spot_img
Homeຂ່າວຕ່າງປະເທດນິວຊີແລນກວດພົບສາຍພັນເດວຕ້າເພີ່ມອີກ 6 ລາຍ

ນິວຊີແລນກວດພົບສາຍພັນເດວຕ້າເພີ່ມອີກ 6 ລາຍ

Published on

ສໍານັກຂ່າວ CNN ລາຍງານວ່າ ວັນທີ 18 ສິງຫາ 2021 ທີ່ຜ່ານມາ ນາຍົກລັດຖະມົນຕີນິວຊີແລນ ຈາຊິນດາ ອາເດິນ ໄດ້ເປີດເຜີຍວ່າ ຜູ້ຕິດເຊື້ອໂຄວິດ-19 ລາຍທໍາອິດທີ່ກວດພົບໃນຮອບ 6 ເດືອນ ແມ່ນຕິດເຊື້ອໂຄວິດ-19 ສາຍພັນເດວຕ້າ.

ນິວຊີແລນປະກາດປິດເມືອງທົ່ວປະເທດເປັນເວລາ 3 ມື້ ໃນວັນທີ 17 ສິງຫາ ທີ່ຜ່ານມາ ຫຼັງຈາກປະກາດການພົບຜູ້ຕິດເຊື້ອລາຍທໍາອິດໃນຮອບ 6 ເດືອນ ແລະ ໃນວັນທີ 17 ສິງຫາ ທາງການນິວຊີແລນກໍອອກມາຢືນຢັນວ່າພົບຜູ້ຕິດເຊື້ອອີກ 6 ລາຍ ທັງໝົດແມ່ນໄດ້ສໍາພັດໃກ້ຊິດກັບລາຍທໍາອິດ.

ແອລີ ບລູມຟິດ ຜູ້ອໍານວຍການດ້ານສຸຂະພາບຂອງກະຊວງສາທາລະນະສຸກນິວຊີແລນ ອອກມາເຕືອນວ່າ ປະເທດອາດຈະໄດ້ເຫັນຜູ້ຕິດເຊື້ອເພີ່ມຂຶ້ນອີກ 50-120 ລາຍ ເມື່ອເບິ່ງຈາກການລະບາດຂອງສາຍພັນເດວຕ້າໃນຊ່ວງທີ່ຜ່ານມາ ແລະ ພວກເຂົາຕ້ອງກວດຫາຜູ້ຕິດເຊື້ອໃນພົບທັງໝົດ.

ປັດຈຸບັນ, ນິວຊີແລນກໍາລັງຫາຄໍາຕອບວ່າ ໂຄວິດ-19 ສາຍພັນເດວຕ້າ ເຂົ້າມາສູ່ຊຸມຊົນໄດ້ແນວໃດ ຫຼັງຈາກທີ່ຄວບຄຸມການລະບາດໄດ້ດີຕະຫຼອດໃນໄລຍະຫຼາຍເດືອນທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...