Homeຂ່າວການພັດທະນານັກລົງທຶນຈາກປະເທດມາເລເຊຍ ເລີ່ມທຳການກໍ່ສ້າງ ໃນເຂດເສດຖະກິດສະເພາະທ່າແຂກ

ນັກລົງທຶນຈາກປະເທດມາເລເຊຍ ເລີ່ມທຳການກໍ່ສ້າງ ໃນເຂດເສດຖະກິດສະເພາະທ່າແຂກ

Published on

ນັກລົງທຶນຈາກປະເທດ ມາເລເຊຍ ເລີ່ມລົງມືສ້າງໂຄງການພັດທະນາເຂດເສດຖະກິດສະເພາະທ່າແຂກໃນແຂວງ ຄຳມ່ວນ ໂດຍການກໍ່ສ້າງຈະແລ້ວສຳເລັດໃນ 5 ປີດ້ວຍເງິນລົງທຶນລວມ 5,000 ລ້ານໂດລາ.

ພິທີວາງສີລາລືກເພື່ອເລີ່ມການກໍ່ສ້າງສູນການຄ້າ ແລະ ບໍລິການຢ່າງຄົບວົງຈອນຢູ່ໃນເຂດເສດຖະກິດສະເພາະທ່າແຂກໃນແຂວງ ຄຳມ່ວນ ໄດ້ມີຂຶ້ນຢ່າງເປັນທາງການໃນຕົ້ນເດືອນຕຸລາ 2017 ນີ້ ຊຶ່ງເປັນການລົງທຶນຂອງກຸ່ມບໍລິສັດ Akane Farm Sole ຈຳກັດຈາກ ມາເລເຊຍ ໂດຍມີມູນຄ່າການລົງທຶນລວມເຖິງ 5,000 ລ້ານໂດລາ ແລະ
ມີກຳນົດການກໍ່ສ້າງແລ້ວສຳເລັດສົມບູນພາຍໃນ 5 ປີຕໍ່ໜ້າ.

ໂຄງການດັ່ງກ່າວນີ້ຕັ້ງຢູ່ເທິງເນື້ອທີ່ 7 ເຮັກຕາໃນເຂດເສດຖະກິດສະເພາະທ່າແຂກທີ່ຕັ້ງຢູ່ໃກ້ກັບຂົວຂ້າມແມ່ນໍ້າຂອງ ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກໃນແຂວງຄຳມ່ວນ ກັບອຳເພີເມືອງ ຈັງຫວັດ ນະຄອນພະນົມໃນພາກອີສານຂອງ ໄທ ໂດຍພາຍໃນໂຄງການກໍຈະປະກອບດ້ວຍການກໍ່ສ້າງອາຄານສະຖາບັນການເງິນທີ່ສູງ 65 ຊັ້ນ, ໂຮງແຮມ ລະດັບ 4 ດາວສູງ 35 ຊັ້ນ, ໂຮງແຮມລະດັບ 5 ດາວ ສູງ 40 ຊັ້ນ, ອາຄານທີ່ພັກອາໄສ ຫຼື ອາພາດເມັນ ສູງ 45 ຊັ້ນສອງອາຄານ, ຫ້າງຊັບພະສິນຄ້າສູງ 5 ຊັ້ນ, ໂຮງໝໍທີ່ໃຫ້ບໍລິການ ກວດ ແລະ ປິ່ນປົວພະຍາດຢ່າງຄົບຖ້ວນ ສວນສາທາລະນະ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ ໂດຍມີອາຍຸສຳປະທານເຖິງ 73 ປີ.

ກ່ອນໜ້ານີ້ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານ ລາວ ຄັ້ງທີ 1 ປະຈຳປີ 2017 ທີ່ໄດ້ຈັດຂຶ້ນໃນເດືອນ ກັນ ຍາທີ່ຜ່ານມາ ກໍໄດ້ມີມະຕິຕົກລົງອະນຸຍາດໃຫ້ບໍລິສັດເອກະຊົນ ຈີນ ທຳການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງຢູ່ເມືອງໂຂງ ແຂວງຈຳປາສັກ ຊຶ່ງກໍຖືເປັນອີກເຂດຫນຶ່ງ ທີ່ຈະຕ້ອງນຳໃຊ້ເງິນລົງທຶນຢ່າງຫຼວງຫຼາຍ ໃນຂະນະທີ່ທາງການ ລາວ ກໍມີຄວາມເຊື່ອໝັ້ນວ່າບັນດາບໍລິສັດຕ່າງຊາດ ຍັງຈະຫຼັ່ງໄຫຼເຂົ້າມາລົງທຶນໃນເຂດເສດຖະກິດພິເສດເພີ່ມຂຶ້ນນັບມື້ ເພາະລັດຖະບານ ລາວ ໄດ້ພັດທະນາບັນດານິຕິກຳຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ໃນທຸກດ້ານ ດັ່ງທີ່ທ່ານນາງ ບົວທາ ຂັດຕິຍະ ຮອງປະທານຄະນະກຳ ມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໄດ້ໃຫ້ການຢືນຢັນວ່າ.

