spot_img
Homeຂ່າວທ້ອງຖິ່ນຟັງຄຳຊີ້ແຈງຈາກທັງສາມຝ່າຍທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ວັດໜອງພະຍາ

ຟັງຄຳຊີ້ແຈງຈາກທັງສາມຝ່າຍທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ວັດໜອງພະຍາ

Published on

ບັນຫາຂໍ້ຂັດແຍ່ງລະຫວ່າງອົງການປົກຄອງບ້ານ ແລະ ເຈົ້າອະທິການວັດໜອງພະຍາທີ່ແກ່ຍາວມາ ເປັນເວລາຫຼາຍປີຍັງບໍ່ສາມາດໄກ່ເກ່ຍໄດ້ໃນປັດຈຸບັນ ຈົນຫຼ້າສຸດມີເຫດການປິດປະຕູວັດໃນວັນທີ 2 ກັນຍາທີ່ຜ່ານມາ ເຊິ່ງກົງກັບມື້ຫໍ່ເຂົ້າສະຫຼາກ ຕາມທີ່ສື່ສັງຄົມອອນລາຍໄດ້ນຳສະເໜີຂ່າວ. ເພື່ອປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແຕ່ປັດຈຸບັນວັດແຫ່ງນີ້ໄດ້ເປີດໃຫ້ອໍຕົກຍາດໂຍມສາມາດເຂົ້າໄປຈັງຫັນໄປເພນ ແລະ ເຮັດກີດຈະກຳທາງສາດສະໜາໄດ້ເປັນປົກກະຕິແລ້ວ.

ທ່ານ ບຸນວັນ ຈະຊົວເກົ້າ ຮອງເຈົ້າເມືອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊີ້ແຈງຜ່ານວິທະຍຸກະ ຈາຍສຽງແຫ່ງຊາດວ່າ ບັນຫາຂໍ້ຂັດແຍ້ງລະຫວ່າງພະອາຈານ ສົມປອງ ທອງພຽນ ເຈົ້າອະທິການວັດໜອງພະຍາ ແລະ ອົງການປົກຄອງບ້ານແກ່ຍາວມາແຕ່ປີ 2016 ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນເລື່ອຍໆ ເຖິງວ່າໄລຍະຜ່ານມາພາກສ່ວນທີ່ກ່ຽວຂ້ອງໄດ້ພະຍາຍາມໄກ່ເກ່ຍແຕ່ບໍ່ສາມາດແກ້ໄຂບັນຫາໄດ້ ຜ່ານການເກັບຂໍ້ມູນຕົວຈິງ ເຫັນວ່າເຈົ້າອະທິການວັດໜອງພະຍາໄດ້ກະທຳຜິດຕໍ່ວິໄນ ກໍ່ຄືລັກສິນທຳຂອງພຸດທະສາສະໜາ ສະນັ້ນ ອົງການພຸດທະສາດສະໜາສຳພັນລາວ ຈຶ່ງໄດ້ອອກຂໍ້ຕົກລົງ ໃນວັນທີ 24 ສິງຫາ 2020 ໂດຍລະບຸວ່າ ໃຫ້ພະອາຈານສົມປອງ ທອງພຽນ ຍ້າຍອອກຈາກວັດໜອງພະ ຍາບໍ່ໃຫ້ກາຍວັນທີ 30 ສິງຫາ 2020 ຖ້າຫາກບໍ່ປະຕິບັດຕາມແມ່ນມອບໃຫ້ອົງການຈັດຕັ້ງເມືອງ ແລະ ເຈົ້າໜ້າທີ່ດຳເນີນຕາມລະບຽບກົດໝາຍ.

“ໂດຍຜ່ານມານີ້ ພະອາຈານສົມປອງ ໄດ້ເອົາຄູບາ, ພະ, ຈົວ ແລະ ແມ່ຂາວ ມາຢູ່ໃນວັດໂດຍບໍ່ໄດ້ຜ່ານການຈັດຕັ້ງ ໂດຍບໍ່ມີໃຜຮູ້ ປະມານ 20 ປາຍຄົນ ຜ່ານມາທາງການຈັດຕັ້ງກໍ່ໄດ້ເຂົ້າໄປ ແຕ່ກໍ່ຖືກໄລ່ອອກ ດັ່ງຈຶ່ງຄິດວ່າ ຢ້ານບໍ່ປອດໄພ ເຊິ່ງຄຸບາສົມປອງໄດ້ໝົດສິດຕັ້ງແຕ່ວັນທີ 30 ສິງຫາແລ້ວ ມີແຕ່ໃຫ້ກຽມຍົກຍ້າຍວ່າຈະໄປທາງໃດຕາມຂໍ້ຕົກລົງຂອງເຈົ້າຄະນະສົງນະຄອນຫຼວງວຽງຈັນ ດັ່ງນັ້ນ, ຈຶ່ງຂໍທຳຄວາມເຂົ້າໃຈກັບບັນດາທ່ານ ບໍ່ໃຫ້ເຂົ້າໃຈຜິດເລື່ອງບັນຫາດັ່ງກ່າວນີ້ມັນບໍ່ແມ່ນແຕ່ຝ່າຍການຈັດຕັ້ງ ບໍ່ແມ່ນມີແຕ່ຝ່າຍອຳນາດການປົກຄອງເປັນຜູ້ເຮັດ ມັນເປັນການຕົກລົງນິຕິກຳຂອງຝ່າຍສົງ ການເຮັດນີ້ມັນບໍ່ແມ່ນການທໍລະນີສົງ ແຕ່ມັນເປັນການເຮັດເພື່ອຮັກສາຄວາມສະຫງົບຄວາມປອດໄພໃນສິ່ງທີ່ມັນຈະເກີດຂຶ້ນໂດຍບໍ່ຄາດຝັນ” ທ່ານ ບຸນວັນກ່າວ.

