spot_img
Homeຂ່າວຕ່າງປະເທດປະມົງໄທໄດ້ຮັບລາງວັນຊະນະເລີດການຢຸດເຮັດປະມົງແບບຜິດກົດໝາຍ

ປະມົງໄທໄດ້ຮັບລາງວັນຊະນະເລີດການຢຸດເຮັດປະມົງແບບຜິດກົດໝາຍ

Published on

ປະເທດໄທໄດ້ຮັບລາງວັນຊະນະເລີດລາງວັນການຢຸດເຮັດປະມົງຜິດກົດໝາຍທີ່ຂາດການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ນີ້ເປັນຄັ້ງທີ 3 ທີ່ກົມປະມົງໄດ້ສົ່ງປະກວດຕໍ່ International MCS Network ໃນການປະຊຸມສຳມະນາອົບຮົບການບັງຄັບໃຊ້ກົດໝາຍດ້ານການປະມົງໃນໂລກຄັ້ງທີ 6 ທີ່ ບາງກອກ,ປະເທດໄທ.

ສຳລັບລາງວັນດັ່ງກ່າວ ໄດ້ມອບໃຫ້ກັບບຸກຄົນຜູ້ຊ່ຽວຊານ, ໜ່ວຍງານຂອງປະເທດຕ່າງໆ ແລະ ອົງກອນລະຫວ່າງປະເທດຈາກທົ່ວໂລກ ທີ່ມີບົດບາດສຳຄັນໃນການສົ່ງເສີມ ແລະ ສະເໜີແນວທາງໃນການແກ້ໄຂ ປ້ອງກັນ ແລະ ການກຳຈັດບັນຫາການເຮັດປະມົງແບບຜິດກົດໝາຍ IUU ເຊິ່ງຈະມີສ່ວນຮ່ວມໃນການສົ່ງເສີມການຍົກລະດັບມາດຕະຖານການເຮັດປະມົງທົ່ວໂລກໃຫ້ກ້າວເຂົ້າສູ່ການປະມົງແບບຍືນຍົງ.

ສະແດງໃຫ້ເຫັນເຖິງຜົນສຳເລັດຂອງໄທໃນການພັດທະນາລະບົບການກວດສອບສັດນໍ້າຕະຫຼອດໄລຍະເວລາ 3 ປີ ເຊິ່ງເປັນກົນໄກສຳຄັນໃນການປ້ອງກັນ ແລະ ການແກ້ໄຂບັນຫາໃນການເຮັດປະມົງ IUU ແລະ ຄວບຄຸມບໍ່ໃຫ້ມີການນຳເຂົ້າ ແລະ ສົ່ງອອກສັດນ້ຳທີ່ມາຈາກການປະມົງ IUU ເພື່ອເຮັດໃຫ້ອຸດສາຫະກຳປະມົງໄທປາສະຈາກການເຮັດປະມົງຜິດກົດໝາຍທີ່ຂາດການລາຍງານ ແລະ ບໍ່ມີການຄວບຄຸມ ທັງລະບົບ. ນອກຈາກນີ້, ຍັງເຮັດໃຫ້ຂະບວນການຜະລິດສິນຄ້າປະມົງຂອງໄທໄດ້ມາດຕະຖານ ສາມາດກວດສອບຍ້ອນກັບໄປໄດ້ທຸກຂັ້ນຕອນ ກໍ່ໃຫ້ເກີດຄວາມເຊື່ອໝັ້ນໃຫ້ກັບຜູ້ບໍລິໂພກຈາກທົ່ວໂລກຕໍ່ໄປ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...