“ພວກເຮົາໄດ້ສ້າງນິຕິກຳທີ່ເອີ້ນວ່າ ບຸກທະລຸ 4 ດ້ານ ເພື່ອດຶງດູດການລົງທຶນທັງເອກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ການພັດທະນາພື້ນຖານໂຄງລ່າງ ບຸກທະລຸທາງດ້ານຈິນຕະນາການ, ຕັດທອນຂອດຂັ້ນເລື່ອງການບໍລິຫານຄຸ້ມຄອງ, ຈັດຕັ້ງປະຕູດຽວຢູ່ໃນເຂດເສດຖະກິດພິເສດເອີ້ນວ່າ ກົນໄກຫົວໜ່ວຍບໍລິຫານນ້ອຍ ສັງຄົມກວ້າງ, ໂຮມເອົາອຳນາດທຸກຢ່າງມາໄວ້ຢູາໃນບ່ອນສະພາບໍລິຫານຫັ່ນ ມີກາຈໍ້າດຽວ, ຈັດຕັ້ງປະຕິບັດອຳນວຍຄວາມສະດວກດຶງດູດການລົງທຶນໄດ້ຢ່າງພໍໃຈ ແລະ ເກັບລາຍຮັບຢູ່ບ່ອນດຽວຫັ່ນ ແລະ ຕໍ່ໄປພວກເຮົາຈະໄດ້ສົ່ງເສີມນັກລົງທຶນພາຍໃນທີ່ມີດິນແລ້ວບວກກັບນະໂຍບາຍນີ້ເພື່ອສ້າງພື້ນຖານໂຄງລ່າງຮອງຮັບການລົງທຶນໃຫ້ຫຼາຍຂຶ້ນ.”

ທັງນີ້ກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງອຸດສາຫະກຳຈຳກັດຈາກ ຈີນ ກໍໄດ້ຢືນຢັນວ່າການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາເສດຖະກິດພິເສດຄອນພະເພັງ-ດອນໂຂງທີ່ລວມເຖິງການກຳນົດຂອບເຂດ ແລະ ອອກແບບພັດທະນາເຂດຕ່າງໆ ດ້ວຍນັ້ນຈະແລ້ວສຳເລັດສົມບູນພາຍໃນປີ 2018 ແລະ ຕໍ່ຈາກນັ້ນກໍຈະເປັນການຂໍອະ
ນຸມັດສຳປະທານເພື່ອລົງທຶນພັດທະນາໂຄງການນີ້ຈາກລັດຖະບານ ລາວ ຢ່າງເປັນທາງການພາຍໃນຕົ້ນປີ 2019.

ໂດຍເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາທີ່ຈະພັດທະນາເປັນເມືອງທີ່ທັນສະໄໝ ມີສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດເຊັ່ນ: ໂຮງແຮມ, ສູນການຄ້າ, ສະຖານບັນເທີງ, ແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ ແລະ ນັກ
ທ່ອງທ່ຽວອີກ 1 ລ້ານ 2 ແສນກວ່າຄົນຕໍ່ປີ ຈຶ່ງຖືເປັນເຂດເສດຖະກິດທີ່ໃຫຍ່ທີ່ສຸດໃນ 12 ເຂດທີ່ລັດຖະບານ ລາວ ໄດ້ສ້າງຕັ້ງຂຶນ ທີ່ມີມູນຄ່າການລົງທຶນລວມ 8,000 ລ້ານກວ່າໂດລາໃນປັດຈຸບັນ ແລະ ໃນນີ້ກໍມີເຖິງ 351 ບໍລິສັດທີ່ໄດ້ນຳເງິນທຶນໃນມູນຄ່າເກີນກວ່າ 1,600 ລ້ານໂດລາເຂົ້າມາໃນລາວແລ້ວ.

 

ແຫລ່ງຂ່າວ: ວຽງຈັນໃໝ່ອອນລາຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...