spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ກຸ່ມບ້ານໄຊສະຫວ່າງ ມອບຊັບຄືນເຈົ້າຂອງເດີມ

ປກສ ກຸ່ມບ້ານໄຊສະຫວ່າງ ມອບຊັບຄືນເຈົ້າຂອງເດີມ

Published on

 

ທ່ານ ຄຳແພງ ບຸນທະວົງຄຳ ນາຍບ້ານໄຊສະຫວ່າງ ຕາງໜ້າໃຫ້ ປກສ ກຸ່ມ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນ

ຫລວງວຽງຈັນ ມອບລົດຈັກຮອນດາເວບ 100 ໜຶ່ງຄັນ ຄືນໃຫ້ທ່ານ ເກື້ອ ວໍລະວົງ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ

ນະຄອນຫລວງວຽງຈັນ, ຊຶ່ງເປັນເຈົ້າຂອງເດີມ ພາຍຫລັງລູກສາວຜູ້ກ່ຽວ ຂີ່ລົດຄັນດັ່ງກ່າວໄປຈອດໄວ້ຢູ່ບ່ອນເຮັດ

ວຽກ ແລ້ວຖືກຄົນຮ້າຍລັກໄປເມື່ອວັນທີ 30 ພຶດສະພາ 2014 ແລະ ເຈົ້າໜ້າທີ່ສາມາດນຳເກັບກູ້ຄືນມາໄດ້ໃນທ້າຍ

ເດືອນສິງຫາຜ່ານມານີ້.

 

ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງຝາກເຕືອນປະຊາຊົນໃຫ້ມີສະຕິລະວັງຕົວກວ່າເກົ່າ ໃນການຮັກສາພາຫະນະກໍຄືຊັບ

ສິນມີຄ່າອື່ນໆ, ເນື່ອງຈາກໄລຍະນີ້ ສະພາບການຂີ້ລັກງັດແງະ-ປຸ້ນຈີ້ຊິງຊັບຢູ່ໃນສັງຄົມເຮົາ ແມ່ນເກີດຂຶ້ນແຜ່ຫລາຍ,

ອີງຕາມຕົວເລກ ຂອງຫ້ອງຕຳຫລວດກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃນເດືອນສິງຫານີ້ໃຫ້ຮູ້ວ່າ: ໄດ້

ມີສະພາບຫຍໍ້ທໍ້ດ້ານສັງຄົມເກີດຂຶ້ນຫລາຍ ແລະ ພົ້ນເດັ່ນກໍແມ່ນສະພາບງັດແງະ ເຮືອນຊານຂອງປະຊາຊົນ ແລະ

ສຳນັກງານອົງການຕ່າງໆທັງໝົດ 17 ຄັ້ງ, ໃນນັ້ນງັດແງະເຮືອນປະຊາຊົນ 6 ຄັ້ງ, ໂຮງງານ-ບໍລິສັດ 9 ຄັ້ງ ແລະ ຮ້ານຄ້າ

2 ຄັ້ງ, ນອກຈາກນີ້ຍັງມີປາກົດການ ທູບແວ່ນລົດ 3 ຄັ້ງ ມີຜົນເສຍຫາຍຄື: 183 ລ້ານກວ່າກີບ, 63 ພັນກວ່າບາດ

(ສະກຸນເງິນໄທ), 700 ກວ່າໂດລາສະຫະລັດ, ຄຳຮູບປະພັນ 12 ບາດ ແລະ ຊັບສີນອື່ນໆອີກ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...