສ້າງ​ຂົວ​ດັ່ງກ່າວ ແມ່ນ​ໄດ້​ຮັບ​ທຶນ​ຊ່ວຍເຫຼືອ​ລ້າ​ຈາກ​ລັດຖະບານ​ປະເທດ​ຍີ່ປຸ່ນ ໂດຍ​ຜ່ານ​ອົງການ​ຮ່ວມ​ມື​ສາກົນ​ຂອງ​ປະເທດ​ຍີ່ປຸ່ນ (ອົງການ​ໄຈ​ກາ) ທີມ​ງານ​ໄຈ​ກາ​ຕ້ອງ​ໄດ້​ໃຊ້​ງົບປະມານ 8 ແສນ​ໂດ​ລາ​ສະຫະລັດ ຫຼື ປະມານ 6,4 ຕື້​ກີບ ໃນ​ການ​ສຶກ​ສາ​ລາຍ​ລະອຽດ ກ່ອນ​ຈະ​ສາມາດ​ດຳເນີນ​ການຈັດຕັ້ງ​ລົງມື​ການ​ກໍ່ສ້າງ​ຕົວ​ຈິງ.

ຂົວ​ຂ້າມ​ເຊ​ກອງ ຈະ​ໄດ້​ສ້າງ​ເປັນ​ເສັ້ນທາງ​ຜ່ານ​ທັງ​ພາຍ​ໃນ ແລະ ສາກົນ ເຊື່ອມ​ຕໍ່​ລະຫວ່າງ​ເມືອງ​ເຊ​ກອງ ແລະ ເມືອງ​ດັກ​ຈຶງ ທັງ​ເປັນ​ການ​ປັບປຸງ​ພັດທະນາ​ການ​ຂົນສົ່ງ​ພາຍ​ໃນ​ແຂວງ ໃຫ້​ມີ​ປະສິດທິພາບ ເປັນ​ການ​ເຊື່ອມ​ຕໍ່​ການ​ຂົນສົ່ງ​ສິນຄ້າ ການ​ໄປ​ມາ​ຂອງ​ປະຊາຊົນ​ພາຍ​ໃນ​ແຂວງ​ເຊ​ກອງ ໄດ້​ມີ​ຄວາມ​ສະດວກ​ສະບາຍ ແລະ ຍັງ​ເປັນ​ການ​ພັດທະນາ​ຂະຫຍາຍຕົວ​ຂອງ​ເສດຖະກິດ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ຊຶ່ງ​ປັດຈຸບັນ​ນີ້ ແມ່ນ​ໃຊ້​ເຮືອ​ເພື່ອ​ຂ້າມ​ແມ່ນ້ຳ​ເຊ​ກອງ​ໃນ​ຈຸດ​ດັ່ງກ່າວ ເຊິ່ງ​ການ​ຂົນສົ່ງ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ ເນື່ອງ​ຈາກ​ລະດັບ​ນ້ຳ​ເຊ​ກອງ ມີ​ການ​ປ່ຽນແປງ​ຕະຫຼອດ ຂົວ​ແມ່ນ​ມີ​ຄວາມ​ຍາວ 300 ແມັດ ແຕ່​ຖ້າ​ລວມ​ທັງ​ໝົດ​ຄວາມ​ຍາວ​ຂອງ​ຂົວ​ຂ້າມ​ສອງ​ຟາກ​ຂອງ​ແມ່ນ້ຳ ນັບ​ທັງ​ການ​ກໍ່ສ້າງ​ເຊື່ອມ​ຈອດ​ແມ່ນ 527 ແມັດ ໂຄງການ​ດັ່ງກ່າວ ຖ້າ​ສ້າງ​ສຳເລັດ ແມ່ນ​ຈະ​ມີ​ບົດບາດ​ສຳຄັນ​ເພື່ອ​ປະກອບສ່ວນ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ປະເທດ​ລາວ ທີ່​ຕັ້ງ​ຢູ່​ທາງ​ຫຼວງ​ແຫ່ງ​ຊາດ​ເລກ​ທີ 16B ຊຶ່ງ​ເປັນ​ເສັ້ນທາງ​ໜຶ່ງ​ທີ່​ຈະ​ເຊື່ອມ​ຕໍ່​ແລວ​ເສດຖະກິດ​ຕາເວັນ​ ອອກ-ຕາເວັນຕົກ ເຊື່ອມ​ຕໍ່​ລະຫວ່າງ​ປະເທດ​ໄທ ແລະ ປະເທດ​ຫວຽດນາມ.

ພິທີ​ລົງ​ນາມ​ສັນຍາ​ຄັ້ງ​ນີ້ ຕາງໜ້າ​ໃຫ້​ລັດຖະບານ​ລາວ ໂດຍ​ແມ່ນ​ທ່ານ​ນາງ ສີ​ສົມບູນ ອຸ​ນາ​ວົງ ຫົວໜ້າ​ກົມ​ການ​ຮ່ວມ​ມື​ສາກົນ ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ຕາງໜ້າ​ໃຫ້​ລັດຖະບານ​ຍີ່ປຸ່ນ​ແມ່ນ​ທ່ານ ໂຄ​ອິ​ຈິ ທາ​ເກ​ອິ ຫົວໜ້າ​ອົງການ​ໄຈ​ກາ ປະຈຳ ​ສປປ ລາວ ໂດຍ​ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທີ່ມາ http://www.vientianemai.net/teen/khao/1/10973

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...