spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 27 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 27 ພະຈິກ 2021

Published on

ວັນທີ 26 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 11,171 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1,491 ຄົນ (ຕິດເຊື້ອພາຍໃນ  1,491  ຄົນ ແລະ ກໍລະນີນຳເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 1,491ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 481 ຄົນ ໃນ 155 ບ້ານ ແລະ 9 ເມືອງ
  2. ແຂວງວຽງຈັນ ມີ 219 ຄົນ ໃນ 42 ບ້ານ ແລະ 9 ເມືອງ
  3. ຈຳປາສັກ ມີ 121 ຄົນ ໃນ 63 ບ້ານ ແລະ 9 ເມືອງ
  4. ຫຼວງພະບາງ ມີ 107 ຄົນ ໃນ 52 ບ້ານ ແລະ 10 ເມືອງ
  5. ໄຊຍະບູລີ ມີ 99 ຄົນ ໃນ 19 ບ້ານ ແລະ 2 ເມືອງ
  6. ບໍ່ແກ້ວ ມີ 76 ຄົນ ໃນ 22 ບ້ານ ແລະ 2 ເມືອງ
  7. ອຸດົມໄຊ ມີ 71 ຄົນ ໃນ 13 ບ້ານ ແລະ 1 ເມືອງ
  8. ສະຫວັນນະເຂດ ມີ 66 ຄົນ ໃນ 31 ບ້ານ ແລະ 7 ເມືອງ
  9. ອັດຕະປື 52 ຄົນ ໃນ 21 ບ້ານ ແລະ 3 ເມືອງ
  10. ຜົ້ງສາລີ ມີ 51 ຄົນ ໃນ 8 ບ້ານ ແລະ 3 ເມືອງ
  11. ບໍລິຄຳໄຊ ມີ 39 ຄົນ ໃນ 9 ບ້ານ ແລະ 5 ເມືອງ
  12. ຊຽງຂວາງ ມີ 29 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  13. ຄຳມ່ວນ ມີ 24 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  14. ສາລະວັນ ມີ 15 ຄົນ ໃນ 6 ບ້ານ ແລະ 3 ເມືອງ
  15. ຫົວພັນ ມີ 15 ຄົນ ໃນ 8 ບ້ານ ແລະ 4 ເມືອງ
  16. ຫຼວງນ້ຳທາ ມີ 15 ຄົນ, ໃນ 8 ບ້ານ ແລະ 2 ເມືອງ
  17. ເຊກອງ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  18. ໄຊສົມບູນ ມີ 2 ຄົນ ໃນ 2ບ້ານ ແລະ 1 ເມືອງ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນ ບໍ່ມີ

ມາຮອດວັນທີ 26 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 70,323 ຄົນ, ເສຍຊີວິດສະສົມ 154 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 607ຄົນ ແລະ ກໍາລັງປິ່ນປົວ 11,378

ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

  1. ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ
  • ບໍ່ມີພະຍາດປະຈໍາໂຕ
  • ໄດ້ສັກຢາວັກຊີນຄົບ
  • ເວລາ 22:15 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບບໍ່ໄດ້ສະຕິ ຫຼັງຈາກລົ້ມຢູ່ບ້ານ, ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງ ແລະ ຖືກນໍາສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນ
  • ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
  • ໃນເວລາ 23:00 ໂມງ: ຄົນເຈັບໄດ້ເສຍຊີິວິດ
  1. ເພດຍິງ, ອາຍຸ 50 ປີ, ອາຊີບ: ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ, ແຂວງບໍ່ແກ້ວ
  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ
  • ຜ່ານມາບໍ່ໄດ້ສັກວັກຊີນ ກັນໂຄວິດ -19
  • ວັນທີ 24 ພະຈິກ 2021 : ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ຕົນຕົວກໍ່າແຫຼ້, ກະວົນກະວາຍ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ , ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າແຫຼ້, ກະວົນກະວາຍ, ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ.
  • ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີ ໄດ້ ເສຍ ຊີວິດ .
  1. ເພດຊາຍ, ອາຍຸ 49 ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ.
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ.
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການງ່ວງຊືມ ແລະ ບໍ່ໄດ້ສະຕິ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ.
  • ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ ເປັນເວລາ 07 ວັນ
  • ມາເວລາ 19:30 ໂມງ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.
  1. ເພດຊາຍ,ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ
  • ພະຍາດປະຈໍາຕົວ: 10 ປີ ຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານ ແລະ ຄວາມດັນເລືອດສູງ
  • ໄດ້ຢາສັກຢາວັກຊີນຄົບ
  • ວັນທີ 15 ພະຈິກ 2021: ຄົນເຈັບມີໄອ ແຕ່ບໍ່ໄດ້ໄປກວດ
  • ວັນທີ 18 ພະຈິກ 2021: ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ແລ້ວສົ່ງໄປສົ່ງສູນລ້ານຊ້າງ
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວມີອາການຫນັກລົງ ຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍ ຈຶ່ງໄດ້ຍ້າຍມາ ຕິດຕາມຢູ່ໂຮງຫມໍມິດຕະພາບ
  • ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ ເປັນເວລາ 8 ວັນ
  • ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  1. ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
  • ບໍ່ມີພະຍາດປະຈໍາຕົວ ແລະ ບໍ່ໄດ້ສັກຢາວັກຊີນ
  • ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19
  • ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ 00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບ
  • ເວລາ ຕໍ່ມາມີອາການຫາຍໃຈບໍ່ອິ່ມ, ຊັກ , ຄົນເຈັບກະວົນກະວາຍ ແລະ ບໍ່ໄດ້ສະຕິ ໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ເວລາ 15:30 ນທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  1. ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
  • ພະຍາດປະຈໍາຕົວ: ເບົາຫວານ
  • ໄດ້ຮັບສັກຢາວັກຊີນຄົບສອງເຂັມ
  • ຄົນເຈັບມີອາການບໍ່ສະບາຍ ມາໄດ້ປະມານສອງອາທິດ ແລະ ໄດ້ໄປຫາໝໍ ຫຼາຍຄຣິນິກ ແຕ່ອາການບໍ່ດີຂື້ນ
  • ວັນທີ 26 ພະຈິກ 2021: ຜູ້ກ່ຽວມາກວດ ຢູ່ໂຮງໝໍກະເສມລາດ ດ້ວຍອາການຖອກທ້ອງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ພົບເຊື້ອ ແລະ ເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.
  1. ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
  • ພະຍາດປະຈໍາຕົວ: ເບົາຫວານ ຫລາຍກວ່າ 03 ປີ ແລະ ຄວາມດັນເລືອດສູງ ກິນຢາປະຈໍາ
  • ໄດ້ສັກຢາວັກຊີນ ຄົບ
  • ວັນທີ 11 ພະຈິກ 2021: ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລະ ໄດ້ກັກໂຕ ຢູ່ໂຮງແຮມລະອອງດາວ
  • ມາຮອດທີ 13 ພະຈິກ 2021: ຄົນເຈັບ ມີອາການເມື່ອຍ ແລະ ຫາຍໃຈບໍ່ສະດວກຈີ່ງສົ່ງ ເຂົ້າມາປົວ ຢູ່ໂຮງໝໍເສດຖາທິລາດ ເປັນເວລາ 12 ວັນ
  • ມາຮອດເວລາ 10:35 ນາທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...