spot_img
Homeຂ່າວການພັດທະນາລະດົມຄວາມຄິດເຫັນຂອງນັກວິທະຍາສາດທົ່ວປະເທດ ໃສ່ການພັດທະນາປະເທດ

ລະດົມຄວາມຄິດເຫັນຂອງນັກວິທະຍາສາດທົ່ວປະເທດ ໃສ່ການພັດທະນາປະເທດ

Published on

ໃນວັນທີ 10 ຕຸລານີ້, ທີ່ສູນການຮ່ວມມື ແລະ ຝຶກອົບຮົມ (ITCT) ນະຄອນຫລວງວຽງຈັນ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ເຊີນບັນດານັກວິທະຍາສາດ, ນັກຄົ້ນຄວ້າຈາກກະຊວງ, ສະພາວິທະຍາສາດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມນັກວິທະຍາສາດທໍາມະຊາດທົ່ວປະເທດຄັ້ງທໍາອິດ ເພື່ອປືກສາຫາລື ແລະ ລະດົມຄວາມຄິດເຫັນໃສ່ການພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນວຽກງານວິທະຍາສາດ, ພາຍຫລັງເຫັນວ່າໄລຍະຜ່ານມາວຽກງານດັ່ງກ່າວໄດ້ມີບົດບາດສໍາຄັນປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ແລະ ເປັນພື້ນຖານອັນຕົ້ນຕໍໃຫ້ແກ່ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝຂອງປະເທດເຮົາໃນຕໍ່ໜ້າ.

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານສະພາວິທະຍາສາດແຫ່ງຊາດ ໄດ້ມີຄໍາເຫັນວ່າ: ບັນຫາສໍາຄັນທີ່ຈະໄດ້ຄົ້ນຄວ້າ ແລະ ປືກສາຫາລືໃນກອງປະຊຸມຄັ້ງນີ້, ອັນທີໜຶ່ງແມ່ນເຮັດໃຫ້ນັກວິທະຍາສາດ, ນັກຄົ້ນຄວ້າ ໄດ້ມີໂອກາດພົບປະຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບວຽກງານວິທະຍາສາດ, ວິທະຍາການໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ເພື່ອໃຫ້ສອດຄ່ອງກັບການຫັນເປັນປະເທດອຸດສະຫະກໍາ ແລະ ທັນສະໄໝ, ດ້ວຍການນໍາໃຊ້ວິທະຍາສາດທີ່ກ້າວໜ້າຕາມທິດພັດທະນາສີຂຽວ ແລະ ຍືນຍົງ, ອັນທີສອງແມ່ນຫາລືກ່ຽວກັບປັບປຸງການຈັດຕັ້ງຂອງສະພາວິທະຍາສາດແຫ່ງຊາດ ເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ປະຕິບັດພາລະບົດບາດຢ່າງມີປະສິດທິຜົນ, ອັນທີສາມແມ່ນປືກສາຫາລືກ່ຽວກັບການນໍາໃຊ້ງົບປະມານຂອງກອງທຶນພັດທະນາວິທະຍາສາດທີ່ລັດຖະບານໄດ້ອະນຸມັດແລ້ວຈໍານວນ 40 ຕື້ກີບ ເພື່ອສະໜອງໃຫ້ແກ່ວຽກງານການຄົ້ນຄວ້າທີ່ມີຫລາຍກວ່າ 100 ໂຄງການ ແລະ ອັນທີສີ່ ແມ່ນຫາລືກ່ຽວກັບການຄຸ້ມຄອງວຽກງານວິທະຍາສາດໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງຍຸດທະສາດຮອດປີ 2025, ແຜນພັດທະນາວິທະຍາສາດ-ເຕັກໂນໂລຊີແຕ່ 2016-2020, ກົນໄກການຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ, ກອງທຶນພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ການຄົ້ນຄວ້າພັດທະນາວິທະຍາສາດ-ເຕັກໂນໂລຊີ, ຊຶ່ງສະເໜີໂດຍບັນດາທ່ານຮອງລັດຖະມົນຕີກະຊວງວິທະຍາສາດ-ເຕັກໂນໂລຊີ.
ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015) ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານໄດ້ປັບປຸງ ແລະ ພັດທະນາວຽກງານວິທະຍາສາດ-ເຕັກໂນໂລຊີໂດຍຈັດສັນງົບປະມານໃຫ້ແກ່ວຽກງານຄົ້ນຄວ້າວິທະຍາສາດໃນແຕ່ລະປີ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ: ໂຄງການສະກັດສ່ວນປະກອບທາງເຄມີ ແລະ ທົດສອບຄວາມເປັນພິດຕໍ່ຈຸລັງມະເຮັງບາງຊະນິດທີ່ສະກັດຈາກຕົ້ນມືນາງທີ່ທົ່ງພຽງສະຫວັນນະເຂດ, ຄົ້ນຄວ້າການສະກັດ ແລະ ນໍາໃຊ້ສານຊີວະພາບໃນການກໍາຈັດສັດຕູພືດຢູ່ແຂວງອັດຕະປື, ໂຄງການສຶກສາຊະນິດພັນພືດທີ່ໃຊ້ເປັນອາຫານຢູ່ແຂວງພາກໃຕ້, ຄົ້ນຄວ້າທ່າແຮງວິທະຍາສາດເຂດຈຸດສຸມພັດທະນາຂອງລັດຖະບານ, ຄົ້ນຄວ້າອານຸລັກພັນກ້ວຍ, ດອກເຜິ້ງທີ່ເປັນຢາ ແລະ ເຫັດແປກຢູ່ພາກເໜືອ, ຄົ້ນຄວ້າ-ຜະລິດທົດລອງນໍາໃຊ້ນໍ້າມັນເຊື້ອໄຟຊີວະພາບຈາກນໍ້າມັນພືດທີ່ໃຊ້ແລ້ວຈາກໝາກເຍົາ ແລະ ໝາກເກົາ, ໂຄງການສ້າງຕົວແບບເຄື່ອງອົບແຫ້ງຜະລິດຕະພັນກະສິກໍາດ້ວຍຄວາມຮ້ອນແສງ ຕາເວັນ ແລະ ພະລັງງານຊີວະມວນ, ໂຄງການຄົ້ນຄວ້າສ້າງຫຸ່ນຍົນເກັບກູ້ ແລະ ທໍາລາຍລະເບີດ ແລະ ໂຄງການອື່ນໆອີກ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...