spot_img
Homeປະເພນີ-ວັດທະນະທຳພຣະ­ສົງ ກັບ​ລະ­ບຽບ​ວິ­ໄນ

ພຣະ­ສົງ ກັບ​ລະ­ບຽບ​ວິ­ໄນ

Published on

ຜູ້​ຂຽນ​ໄດ້​ອ່ານ​ເບິ່ງ​ບົດ​ສະ­ເໜີ​ແຈ້ງ​ຕອບຄຳ​ສະເໜີ​ຂອງ​ປະ­ຊາ­ຊົນ ທີ່​ຄະ­ນະ​ເລ­ຂາ­ທິ­ການ​ສະ­ພາປະ­ຊາ­ຊົນ​ນະ­ຄອນ­ຫຼວງວຽງ​ຈັນ ສົ່ງ​ເຖິງ​ສື່​ມວນຊົນ ເລກ​ທີ 228/ຄ.ລ ສປ ນວ ລົງ​ວັນ​ທີ 12/05/2017 ປາ­ກົດ​ວ່າ ມີ​ເລື່ອງ​ຂອງ​ພະ­ສົງ​ສາ­ມະ­ເນນລວມ​ຢູ່ ໃນ​ນັ້ນ ໜຶ່ງ​ບັນ­ຫາ​ກ່ຽວ​ກັບ​ການ​ສະ­ເໜີໃຫ້​ຕິດ­ຕາມ​ກວດ­ກາ ລະ­ຫວ່າງ​ພະ​ກຳ​ມະ​ຖານ ກັບ​ພະ​ປະ­ເພ­ນີ ຈະປະ­ຕິ­ບັດ​ຕາມ​ຮີດ­ຄອງ​ປະ­ເພ­ນີໃນ​ຮູບ​ແບບ​ໃດ ເຫດ​ເກີດ​ທີ່​ບ້ານ​ນາ​ຫອຍ ເມືອງສັງ​ທອງ ຄວາມ​ຈິງ​ເມື່ອ​ເວົ້າ​ເຖິງ​ພະ­ສົງ ສຳ­ລັບຊາວ­ບ້ານ​ແລ້ວ ແມ່ນ​ບໍ່​ຢາກ​ກ້າ​ວ່າ​ກ່າວ​ຕັກ­ເຕືອນເພິ່ນ ເພາະ​ຊາວ­ບ້ານ​ເປັນ​ພຽງ​ຜູ້​ປະ­ຕິ­ບັດ​ຕາມ​ຄຳສັ່ງ­ສອນ​ເທດສະ­ໜາ​ຈາກ​ພະ­ສົງ ແຕ່​ໃນ​ຄວາມເປັນ​ຈິງ​ເລື່ອງ​ລະ­ບຽບ ລະ­ຫວ່າງ​ພະ­ສົງ​ກັບ​ຊາວບ້ານ​ ຄວນ​ຢູ່​ໃນ​ລັກ­ສະ­ນະ​ທີ່​ເປັນ​ແວ່ນແຍງ​ເຊິ່ງກັນ ແລະ ກັນ.

ສຳ­ລັບ​ຊາວ​ພຸດ​ທີ່​ເອີ້ນ​ວ່າ: ແກ່​ວັດ​ແດ່​ຍ່ອມຮູ້​ດີວ່າ ໜ້າ­ທີ່​ຊາວ­ບ້ານ ແລະ ພະ­ສົງ​ຄວນ​ປະ­ພຶດແນວ­ໃດ​ແນ່? ຍົກ​ຕົວ­ຢ່າງ: ຄຳ​ວ່າ: ອຸ­ບາ­ສົກ ແປວ່າ ຜູ້​ນັ່ງ​ໃກ້​ພະ​ລັດ­ຕະ­ນະ­ໄຕ ແລະ ພະ­ສົງ ນອກຈາກ​ມີ­ໜ້າ​ທີ່​ບວດ​ແລ້ວ​ມາ​ສຶກ​ສາ​ຄົ້ນ­ຄວ້າ​ພະ​ທຳວິ­ໄນ​ແລ້ວ ຍັງ​ມີ­ໜ້າ​ທີ່​ສັ່ງ­ສອນ​ຊາວ­ບ້ານ​ໃຫ້​ຢູ່​ໃນສິນ​ລະ​ທຳ ແຕ່​ພ້ອມ​ກັນ​ນີ້ ເນື່ອງ​ຈາກ​ສັງ­ຄົມ​ມີການ​ຂະ­ຫຍາຍ­ຕົວ ຈຳ­ນວນ​ພະ­ສົງ​ສຳ​ມະ​ເນນ​ກໍ່​ມີຈຳ­ນວນ​ຫຼາຍ​ຂຶ້ນ ອາດ​ມີ​ພຽງ​ບາງ​ອົງ​ຈຳ­ນວນໜ້ອຍທີ່​ມີ​ຄວາມ​ປະ­ພຶດ​ບົກ​ຜ່ອງ​ທາງ​ທຳ ແລະ ວິໄນ ຂະ­ນະ​ດຽວ​ກັນ​ ກໍ່​ອາດ​ມີ​ກຸ່ມ​ຄົນ​ຈຳ­ນວນ​ໜຶ່ງ​ທີ່ມີ​ເຈດ​ຕະ​ນາ​ບໍ່​ດີ​ຫວັງ​ສ້າງ​ຄວາມ​ເສື່ອມ​ເສຍ​ແກ່ສ່ວນ​ລວມ ໂດຍ​ມີພຶດ­ຕິ​ກຳ​ທຳ­ລາຍ​ລະ­ບຽບ​ວິ­ໄນ ຫຼື ລະ­ເມີດ​ຮີດ­ຄອງ ຫຼື ຮ່ວມ​ມື​ກັບ​ພະ­ສົງ​ບາງ​ອົງ​ທີ່ຮູ້​ເທົ່າ​ບໍ່​ເຖິງ​ການ ມີ​ພຶດ­ຕິ​ກຳ​ສ້າງຄວາມ​ເສຍ​ຫາຍແກ່​ສັງ­ຄົມ ດັ່ງ​ທີ່​ເພິ່ນ​ໄດ້​ສະ­ເໜີ​ໃນ​ເອ­ກະ­ສານ​ດັ່ງກ່າວ ​ໃຫ້​ມີ​ການ​ກວດ​ສອບ​ຕິດ­ຕາມ​ຢ່າງ​ເຄັ່ງ​ຄັດ.

