spot_img
Homeຂ່າວເຫດການນາຍົກລັດຖະມົນຕີຢ້ຽມຢາມປະຊາຊົນ​​ ໄດ້​ຮັບຜົນກະທົບ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ຫລວງ​ພະ​ບາງ

ນາຍົກລັດຖະມົນຕີຢ້ຽມຢາມປະຊາຊົນ​​ ໄດ້​ຮັບຜົນກະທົບ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ຫລວງ​ພະ​ບາງ

Published on

 

ຍ້ອນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ຈາກ​ພັກ ​ແລະ ລັດຖະບານ​ທີ່​ມີຕໍ່​ປະຊາຊົນ​ ທີ່​ໄດ້​ຮັບ​ຜົນ​ກະ ທົບ​ຈາກ​​ໄພພິບັດ​ນ້ຳ​ຖ້ວມ

​ ວັນ​ທີ 3 ເດືອນຕຸລາປີ 2014ນີ້, ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ​ ໄດ້​ລົງ​ເຄື່ອນ​ໄຫວຕິດ

ຕາມກວດກາ ສະພາບຫລັງໄພພິບັດນ້ຳຖ້ວມ ຢູ່ແຂວງຫລວງພະບາງ​, ​ ເພື່ອເປັນການປຸກລະດົມ​ປົວ​​ແປງແນວ​ຄິດ​

ຈິດ​ໃຈ​ຂອງ​ປະຊາຊົນ​ໃຫ້​ມີ​ຄວາມ​ສະຫງົບ, ປອດ​ໄພ​ ​ແລະ ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ສູ່​ປົກກະຕິ​ໂດຍ​ໄວ.

 

ການ​ເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ​ໄດ້​ຮັບ​ຟັງລາຍ​ງານ​ໂດຍ​ຫຍໍ້ກ່ຽວ​ກັບຜົນ​ກະທົບ​ຈາກ​ໄພພິ

ບັດ​ນ້ຳ​ຖ້ວມທີ່ເກີດຂຶ້ນ​ໃນ​ບັນດາ​ເມືອງ​ພາຍ​ໃນ​ແຂວງ​ຈາກ ​ທ່ານ ດຣ ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງໆ​ຫລວງ​ພະ​ບາ​ງ

​ໂດຍຊີ້ໃຫ້ເຫັນວ່າ: ໃນລະຫວ່າງວັນທີ 5/08/2014 ຫາ 22/09/214 ທີ່ຜ່ານ​ມາ ຢູ່​ບັນດາ​ເມືອງ​ພາຍ​ໃນ​ແຂວງ​ຫລວງ​

ພະ​ບາງ ໄດ້​ເກີດ​ມີ​ຝົນຕົກ​ໜັກ ​ແລະ ລົມ​ພັດ​ແຮງ ຈິ່ງ​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ໃນ​ບາງ​ພື້ນ​ທີ່​ຂອງ​ແຂວງ​ຄື: ​ເມືອງ​ຫລວງ​

ພະ​ບາງ, ​ໂພນ​ໄຊ, ​ນານ, ນ້ຳ​ບາກ, ພູ​ຄູນ, ຈອມ​ເພັດ ​ແລະ ​ເມືອງ​ຊຽງ​ເງິນ ອັນໄດ້ເຮັດໃຫ້ມີ​ຜູ້​ເສຍ​ຊີວິດ 2 ຄົນ, ມີເສັ້ນ

ທາງ 12 ແຫ່ງ, ເຮືອນຊານປະຊາຊົນຈຳນວນ 1.575 ຄອບຄົວ, ເນື້ອທີ່ນາ 85,7 ເຮັກຕາ, ເນື້ອທີ່ສວນພືດ142,77 ເຮັກ

ຕາ, ​ໄຮ່ 51,95​ ​ເຮັກຕາ, ໜອງ​ປາ 41 ໜອງໄດ້​ຮັບ​ຄວາມ​ເສ​ຍຫາຍ ລວມມູນຄ່າ​ເສຍ​ຫາຍ​ທັງ​ໝົດ 170 ຕື້​ກວ່າກີບ.

 

​ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ​ຄະນະ​ອຳນາດ​ການ​ປົກຄອງ​ແຂວງ​ໄ​ດ້ລົງ​ຕິດຕາມ​ກວດກາ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​

ເບື້ອງ​ຕົ້ນ ​ເຊັ່ນ: ​ໄດ້ນຳເອົາ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ລົງ​ໄປ​ຊ່ວຍ​​ເຫລືອ​ບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ

​​ເສຍ​ຫາຍ ​ໂດຍ​ສະ​ເພາະອະນາ​ໄມ​ເຮືອນ​ຊານ​ຂອງ​ປະຊາຊົນ ​ແລະ​ ຮ່ອງ​ລະບາຍ​ນ້ຳ, ຍ້າຍ​ເຄື່ອງ​ຂອງຄົວ​ເຮືອນ, ປົວ​ແປງ

ຖະໜົນ​ຫົນທາງ ​ເພື່ອ​ເຮັດ​ໃຫ້​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂົ້າ​ສູ່​ປົກກະ​ຕິ​ໂດຍ​ໄວ. ພ້ອມກັນນັ້ນ ກໍໄດ້ປຸກ

ລະດົມທົ່ວສັງຄົມ​ໃຫ້ການ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ ​ເປັນ​ຕົ້ນ ​ເຄື່ອງ​ອຸປະ​​ໂພ​ກ ​ແລະ ບໍລິ​ໂພ​ກ ຈຳນວນ​ໜຶ່ງ ​ເພື່ອ​ບັນ​ເທົາ​

ທຸກ​ໃນ​​ເບື້ອງ​ຕົ້ນ.