ທ່ານ ວົງພະຈັນ ແສງປະເສີດ ນາຍບ້ານ ບ້ານໜອງພະຍາ ໄດ້ຊີ້ແຈ້ງວ່າ ການປິດປະຕຸວັດໃນວັນທີ 2 ກັນຍານີ້ ແມ່ນໄດ້ດຳເນີນຖືກຕ້ອງຕາມຂັ້ນຕອນທຸກຢ່າງໂດຍຜ່ານການເຫັນດີຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ແຈ້ງໃຫ້ປະຊາຊົນຮັບຮູ້ຜ່ານທາງໂທລະໂຄ່ງບ້ານ ເນື່ອງຈາກພະອາຈານສົມປອງ ທອງພຽນ ໄດ້ໝົດສິດໃນການເປັນເຈົ້າອະທິການວັດໜອງພະຍາ ນັບແຕ່ວັນທີ 30 ສິງຫາ 2020ເປັນຕົ້ນໄປ.

ສຳລັບພະອາຈານ ສົມປອງ ທອງພຽນ ໄດ້ຊີ້ແຈງກ່ຽວກັບແຈ້ງການທີ່ແຈ້ງໃຫ້ຍົກຍ້າຍເຈົ້າອະທິການວັດໄປປະຈຳຢູ່ບ່ອນໃໝ່ຍ້ອນມີຄອບຄົວຜູ້ມີສັດທາຕໍ່ພະອາຈານໄດ້ແຈ້ງຕໍ່ອົງການປົກຄອງສົງຂັ້ນນະຄອນຫຼວງກ່ຽວກັບການພົວພັນທີ່ມີລັກສະນະຜິດວິໄນສົງ ເຊິ່ງເປັນການກ່າວຟ້ອງແບບບໍ່ມີມູນຄວາມຈິງ ຫຼງັຈາກນັ້ນຈຶ່ງມີໜັງສືຂໍ້ຕົກລົງໃຫ້ພະອາຈານຍົກຍ້າຍອອກຈາກວັດໜອງພະຍາໃນວັນທີ 24 ສິງຫາ 2020 ຜ່ານມາ.

“ເບື້ອງ ອພສ ນະຄອນຫຼວງ ສົມທົບກັບ ອພສ ເມືອງ ສົມທົບກັບຄະນະບ້ານ ໄດ້ພາກັນລົງມາ ເຊິ່ງການລົງມານັ້ນກໍ່ບໍ່ໄດ້ແຈ້ງໃຫ້ພະອາຈານຮູ້ ມາແບບພາລະການ ເຫັນວ່າການກະທຳນີ້ບໍ່ເໝະສົມ ແລະ ກໍ່ບໍ່ເປັນໄປຕາມລະບຽບການຂອງການແກ້ໄຂບັນຫາ ຕາມທຳມະດາແລ້ວບັນຫາ ຂອງຄູບາອາຈານກໍ່ຕ້ອງແມ່ນຄູບາ-ອາຈານເປັນຜູ້ຕັດສິນ ທີ່ເອີ້ນວ່າ ພະວິໄນທອນຂອງຄູບາ ຝ່າຍສົງເປັນຜູ້ຄົ້ນຄວ້າຂໍ້ເທັດຈິງ ແຕ່ນີ້ເພິ່ນບໍ່ຄົ້ນຄວ້າເລີຍ ເຊິ່ງພະອາຈານເຫັນວ່າມັນບໍ່ເປັນທຳຕໍ່ອາຈານ ເລີຍອາຈານຈຶ່ງບໍ່ເຄົາລົບ ບໍ່ໄປຮັບໃຫ້ລູກສິດໄປຮັບແທນ ອາຈານສະແດງເຈດຈຳຍົງວ່າບໍ່ຍອມຮັບເອກະສານນີ້ ເພາະວ່າມັນເປັນເອກະສານທີ່ບໍ່ຖືກຕ້ອງບໍ່ເປັນທຳຕໍ່ອາຈານ ອັນນີ້ຄືສາເຫດທີ່ເຮັດໃຫ້ເມືອງ ແລະ ບ້ານມາປິດວັດ” ພະອາຈານ ສົມປອງກ່າວ.

ຫຼ້າສຸດ​, ເຟສບຸກ​ຊື່​ Souutchay​ ladsavong ໄດ້ໂພສໜັງສືຄຳຮ້ອງຂໍຊີ້ແຈງ ກໍລະນີດັ່ງກ່າວ ໂດຍລະບຸວ່າ ຂໍຖອນຄຳຮ້ອງຟ້ອງຂອງຄອບຄົວນາງຈັນທະພອນ ສີຫາລາດ (ແມ່ໃຫຍ່)​ຕໍ່ກັບພະອາຈານ ສົມປອງ ທອງພຽນ ເຈົ້າອະທິການວັດໜອງພະຍາແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...