spot_img
Homeຂ່າວທ້ອງຖິ່ນບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2566 ຄສ 2023 ຂອງເມືອງໄຊຍະບູລີ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2566 ຄສ 2023 ຂອງເມືອງໄຊຍະບູລີ

Published on

ເມືອງໄຊຍະບູລີ ແຈ້ງຂ່າວບຸນປະເພນີການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2566 ຄສ 2023 ຂອງເມືອງໄຊຍະບູລີ,
– ອີງຕາມ ແຜນພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງເມືອງວາງອອກ ໂດຍສະເພາະແມ່ນການ ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ;
ອີງຕາມ ຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດກັນມາໃນແຕ່ລະປີ ໂດຍສະເພາະແມ່ນ ບຸນປະເພນີອອກພັນ ສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2023 ຂອງເມືອງໄຊຍະບູລີ.

ເຈົ້າເມືອງໄຊຍະບູລີ, ໃນນາມປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2566, ຄສ 2023 ຂໍຖືເປັນກຽດແຈ້ງຂ່າວມາຍັງບັນດາທ່ານຊາບວ່າ: ໃນລະຫວ່າງ ວັນທີ 20-30 ຕຸລາ 2023 ນີ້, ອົງການປົກຄອງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງໄຊຍະບູລີ ຈະໄດ້ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ຢູ່ບໍລິເວນແຄມນໍ້າ ຮຸ່ງ (ທ່າບ້ານປົ່ງ) ເທດສະບານເມືອງໄຊຍະບູລີ ລາຍລະອຽດມີກິດຈະກໍາການເຄື່ອນໄຫວຕ່າງໆດັ່ງນີ້: – ວັນທີ 20 ຕຸລາ 2023 ພິທີເປີດຕະຫຼາດນັດຢ່າງເປັນທາງການ ຢູ່ທີ່ຜາມໄຊທ່າຊ່ວງເຮືອບ້ານປົ່ງ. ວັນທີ 21-24 ຕຸລາ 2023 ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ.

– ວັນທີ 25 ຕຸລາ 2023 ປະກວດນັກຮ້ອງສຽງດີ; ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ; ການສະແດງ ສິລະປະວັນນະຄະດີ.
ວັນທີ 26 ຕຸລາ 2023 ພິທີເປີດການປະກວດນາງສາວງາມເຮືອຊ່ວງປະຈໍາປີ ພສ 2566 ຄສ 2023 (ເດີ່ນ ຜາມໄຊ); ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ.
ວັນທີ 27 ຕຸລາ 2023 ພິທີເປີດການແຂ່ງຂັນກອງຫາງ (ເດີ່ນຜາມໄຊ); ທ່ຽວຊົມຕະຫຼາດນັດວາງສະແດງ ສິນຄ້າ; ຊົມການສະແດງສິລະປະວັນນະຄະດີ.
– ວັນທີ 28 ຕຸລາ 2023 ເປີດຕະຫຼາດຂາຍສິນຄ້າຜົນຜະລິດກະສິກໍາ ແລະ ພືດຜັກຕ່າງໆ (ເລາະລາດ ແຕ່ 4 ແຍກ ຮ້ານເຂົ້າປຽກບ້າເພັງ ບ້ານສີມຸງຄຸນ ຫາ ກອງບັນຊາການ ປກສ ເມືອງ); ທ່ຽວຊົມຕະຫຼາດນັດວາງສະແດງ ສິນຄ້າ; ຊົມການສະແດງສິລະປະວັນນະຄະດີຂອງແຕ່ລະໂຮງຮຽນ ແລະ ບ້ານ.

– ວັນທີ 29 ຕຸລາ 2023 ຊົມການແຂ່ງຂັນເຮືອໄວເພດຍິງ; ຊົມການປະກວດເຮືອໄຟທໍາມະຊາດ; ປ່ອຍເຮືອ ໄຟນ້ອຍ; ຊົມການແຂ່ງຂັນຈຸດບັ້ງໄຟດອກ;
– ວັນທີ 30 ຕຸລາ 2023 ເປີດພິທີການແຂ່ງຂັນຊ່ວງເຮືອຢ່າງເປັນທາງການ; ຊົມການແຂ່ງຂັນເຮືອງາມ; ຊົມ ການແຂ່ງຂັນເຮືອໄວເພດຊາຍ.
ດັ່ງນັ້ນ, ຈຶ່ງຂໍປະກາດແຈ້ງຂ່າວມາຍັງບັນດາທ່ານທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດເພື່ອຮັບ ຊາບ ແລະ ເຂົ້າຮ່ວມງານບຸນພ້ອມທັງໄປຊົມໄປເຊຍການແຂ່ງຂັນເຮືອຊ່ວງດັ່ງກ່າວ,
ດ້ວຍຄວາມນັບຖືຢ່າງສູງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...