Homeຂ່າວຕ່າງປະເທດພົບນັກກິລາຕິດເຊື້ອໂຄວິດ-19 ລະຫວ່າງເກັບໂຕຢູ່ທີ່ໂຕກຽວ ກຽມພ້ອມກິລາໂອລິມປິກ2020

ພົບນັກກິລາຕິດເຊື້ອໂຄວິດ-19 ລະຫວ່າງເກັບໂຕຢູ່ທີ່ໂຕກຽວ ກຽມພ້ອມກິລາໂອລິມປິກ2020

Published on

ຕາມລາຍງານຂອງສໍານັກຂ່າວ thairath ລາຍງານວ່າ ວັນທີ 18 ກໍລະກົດ 2021 ສະມາຄົມບານເຕະແອບຟຣິກາໃຕ້ ອອກມາຢືນຢັນວ່າ ທາບິໂຊ ມອນຍາເນ ແລະ ຄາໂມເຮໂລ ມາລັດຊີ 2 ນັກບານເຕະທີມຊາດແອບຟຣິກາໃຕ້ ຊຸດໂອລິມປິກເກມ 2020 ຕິດເຊື້ອໂຄວິດ-19 ຫຼັງຈາກເດີນທາງເຖິງຍີ່ປຸ່ນເມື່ອວັນສຸກທີ 16 ກໍລະກົດທີ່ຜ່ານມາ ແລະ ເຂົ້າພັກໃນໝູ່ບ້ານນັກກິລາເປັນທີ່ຮຽນຮ້ອຍແລ້ວ.

ອີກລາຍທີ່ເປັນຜູ້ຕິດເຊື້ອໃນທີມບານເຕະຊາຍ ຂອງທີມຊາດແອບໂຟຣິກາໃຕ້ ຄື ມາຣິໂອ ມາຊາ ນັກວິເຄາະວິດີໂອປະຈໍາທີມ ເຊິ່ງມີຜົນການກວດອອກມາເປັນບວກເມື່ອວັນເສົາ ທີ 17 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ຄົນອື່ນໆ ພາຍໃນທີມຕ້ອງເຂົ້າສູ່ຂະບວນການກັກໂຕ ເພື່ອລໍຖ້າຜົນການກວດເພີ່ມຕື່ມອີກຄັ້ງ ສ່ວນທັງ 3 ຄົນທີ່ຕິດເຊື້ອຕອນນີ້ໄດ້ກັກໂຕຢູ່ໃນຫ້ອງຂອງຕົນເອງ ໂດຍທີ່ຝ່າຍຈັດການແຂ່ງຂັນຈະດູແລເລື່ອງການສົ່ງອາຫານ ແລະ ນໍ້າດື່ມ.

ລ່າສຸດ, ວັນທີ 18 ກໍລະກົດ ຝ່າຍຈັດການແຂ່ງຂັນໂອລິມປິກ ໂຕກຽວເກມ 2020 ລາຍງານວ່າ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມອີກ 10 ຄົນທີ່ກ່ຽວຂ້ອງກັບການແຂ່ງຂັນ ທັງສື່ມວນຊົນ, ຄົນງານ ແລະ ບຸກຄະລາກອນອື່ນໆ ໂດຍມີ 1 ລາຍທີ່ເປັນນັກກິລານອກເໜືອຈາກ 2 ນັກກິລາບານເຕະທີມຊາດແອບຟຣິກາໃຕ້ ແຕ່ບໍ່ໄດ້ພັກຢູ່ໃນໝູ່ບ້ານນັກກິລາ, ສ່ວນວັນທີ 17 ກໍລະກົດ ມີຜູ້ຕິດເຊື້ອລາຍໃໝ່ລວມທັງໝົດ 15 ຄົນ.

ສະຖານນະການໂຄວິດ-19 ໃນກຸງໂຕກຽວຍັງໜ້າເປັນຫ່ວງ ເມື່ອຍອດຜູ້ຕິດເຊື້ອລາຍໃໝ່ເກີນ 1,000 ຄົນ ຕິດຕໍ່ກັນ 4 ມື້ແລ້ວ, ສ່ວນຍອດຜູ້ຕິດເຊື້ອໂຄວິດ-19 ສະສົມທີ່ກ່ຽວຂ້ອງກັບໂອລິມປິກເກມ 2020 ນັບຕັ້ງແຕ່ວັນທີ 1 ລະກົດ ລ່າສຸດເພີ່ມຂຶ້ນມາຢູ່ທີ່ 55 ຄົນແລ້ວ ໃນຂະນະທີ່ເຫຼືອອີກພຽງ 4 ມື້ ກໍຈະເປີດພິທີຢ່າງເປັນທາງການໃນວັນທີ 23 ກໍລະກົດ 2021.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...