spot_img
Homeປະເພນີ-ວັດທະນະທຳປະຫວັດຄວາມເປັນມາ ກ່ຽວກັບການ ໄຫລເຮືອໄຟ

ປະຫວັດຄວາມເປັນມາ ກ່ຽວກັບການ ໄຫລເຮືອໄຟ

Published on

ແຕ່ກ່ອນ ມີຄູ່ຜົວເມຍກາເຜືອກ ເຮັດຮັງຢູ່ເທິງຕົ້ນເດື່ອແຄມນ້ຳ ແລະ ມີໄຂ່ ກຳລັງຈະຝັກ 5 ໜ່ວຍ. ມີມື້ໜຶ່ງ, ລົມພາຍຸເກີດຂຶ້ນ ເຮັດໃຫ້ຕົ້ນເດື່ອຖືກພັດຫັກລົງນ້ຳ. ກາເຜືອກທັງສອງແມ່ນໄດ້ເສຍຊີວິດ ແລະ ໄຂ່ທັງ 5 ໄດ້ໄຫຼ ໄປຕາມນ້ຳ.

+ ໜ່ວຍທີ່ 1 ໄດ້ໄຫຼໄປຕົກຢູ່ທ່າຂອງພະຍາ ກຸກຸສັນໂທ (ພະຍາໄກ່), ພະຍາໄກ່ ກໍ່ເອົາໄປຟັກ

+ ໜ່ວຍທີ່ 2 ໄຫຼໄປຕົກຢູ່ທ່ານ້ຳຂອງພະຍາໂກນະຄະມະໂນ (ພະຍານາກ) ພະຍານາກ ກໍ່ເອົາໄປຟັກ

+ ໜ່ວຍທີ່ 3 ໄຫຼໄປຕົກຢູ່ທ່າຂອງພະຍາ ກັດສະໂປ (ພະຍາເຕົ່າ) ພະຍາເຕົ່າກໍ່ເອົາໄປຟັກ

+ ໜ່ວຍທີ່ 4 ໄຫຼໄປຕົກຢູ່ທ່າຂອງພະຍາ ໂຄຕະໂມ (ພະຍາງົວ) ພະຍາງົວກໍ່ເອົາໄປຟັກ

+ ໜ່ວຍທີ່ 5 ໄດ້ໄຫຼໄປຕົກຢູ່ທ່າຂອງພະຍາ ອະລິຍະເມດໄຕໂຍ (ພະຍາລາສະສີ) ພະຍາລາສະສີ ກໍ່ເອົາໄປຟັກ

ໃນເມື່ອໄຂ່ທັງ 5 ໜ໋ວຍ ໄດ້ແຕກອອກມາເປັນຄົນ, ຜູ້ໃຫຍ່ກ້າໜ້າບານຂຶ້ນມາ ກໍ່ຄິດຢາກຈະອອກໄປບວດເປັນພະລືສີທຳມະໂພທິສັດ. ພາຍຫຼັງອອກບວດແລ້ວ ທຸກຄົນກໍ່ມີໃຈໃສສັດທາ ຢາກເຫັນໜ້າບິດາມານດາ ຜູ້ບັງເກີດເກົ້າຂອງຕົນ, ໂດຍທີ່ທັງ 5 ແມ່ນບໍ່ຮູ້ວ່າ ພວກເຂົາມີພໍ່ແມ່ດຽວກັນ.

ມາມື້ໜື່ງ ລືສີທັງ 5 ອົງ ໄດ້ມາພົບກັນ ຈິ່ງໄດ້ມີການໂອ້ລົມສົນທະນາ ຖາມຂ່າວຄາວເລື່ອງລາວຂອງກັນແລະກັນ ວ່າມີທຸກສຸກ ແລະ ມາຈາກບ້ານເມືອງໃດ.

