spot_img
Homeຂ່າວໂຄວິດ-19ປະຫວັດ ແລະ ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 20 ກັນຍາ 2021

ປະຫວັດ ແລະ ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 20 ກັນຍາ 2021

Published on

ຕາມການລາຍງານຂ່າວຂອງຄະນະສະເາພະກິດ ປະຈໍາວັນທີ 20 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5,117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ:

– ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1. ນະຄອນຫຼວງ 77 ຄົນ:
A. ກຸ່ມໂຮງງານ ອານພີ ລາວ 42 ຄົນ

– ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ
– ເກັບຢູ່ໂຮງງານ 2 ຄົນ
B. ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 29 ຄົນ

2. ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ

3. ຄຳມ່ວນ 28 ຄົນ:​
– ທ່າແຂກ 11 ບ້ານ
– ບົວລະພາ 1 ບ້ານ
– ຫີນບູນ 1 ບ້ານ

4. ບໍ່ແກ້ວ 12 ຄົນ: ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ).

5. ສະຫວັນນະເຂດ 9 ຄົນ:
– ນັກສຶກສາແພດ ມີ 02 ຄົນ
– ​ບ້ານໂນນສະຫວາດ, ບ້ານບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ
– ​ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ
– ​ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ

6. ຊຽງຂວາງ 2 ຄົນ: ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ).ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.
– ​ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
– ​ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
– ​ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
– ​ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ

7. ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,255 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...