spot_img
Homeຂ່າວທ້ອງຖິ່ນມວນຊົນຈໍານວນຫຼວງຫຼາຍຮ່ວມພິທີຍ່າງເພື່ອສຸຂະພາບຂອງຄອບຄົວ ຄັ້ງທີ I ນຶ່ງໃນກິດຈະກໍາສ້າງສາຍໃຍຜູກພັນ

ມວນຊົນຈໍານວນຫຼວງຫຼາຍຮ່ວມພິທີຍ່າງເພື່ອສຸຂະພາບຂອງຄອບຄົວ ຄັ້ງທີ I ນຶ່ງໃນກິດຈະກໍາສ້າງສາຍໃຍຜູກພັນ

Published on

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ບໍລິສັດຢູນີລີເວີລາວຈໍາກັດ ຈັດພິທີຍ່າງເພື່ອສຸຂະພາບຂອງຄອບຄົວ ຄັ້ງທີ I ຂຶ້ນໃນຕອນເຊົ້າວັນທີ 26 ມີນາ 2016 ເຊິ່ງເລີ່ມແຕ່ປະຕູໄຊ ຫາ ຫໍຄໍາ ແລ້ວກັບຄືນສູ່ປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ.ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ຮອງປະທານສະພາແຫ່ງຊາດ ທ່ານ ດຣ.ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ມີການນໍາພັກ-ລັດ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ບັນດາຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ VIII ສະມາຊິກສະພາແຫ່ງຊາດເພດຍິງ ສູນກາງສະຫະພັນແມ່ຍິງລາວ ຄະນະສະຫະພັນແມ່ຍິງບັນດາກະຊວງ ອົງການຈັດຕັ້ງຂັ້ນສູນກາງ ນະຄອນຫຼວງວຽງຈັນ ບັນດາສະຫະພັນແມ່ຍິງບ້ານອ້ອມຂ້າງ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຫຼາຍກວ່າ 2.000 ຄົນ.

ທ່ານ ດຣ.ນາງ ອິນລາວັນ ແກ້ວບຸນພັນ ໄດ້ໃຫ້ຮູ້ວ່າ ກິດຈະກໍາຍ່າງເພື່ອສຸຂະພາບຂອງຄອບຄົວຄັ້ງນີ້ ຈັດຂຶ້ນເປັນຄັ້ງທໍາອິດໃນ ສປປ.ລາວ ເພື່ອເປັນການຈັດຕັ້ງຜັນຂະຫຽາຍ ມະຕິກອງປະຊຸມໃຫຽ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ VII ແລະ ແຜນພັດທະນາແມ່ຍິງລາວ ຮວມມີ 34 ໂຄງການ ເຂົ້າສູ່ຊີວິດໂຕຈິງ ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ໂດຍສະເພາະແມ່ນການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອພ້ອມກັບສະມາຊິກໃນຄອບຄົວສ້າງຕົນເອງ ແລະ ສັງຄົມໃຫ້ມີການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ນອກນີ້ ຍັງເປັນການຜັນຂະຫຽາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ທີ່ສ້າງເງື່ອນໄຂໃຫ້ສະມາຊິກຄອບຄົວໄດ້ຢູ່ຮ່ວມກັນ ເຮັດກິດຈະກໍາຮ່ວມກັນ ແລະ ພ້ອມກັນເບີກບານມ່ວນຊື່ນ ສ້າງຄອບຄົວໃຫ້ມີຄວາມອົບອຸ່ນ ມີຄວາມຖືກຕ້ອງປອງດອງ ແລະ ມີຄວາມສາມັກຄີຮັກແພງກັນ ທັງນີ້ ເນື່ອງຈາກຄອບຄົວ ແມ່ນຈຸລັງຂອງສັງຄົມ ແລະ ຄອບຄົວມີບົດບາດສໍາຄັນ ເປັນກໍາລັງແຮງຕໍ່ການພັດທະນາສັງຄົມ ປະເທດຊາດ ຖ້າຄອບຄົວມີວາມສະຫງົບ ສັງຄົມກໍມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງ ສໍາລັບໃນຊຸມປີຕໍ່ໜ້າ ສູນກາງສະຫະພັນແມ່ຍິງລາວ ກໍຈະສືບຕໍ່ຮ່ວມມືກັບບັນດາອົງການຈັດຕັ້ງທາງພາກລັດ ແລະ ເອກະຊົນເພື່ອຈັດກິດຈະກໍາແບບນີ້ຂຶ້ນໃນທຸກໆປີ.

ກິດຈະກໍາໃນຄັ້ງນີ້ ຍັງຈັດໃຫ້ມີເວທີພົບປະແລກປ່ຽນບົດຮຽນດ້ວຍກັນຂອງພໍ່ແມ່ຜູ້ປົກຄອງ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ກິດຈະກໍາຖາມ-ຕອບ ເອົາຂອງລາງວັນ ແລະ ອື່ນໆ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...