ໃນເວລານັ້ນ, ປະກົດວ່າຄວາມຕັ້ງໃຈຂອງແຕ່ລະຕົນແມ່ນຢາກເຫັນໜ້າບິດາມານດາ ຄືກັນ ອັນເປັນເລື່ອງບັງເອີນແທ້. ໃນທັນໃດນັ້ນ, ກໍ່ປະກົດວ່າຄວາມປາຖະໜານີ້ໄດ້ຮ້ອນເຖິງ ບິດາມານດາ ທີ່ຢູ່ຊວງສະຫວັນຊັ້ນຟ້າດາວະດິງ, ດ້ວຍເຫດນັ້ນ, ສອງພະອົງຈິ່ງໄດ້ສະເດັດລົງມາພົບ ລູກຊາຍ ທັງ 5 ພະອົງ ແລະ ກ່າວຂຶ້ນວ່າ ບິດາມານດາ ຂອງພວກເຈົ້າຂອງພວກເຮົາກາເຜືອກນີ້ແລ້ວ. ເມື່ອທັງ 5 ອົງຮັບຮູ້ວ່າ ແມ່ນບິດາມານດາຂອງຕົນ ກໍ່ສະແດງຄວາມດີໃຈ ແລະ ຄວາມເຄົາລົບ ຄາລະວະ ຕໍ່ພະບູລຸດຂອງຕົນເອງ. ພະຍາກາເຜືອກ ໄດ້ເລົ່າເລື່ອງລາວເຫດການຕ່າງໆ ທັງໝົດໃຫ້ຟັງ ແລະ ຈາກນັ້ນ ກໍ່ກັບຄືນສູ່ສະຫວັນ. ແຕ່ກ່ອນທີ່ຈະກັບ ລູກຊາຍທັງ 5 ໄດ້ຂໍຮ້ອງໃຫ້ພະຍາເຜືອກທັງສອງ ຢຽບຫີນສີລາ ໃຫ້ເປັນຮອຍຕີນໄວ້ ເພື່ອເປັນທີເຄົາລົບບູຊາ ເມື່ອຍາມຄິດຮອດຄິດເຖິງ.

ພະຍາກາເຜືອກໄດ້ສັ່ງລູກໄວ້ວ່າ ເພື່ອເປັນການລະນຶກເຖິງບຸນຄຸນຂອງບັນພະບູລຸດ ເມື່ອເຖິງເດືອນ 11 ເພງ ຂອງທຸກໆ ປີ, ໃຫ້ພວກລູກຝັ້ນຝ້າຍເຮັດເປັນຮູບຕີນກາເອົາວາງໃສ່ຖ້ວຍ ຫຼື ຈານແບນ ແລ້ວເອົານ້ຳມັນຖອກໃສ່ໄຕ້ບູຊາ ແລ້ວຂຶ້ນໄປຟັງທຳມະເທດສະໜາ ນຳພໍ່ກັບແມ່ ຢູ່ເທິງສະຫວັນເດີ ລູກເດີ!

ມື້ແຮມ 1 ຄ່ຳເດືອນ 11 ທັງ 5 ພະອົງ ໄດ້ກັບຄືນລົງສູ່ ໂລກມະນຸດ ເພື່ອເຜີຍແຜ່ສິນລະທຳຄຳສອນ, ຈິ່ງໄດ້ເອົາໄມ້ມາເຮັດເປັນຮູບເຮືອ, ເອົາຝ້າຍເຮັດເປັນຕີນກາໃສ່ຖ້ວຍນ້ຳມັນ ຢາຍເປັນຫວ່າງສະເໝີ່ກັນໄຕ້ບູຊາ ຫຼື ເອົາໃບຕອງມາເຮັດເປັນຮູບດອກບົວ (ກະໂທງ) ແລະ ໄຫຼໄປຕາມແມ່ນ້ຳ ເພື່ອນ້ອມລະນຶກເຖິງຄຸ່ນບິດາ ມານດີ ບູຊາພະເຈົ້າທັງ 5 ພະອົງ ທີ່ສະເດັດລົງມາສູ່ໂລກມະນຸດເພື່ອເຜີຍແຜ່ ສ້ິລະທຳຄຳສັງສອນ, ສຳລັບລູກພະຍາກາເຜືອກທັງ 5 ແມ່ນໄດ້ເອົາຊື່ແມ່ລ້ຽງຂອງຕົນເປັນຊື່ ນັ້ບແຕ່ນັ້ນເປັນຕົ້ນມາ ພວກເຮົາຈິ່ງພາກັນເອີ້ນວ່າ ພະເຈົ້າທັງ 5 ພະອົງຄື: ກຸກຸສັນໂທ, ໂກນະຄະມະໂນ, ກັດສະໂປ, ໂຄຕະໂມ ແລະ ອະລິຍະເມດໄຕໂຍ.

ສະນັ້ນ, ພວກເຮົາຈິ່ງເຮັດເຮືອໄຟ, ກະໂທງດອກບົວ ເພື່ອນ້ອມລະນຶກເຖິງ ຄຸນບິດາມານດາ ແລະ ບູຊາພະລັດຕະນະໄຕ ພະເຈົ້າທັງ 5 ພະອົງ ທີ່ສະເດັດມາຈາສວງສະຫວັນ ເພື່ອລົງມາເຜີຍແຜ່ສີລະທຳແກ່ໂລກມະນຸດ.

 

ຂໍ້ມູນໂດຍ: ໄຊຍະແສງ ພັນທະວົງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...