spot_img
Homeຂ່າວການສຶກສາລັດຈະໃຫ້ເບ້ຍລ້ຽງ ນັກຮຽນທຸກຍາກດ້ອຍໂອກາດສາຍສາມັນສຶກສາ

ລັດຈະໃຫ້ເບ້ຍລ້ຽງ ນັກຮຽນທຸກຍາກດ້ອຍໂອກາດສາຍສາມັນສຶກສາ

Published on

ເນື່ອງຈາກສະພາບປະຈຸບັນເດັກນ້ອຍຜູ້ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກທີ່ຢາກເຂົ້າໂຮງຮຽນແມ່ນມີຈຳ ນວນຫຼາຍ ແຕ່ຍ້ອນສະພາບຄອບຄົວທຸກຍາກ, ຂາດເຂີນ, ກໍາພ້າ, ກໍາພອຍ, ຂາດທີ່ເພິ່ງພາອາໄສ

ສະນັ້ນ ຈຶ່ງ ເຮັດໃຫ້ນັກຮຽນຫຼາຍໆຄົນປະລະການຮຽນຍ້ອນບໍ່ມີທຶນຮອນແນວໃດກໍດີປະຈຸບັນ ລັດຖະບານແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍການໃຫ້ເບ້ຍລ້ຽງແກ່ນັກ ຮຽນຜູ້ທຸກຍາກ ແລະດ້ອຍໂອກາດໃນສາຍສາມັນສຶກສາ ໂດຍ ນ້ອງນັກຮຽນທີ່ຈະໄດ້ຮັບຕ້ອງຫຍຸ້ງຍາກ ແລະດ້ອຍໂອກາດທີ່ສຸດ.

ເມື່ອວັນທີ 15 ທັນວາຜ່ານມາ ລັດຖະບານໄດ້ອອກດໍາລັດ ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະດ້ອຍໂອ ກາດໃນສາຍສາມັນສຶກສາສະບັບເລກທີ 385/ລບ ໃນດໍາລັດດັ່ງກ່າວປະກອບມີ 6 ໝວດ ແລະ 21 ມາດຕາ ເພື່ອກໍານົດຫຼັກການ ແລະລະບຽບການກ່ຽວກັບການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຜູ້ທຸກຍາກ ແລະດ້ອຍ ໂອກາດໃນສາຍສາມັນສຶກສາ ເພື່ອໃຫ້ນັກຮຽນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນແນໃສ່ປະຕິບັດນະໂຍ ບາຍການສຶກສາພາກ ບັງຄັບຂອງລັດຖະບານ, ສໍາລັບນັກຮຽນຜູ້ທຸກຍາກ ແລະດ້ອຍໂອກາດແມ່ນນັກຮຽນ ທີ່ມາຈາກຄອບຄົວທຸກຍາກ, ຂາດເຂີນ, ກໍາພ້າ, ກໍາພອຍ, ຂາດທີ່ເພິ່ງພາອາໄສ, ນັກຮຽນທີ່ຢູ່ເຂດຫ່າງໄກສອກ ຫຼີກ, ຜູ້ພິການ, ນັກຮຽນຍິງ, ຊົນເຜົ່າ, ຜູ້ມີພອນສະຫວັນ ແລະຜູ້ຮຽນເກັ່ງ.

ການສະໜອງເບ້ຍລ້ຽງ ໃຫ້ນັກຮຽນປະຕິບັດສອດຄ່ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມ ງວດ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນພັດທະນາການສຶກສາ, ປະຕິບັດຕາມຂັ້ນ ຕອນ ແລະລະບຽບການກ່ຽວກັບການຄັດເລືອກນັກຮຽນ ທີ່ຈະໄດ້ຮັບເບ້ຍລ້ຽງ ແລະສະເໝີພາບ, ຍຸຕິທໍາ, ເປີດ ເຜີຍ, ໂປ່ງໃສ່ສາມາດກວດສອບໄດ້, ສໍາລັບເປົ້າໝາຍຜູ້ທີ່ໄດ້ຮັບເບ້ຍລ້ຽງແມ່ນນັກຮຽນຜູ້ທຸກຍາກ ແລະນັກ ຮຽນຜູ້ດ້ອຍໂອກາດໃນຊັ້ນປະຖົມສຶກສາ ແລະມັດທະຍົມສຶກສາຕອນຕົ້ນຂອງລັດໃນບ້ານ, ເມືອງທີ່ທຸກຍາກທີ່ ສຸດ ແລະເຂດຈຸດສຸມຂອງລັດຖະບານໃນຂອບເຂດທົ່ວປະເທດ.

ສ່ວນເງື່ອນໄຂນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງຕ້ອງແມ່ນນັກຮຽນຜູ້ທຸກຍາກ ແລະນັກຮຽນຜູ້ດ້ອຍໂອກາດ, ຊຶ່ງ ໄດ້ຜ່ານການຄັດເລືອກຈາກຂະແໜງການສຶກສາທິການ ແລະກິລາ ແລະໄດ້ຮັບການຢັ້ງຢືນຈາກອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງຕາມເກນມາດຕະຖານເປັນຕົ້ນແມ່ນສະຖານະພາບທາງດ້ານຄອບຄົວທຸກຍາກ, ມີລູກຫຼາຍ ຄົນ ແລະເຮັດການຜະລິດບໍ່ກຸ້ມກິນ, ໃຫ້ບຸລິມະສິດເພດຍິງ ແລະຊົນເຜົ່າ, ເດັກພິການທີ່ມີຄວາມພ້ອມ ແລະສາ ມາດຮຽນຮ່ວມກັບເດັກປົກກະຕິໄດ້, ລະດັບການສຶກສາຂອງພໍ່-ແມ່ ຕໍ່າ ຫຼື ກືກໜັງສື ແລະໄລຍະທາງຫ່າງໄກແຕ່ ເຮືອນຫາໂຮງຮຽນ (ລາຍລະອຽດຂອງເກນມາດຕະຖານການຄັດເລືອກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ) ແລະຫຼັກການລວມໃນການຄັດເລືອກແມ່ນຄັດເລືອກນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນຕາມເກນມາດຕະຖານທີ່ ໄດ້ກໍານົດໄວ້ໃນມາດຕາ 7 ໂດຍຈັດບຸລິມະສິດຄື: ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນລະຫວ່າງເພດຍິງ ແລະຊາຍໃຫ້ ເລືອກເອົາເພດຍິງ ແລະນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນລະຫວ່າງຊົນເຜົ່າລາວ ແລະຊົນເຜົ່າອື່ນໆ ໃຫ້ເລືອກເອົາ ຊົນເຜົ່າອື່ນໆ.

ສໍາລັບການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາແມ່ນ 1 ແສນກີບຕໍ່ຄົນຕໍ່ເດືອນ ການສະ ໜອງເບ້ຍ ລ້ຽງໃຫ້ປະຕິບັດຈົນກວ່ານັກຮຽນດັ່ງກ່າວ ຈະຈົບຊັ້ນປະຖົມສຶກສາ ແລະເບ້ຍລ້ຽງນັກຮຽນຊັ້ນມັດ ທະຍົມຕອນຕົ້ນແມ່ນ 1,50 ແສນກີບຕໍ່ຄົນຕໍ່ເດືອນໃຫ້ປະຕິບັດແຕ່ປີທີ 1 ຈົນກວ່າ ຈະຈົບຊັ້ນມັດທະຍົມ ສຶກສາຕອນຕົ້ນ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...