ກ່ອນ​ຈະ​ສະ­ຫຼຸບ ຜູ້​ຂຽນ​ຈິ່ງ​ຂໍ​ອອກ​ຄຳ​ເຫັນ​ໜ້ອຍໜຶ່ງ​ວ່າ: ຖ້າ­ວ່າບ້ານ​ໃດ ຫຼື ອົງ­ການ​ປົກ­ຄອງ​ທ້ອງຖິ່ນ​ຮ່ວມ​ມື​ກັບ​ຊາວ­ບ້ານ ຫາກ​ພົບ​ເຫັນ​ພະ­ສົງ​ມີພຶດ­ຕິ​ກຳ​ບໍ່​ເໝາະ​ສົມ ກໍ່​ຄວນ​ແຈ້ງ​ຕໍ່​ພະ​ແນກ​ພາຍໃນ​ທ້ອງ­ຖິ່ນ ຫຼື ຮ່ວມ​ມື​ກັບ​ແນວ​ລາວ​ສ້າງຊາດເມືອງ ແລະ ແຂວງ ພ້ອມ​ນີ້ກໍ່​ຕ້ອງ​ໄດ້​ປະ­ສານງານ​ກັບ​ອົງ­ການ​ປົກ­ຄອງ​ສົງ​ຂັ້ນ​ເມືອງ ແລະ ແຂວງ ຫຼື​ວ່າຖ້າ​ເປັນ​ບັນ­ຫາ​ໃຫຍ່ ​ກໍ່​ຕ້ອງ​ໄດ້​ແຈ້ງມາ​ທາງ​ສູນ​ກາງ ອພສ ໃຫ້​ຮັບ​ຮູ້ ເພື່ອ​ຕິດ­ຕາມ​ລົງກວດ­ກາ​ແກ້​ໄຂ​ທັນ​ກັບ​ສະ­ພາບ​ການ.

ເຫັນ​ວ່າ​ສັງ­ຄົມ​ຂະ­ຫຍາຍ­ຕົວ ພະ­ສົງ​ສຳ​ມະ​ເນນກໍ່​ຫຼາຍ​ຂຶ້ນ ລວມ​ທັງ​ຊາວ​ພຸດ ແລະ ພະ­ສົງ​ຈາກຕ່າງ­ປະ­ເທດ ກໍ່​ເຂົ້າ​ມາບ້ານ​ເຮົາ​ຫຼາຍ​ຂຶ້ນ ຄິດ​ວ່າ ອພສ ສູນ​ກາງ ແລະ ພ້ອມ​ດ້ວຍ​ການ­ຈັດ­ຕັ້ງ​ກ່ຽວຂ້ອງ ​ຕ້ອງ​ໄດ້​ຕິດ­ຕາມ​ກວດ­ກາເຂັ້ມ​ງວດ​ຂຶ້ນຕື່ມ ເຊິ່ງ​ເຂົ້າ­ໃຈ​ວ່າ ທຳ​ວິ­ໄນ ແລະ ລະ­ບຽບ ​ແມ່ນ​ໄດ້ອອກ​ມາ​ປະ­ຕິ­ບັດ​ແລ້ວ ແຕ່​ຂັ້ນ​ຕອນ​ກວດ­ກາເພື່ອຄວາມ​ເປັນ​ລະ­ບຽບ​ນັ້ນ ຄວນ​ປະ­ຕິ­ບັດ​ຢ່າງ​ທົ່ວ​ເຖິງ ເພື່ອ​ຮັກ­ສາ​ສັດ­ທາ​ຂອງ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ.

ຂໍ​ຮຽກ­ຮ້ອງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເລັ່ງ​ກວດ­ກາ​ດ້ວຍ

 

ຂຽນໂດຍ: ດັ້ນ​ກີບ​ເມກ (ໜັງສືພິມວຽງຈັນໃໝ່)

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...