 

ຈາກນັ້ນ ທ່ານ ທອງ​ສິ​ງ ທຳ​ມະ​ວົງ ກໍໄດ້ລົງ​​​ໄປຕິດຕາມ​ກວດກາ ​ເພື່ອເບິ່ງສະພາບ​ຜົນ​ເສຍ​ຫາຍ​ຕົວ​ຈິງ​ຫລັງນ້ຳຖ້ວມຢູ່

ບ້ານ​ນາ​ສ້າງ​ເຫວີຍ, ນາ​ສຳພັນ ​ແລະ ບ້ານ​ກົກ​ງີ້ວ ​ເມືອງ​ຫລວງ​ພະ​ບາງ ເຊິ່ງ​ເປັນອີກ​ກຸ່ມບ້ານ​ໜຶ່ງ ຈາກ​ບ້ານ​ທັງ​ໝົດທີ່

​​ໄດ້​ຮັບຜົນກະທົບ​ຈາກ​ໄພພິບັດ​ຄັ້ງ​ນີ້. ພ້ອມ​ນີ້ ທ່ານນາຍົກລັດຖະມົນຕີຍັງ​ໄດ້ ພົບ​ປະໂອ້​ລົມ ​ແລະ ກວດກາ​ເບິ່ງ​ສະພາບ​

ຄອບຄົວ​ທີ່​ໄດ້​ຮົບ​ຜົນ​ກະທົບ​ຈາກ​ເຫດການ​ດັ່ງກ່າວ​ ເພື່ອຊຸກຍູ້ລະດົມ​ແນວ​ຄິດຈິດ​ໃຈ​ບັນດາ​ຄອບຄົວທີ່​ໄດ້​ຮັບ​ກະທົບ​

ຄັ້ງ​ນີ້ ໃຫ້​​ເຂົ້າ​​ສູ່ສະພາບ​ປົກກະຕິ​ໂດຍ​ໄວ. ໂອກາດ​ດຽວກັນ​ນີ້, ທ່ານ ທອງ​ສິງ ທຳ​ມະວົງ ຍັງ​ໄດ້ມອບ​ເງິນ​ ແລະ  ເຄື່ອງອຸ

ປະໂພກ ​ແລະ ບໍລິໂພກຈຳນວນໜຶ່ງໃຫ້ກັບແຂວງຫລວງພະບາງ ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອບັນ​ເທົາ​ທຸກ​ໃນເບື້ອງຕົ້ນໃຫ້​

ກັບ​ບັນດາ​ເມືອງ​ ທີ່ໄດ້​ຮັບ​ຜົນ​ກະທົບ​ດັ່ງກ່າວ. ​​

ເພື່ອ​ເປັນ​ທິດ​ທາງ​ໃນການ​ແກ້​ບັນຫາ​ດັ່ງກ່າວນັ້ນ ທ່ານນາຍົກລັດຖະມົນ​ຕີ​ ໄດ້​ເນັ້ນ​ໜັກ​ໃຫ້ອຳນາດ​ການ​ປົກຄອງ

​ແຂວງ ຈົ່ງ​​ເອົາ​ໃຈ​ໃສ່​ເບິ່ງ​ຄືນ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເມືອງ ​ແລະ ບ້ານ​​ຕ່າງໆ ​ໂດຍ​ສະ​ເພາະ​ການ​

ອະນຸຍາດ​ປຸກ​ສ້າງ, ສະພາບທີ່​ຢູ່​ອາ​ໄສ​​ເຮືອນ​ຊານ​ຂອງ​ປະຊາຊົນ ​ລວມທັງອອກ​ແບບ​ຮ່ອງ​ລະບາຍ​ນ້ຳ​ ​ແລະ ຄອງ​ລະ

ບາຍ​ນ້ຳ ຄວນ​ອອກ​ແບບ​ໃຫ້​​ເໝາະ​ສົມ ​ເພື່ອ​ຮອງຮັບ​ໄພ​ພິບັດ​ທີ່​ອາດຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ​​ເປັນ​ຕົ້ນ ​ຝົນຕົກ​ແຮງ​

ອາ​ດກໍ່ໃຫ້​ເກີດ​ນ້ຳ​ປ່າ​ໄຫລ​ຊຸ  ​ເນື່ອງ​ຈາກ​ວ່າ​ໃນ​ປະຈຸ​ບັນ ​ສະພາບ​ບາງ​ຈຸດຮ່ອງ​ຄອງລະບາຍ ​ແລະ ການ​ປຸກ​ສ້າງ​ເຮືອນ​

ຊານ​ຂອງ​ປະຊາຊົນ​​ໃນ​ບາງ​ພື້ນ​ທີ່ ​ ​ເຫັນ​ວ່າຍັງ​ມີ​ຄວາມ​ສ່ຽງ​ຈາກ​ໄພພິບັດ​ທຳ​ມະ​ຊາດ​​ໃນ​ອະນາຄົດ ທັງ​ນີ້ ກໍເພື່ອ​ຮັບປະ

ກັນ​ຄວາ​ມປອດ​ໄພຊີວິດ​ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ພ້ອມໄດ້ພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...