spot_img
HomePicpostລວມຮູບເມື່ອຕອນຍັງເປັນ "ໄວໜຸ່ມ" ຂອງ 16 ຄົນສຳຄັນລະດັບໂລກ

ລວມຮູບເມື່ອຕອນຍັງເປັນ “ໄວໜຸ່ມ” ຂອງ 16 ຄົນສຳຄັນລະດັບໂລກ

Published on

ຜູ້ໃຫຍ່ທຸກຄົນລ້ວນແຕ່ເຄີຍຜ່ານຊ່ວງເວລາຂອງໄວໜຸ່ມກັນມາກ່ອນ ແລະ ໃນຄໍລຳ ຮູບພາບ ມື້ນີ້ແອັດມິນໄດ້ ລວມຮູບເມື່ອຕອນຍັງເປັນ “ໄວໜຸ່ມ” ຂອງ 16 ຄົນສຳຄັນລະດັບໂລກ ມາຝາກແຟນລາວໂພສຕ ເຊິ່ງຈະມີໃຜແນ່ນັ້ນເຮົາມາເບິ່ງພ້ອມກັນເລີຍ

    1. Silvio Berlusconi

ເປັນນັກການເມືອງ ແລະ ນັກທຸລະກິດຊາວ ອີຕາລີ ເຊິ່ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ ເຖິງສາມສະໄໝ ຕັ້ງແຕ່ ຄ.ສ 1994-1995, 2001-2006 ແລະ 2008-2011

2. Donald Trump
ປັດຈຸບັນດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ຄົນທີ 45 ແລະ ເປັນນັກທຸລະກິດ

3. Queen Elizabeth II
ສົມເດັດພຣະຣາຊິນິນາດ ເອລິຊາເບດທີ 2 ເປັນພຣະມະຫາກະສັດຂອງ 16 ປະເທດ ຈາກ 53 ລັດສະມາຊິກໃນເຄືອຈັກກະພົບແຫ່ງຊາດ ພຣະອົງເປັນປະທານເຄືອຈັກກະພົບ ແລະ ຜູ້ປົກຄອງສູງສຸດແຫ່ງຄຣິາຕະຈັກແຫ່ງອັງກິດ

4. Michelle Obama
ເປັນພັນລະຍາຂອງອະດີດປະທານາທິບໍດີສະຫະລັດອາເມລິກາ ຄົນທີ 44 ທ່ານ ບາຣັກ ໂອາບາມາ

5. Vladimir Putin
ເປັນນັກການເມືອງຊາວຣັສເຊຍຜູ້ທີ່ດຳລົງຕຳແໜ່ງ ປະທານາທິບໍດີຣັສເຊຍຄົນທີສີ່ ແລະ ຄົນປັດຈຸບັນຂອງຣັສເຊຍ

6. George Bush Jr.
ອະດີດປະທານາທິບໍດີສະຫະລັດອາເມລິກາ

7. Hillary Clinton
ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດອາເມລິກາ ໃນລັດຖະບານຂອງ ບາຣັກ ໂອບາມາ

8. Hugo Chavez
ອະດີດປະທານາທິບໍດີ ເວເນຊູເອຣາ ແລະ ອະດີດຜູ້ນັກພັກສະຫະພາບສັງຄົມນິຍົມເວເນຊູເອຣາ

9. Boris Yeltsin
ອະດີດປະທານາທິບໍດີຄົນທຳອິດ ຂອງສະຫະພັນຣັສເຊຍ

10. Fidel Castro
ເປັນນັກປະຕິວັດ ແລະ ນັກການເມືອງ ຄິວບາ ເຊິ່ງອະດີດເຄີຍດຳລົງຕຳແໜ່ງລັດຖະມົນຕີແຫ່ງຄິວບາຕັ້ງແຕ່ ຄ.ສ 1959-1976 ແລະ ດຳລົງຕຳແໜ່ງປະທານາທິບໍດີຄິວບາ ຕັ້ງແຕ່ ຄ.ສ 1976-2008

11. Winston Churchill
ເປັນລັດບຸລຸດຊາວອັງກິດຜູ້ເຄີຍດຳລົງຕຳແໜ່ງນາຍົດລັດຖະມົນຕີແຫ່ງຣາຊາອານາຈັກສອງສະໃໝ ລະຫວ່າງປີ 1940-1945 ແລະ 1951-1955 ໄດ້ຮັບການຍອມຮັບຢ່າງກ້ວາງຂວາງວ່າເປັນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດໃນຍຸກສົງຄາມຂອງສັດຕະວັດທີ 20

12. Ernesto Che Guevara
ເປັນນັກປະຕິວັດລັດທິມາກ, ນາຍແພດ, ນັກຂຽນ, ຜູ້ນຳນັກຮົບກອງໂຈນ, ນັກການທູດ ແລະ ທະຫານຊາວອາເຈນຕິນາ ໃນຖານະທີ່ເປັນບຸກຄົນສຳຄັນຄົນໜຶ່ງຈາກການປະຕິວັດ ຄິວບາ

13. Margaret Thatcher
ອະດີດດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງຣາຊາອານາຈັກຍາວນານທີ່ສຸດ ໃນຊ່ວງສັດຕະວັດທີ 19 ແລະ ເປັນແມ່ຍິງຄົນທຳອິດທີ່ເປັນຜູ້ນຳພັກຝ່າຍຄ້ານສະພາສາມັນຊົນ ແລະ ມີສື່ສຽງຫຼາຍ

14. Barack Obama
ຫົວໜ້າພັກເດໂມແຄຣດ ອະດີດປະທານາທິບໍດີສະຫະລັດອາເມລິກາ ຄົນທີ 44

15. Kate Middleton
ພຣະຊາຍາເຈົ້າຊາຍ ວິລລຽມ ຍຸກແຫ່ງເຄມບຣິດ

16. Mikhail Gorbachev
ອະດີດປະທານາທິບໍດີສະຫະພາບໂຊວຽດ ແລະ ຍັງເຄີຍດຳລົງຕຳແໜ່ງເລຂາທິການພັກຄອມມູນິດແຫ່ງສະຫະພາບໂຊວຽດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...