spot_img
Homeຂ່າວພາຍ​ໃນຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI

ຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI

Published on

ໃນວັນທີ 18 ພຶດສະພາ ທີ່ສໍານັກງານສູນກາງພັກ ນະຄອນຫລວງວຽງຈັນ ໄດ້ມີການຈັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI  ແລະ ໄດ້ປິດລົງ ໃນວັນທີ 26 ພຶດສະພາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ກອງປະຊຸມໄດ້ກວດກາ ແລະ ຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍລົງເລິກຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ບັນຫາຍຸດທະສາດສຳຄັນຈໍານວນໜຶ່ງ ຂອງພັກ, ຂອງຊາດເປັນຕົ້ນແມ່ນ ການເສີມຂະຫຍາຍທ່າແຮງແລະຄວາມສາມາດບົ່ມຊ້ອນຂອງປະເທດ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຕີລາຄາການຊຸກຍູ້, ສົ່ງເສີມ ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງ (SME) ແລະ ຈຸນລະວິສະຫະກິດ(MSME) ໃຫ້ມີຄວາມເຂັ້ມແຂງ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ X.

ເພີ່ມທະວີການສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະກົນໄກການເຄື່ອນໄຫວຂອງບັນດາອົງການອຳນາດລັດ ໃຫ້ເຂັ້ມແຂງ ແລະມີປະສິດຕິພາບ; ຕີລາຄາຄວາມຄືບໜ້າໃນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ຮັບໃຊ້ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມໃນຕົ້ນປີ 2022. ເຖິງວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ອັນເນື່ອງມາຈາກຜົນກະທົບຫຼາຍດ້ານ ຈາກສະພາບການຜັນແປຂອງເສດຖະກິດໂລກ ບວກກັບການລະບາດ ຂອງພະຍາດໂຄວິດ-19 ແຕ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມພະຍາຍາມບຸກບືນສູ້ຊົນ ຈັດຕັ້ງປະຕິບັດແຜນການຜະລິດ, ທຸລະກິດ ແລະ ບໍລິການ-ຄ້າຂາຍ, ການສ້າງສາພັດທະນາ ສາມາດຍາດໄດ້ຜົນສໍາເລັດທີ່ຕັ້ງໜ້າຫຼາຍດ້ານເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ພ້ອມນັ້ນກໍຍົກໃຫ້ເຫັນບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ, ເປັນຕົ້ນແມ່ນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ ແລະ ສະພາບຫຍໍ້ທໍ້ອື່ນໆ. ເຊິ່ງເປັນບັນຫາທ້າທາຍຕໍ່ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ.

ພ້ອມກັນນັ້ນຍັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນຕ້ອງຍົກລະດັບຄວາມສາມາດແລະຄຸນນະພາບຂອງການນໍາພາເພື່ອຮັບມື, ແກ້ໄຂບັນຫາແລະປັບຕົວໃຫ້ເຂົ້າກັບສະພາບເງື່ອນໄຂຕົວຈິງ; ພະນັກງານ, ສະມາຊິກພັກ ຍົກສູງຄວາມຮັບຜິດຊອບ,ເພີ່ມທະວີມານະຈິດປະຕິວັດ ໄປພ້ອມກັບເຊີດຊູຄວາມເປັນເຈົ້າການໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານໃຫ້ແຂງແຮງແລະມີປະສິດທິຜົນສູງ; ຕ້ອງເຮັດວຽກງານໂຄສະນາ ຢ່າງກວ້າງຂວາງ, ຮອບດ້ານແລະເລິກເຊິ່ງ, ທັນການແລະແທດເໝາະກັບສະພາບຕົວຈິງ ເພື່ອເຮັດໃຫ້ທົ່ວສັງຄົມມີຄວາມເຂົ້າໃຈແຈ້ງຕໍ່ແນວທາງຂອງພັກແລະນະໂຍບາຍຂອງລັດ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ສ້າງຄວາມເປັນເອກະພາບ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ປັບປຸງ, ຍົກລະດັບບັນດາປະຖົມປັດໄຈ ຂອງການສ້າງຄວາມເຂັ້ມແຂງຂອງລະບອບປະຊາທິປະໄຕປະຊາຊົນ ໂດຍສືບຕໍ່ປັບປຸງ ແລະ ຍົກລະດັບການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຖືເອົາບັນດາຂະແໜງການ ທີ່່ເປັນທ່າແຮງບົ່ມຊ້ອນ ໃຫ້ເປັນປາຍແຫຼມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ.

ຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນໃນຂົງເຂດການຜະລິດເພື່ອທົດແທນການນໍາເຂົ້າ, ພ້ອມກັນນັ້ນ ກໍ່ພະຍາຍາມຈໍາກັດແລະຄຸ້ມຄອງບັນດາສິນຄ້ານຳເຂົ້າທີ່ເຮົາສາມາດຜະລິດຢູ່ພາຍໃນປະເທດໄດ້ຢ່າງຮັດກຸມ ເພື່ອສົ່ງເສີມຫົວໜ່ວຍທຸລະກິດພາຍໃນໃຫ້ມີການຂະຫຍາຍຕົວ; ກວດກາ ແລະ ປັບປຸງບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ກ່ຽວກັບການສົ່ງເສີມບັນຫົວໜ່ວຍທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ, ຄຸ້ມຄອງຂະແໜງການທີ່ໄດ້ກຳນົດເປັນທ່າແຮງໃຫ້ຖືກຕ້ອງ, ລະອຽດຈະແຈ້ງ ແລະ ຄົບຖ້ວນ .

ສໍາລັບທິດທາງໃນຕໍ່ໜ້າ, ສູນກາງພັກ ໄດ້ມອບໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການ ໄລຍະທ້າຍປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ກໍຄືຊີວິດການເປັນຢູ່ຂອງປະຊາຊົນ; ເອົາໃຈໃສ່ຫັນການຄຸ້ມຄອງເກັບລາຍຮັບງົບປະມານແລະເງິນຕາດ້ວຍເຄື່ອງມື ແລະ ລະບົບທີ່ທັນສະໄໝ; ແກ້ໄຂຂອດອັດຕັນ ເພື່ອປັບປຸງສະພາບແວດລ້ອມດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ວ່ອງໄວ ແລະມີບາດກ້າວຫັນປ່ຽນໃໝ່.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...