Homeຂ່າວກິລານັກກິລາຍິງປືນ ປກສ ຄວ້າ 2 ຫຼຽນຄຳ ໃນການແຂ່ງຂັນ ຍິງປືນ ຊຽງຂວາງເກມ

ນັກກິລາຍິງປືນ ປກສ ຄວ້າ 2 ຫຼຽນຄຳ ໃນການແຂ່ງຂັນ ຍິງປືນ ຊຽງຂວາງເກມ

Published on

ສາວນັກແມ້ນປືນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ມາແຮງປະເດີມ 2​ ຫຼຽນຄຳ ໃຫ້ທັບ ປກສ ໃນການແຂ່ງຂັນ ຍິງປືນ ຊຽງຂວາງ ເກມ ຈັດຂຶ້ນໃນມື້ນີ້ 14 ພະຈິກ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ

ຍິງປືນ ຊຽງຂວາງ ເກມ ມີການແບ່ງອອກເປັນ 3 ໄລຍະ ກໍຄື ໄລຍະທຳອິດ ແຂ່ງຂັນທີ່ສະໜາມຍິງປືນ 5 ເມສາ ເລີ່ມລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 11​ ຫຼຽນຄຳ ປະກອບມີ ປືນສັ້ນອັດລົມ ດ່ຽວຍິງ-ຊາຍ ແລະ ທີມຍິງ-ທີມຊາຍ,​ ປືນຍາວອັດລົມ ຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດຊາຍ, ປືນຍາວທ່ານອນຍິງ, ປືນຍາວ 3 ທ່າ ຊາຍ, ປືນຍາວ 3 ທ່າ ຍິງ-ຊາຍ.​
ຜົນປະກົດວ່າ:
ປະເພດປືນສັ້ນອັດລົມປະເພດດ່ຽວຍິງ
– ຫຼຽນຄຳ ປກສ
ຈາກນາງ ໄພວອນ ວົງພະຈັນ ຍິງໄດ້ 371 ຄະແນນ.
– ຫຼຽນເງິນ ກອງທັບ
ຈາກນາງ ແສງແກ້ວ ມະນີເຟືອງ ຍິງໄດ້ 369 ຄະແນນ.
– ຫຼຽນທອງ ຮ່ວມ ເປັນຂອງນັກກິລາ ປກສ ທັງສອງ
ຈາກນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ.​
ປະເພດປືນສັ້ນອັດລົມປະເພດທີມຍິງ
– ຫຼຽນຄຳ
ປກສ
1. ນາງ ໄພວອນ ວົງພະຈັນ
2. ນາງ ມະນີວອນ ວົງໄຊ
3. ນາງ ສຸກທະສອນ ພິມມະສອນ
ຍິງໄດ້ 1.092 ຄະແນນ.
– ຫຼຽນເງິນ
ກອງທັບ
1. ນາງ ແສງແກ້ວ ມະນີເຟືອງ
2. ນາງ ພຸດສະດີ ພົມມະຈັນ
3. ນາງ ລັດຕະນະ ອິນທະວົງ
ຍິງໄດ້ 1,078 ຄະແນນ.
– ຫຼຽນທອງຮ່ວມ
ນະຄອນຫຼວງວຽງຈັນ
1. ນາງ ກົງຄຳ ບົວແສງພະຈັນ
2. ນາງ ຕຸ້ມເງິນ ທອງຄຳສຸກ
3. ນາງ ພຸດສະຫວັນ ຄຳມະນີວົງ
ຍິງໄດ້ 1,061 ຄະແນນ.
ແຂວງຊຽງຂວາງ
1. ນາງ ບົວໄລ ວັນນະສົດ
2. ນາງ ຈັນດາວັນ ເຮືອງສະຫວັນ
3. ນາງ ປານີ ສາຍວົງສາ
ຍິງໄດ້ 945 ຄະແນນ.
ລາຍການຍິງປືນ ຊຽງຂວາງ ເກມ ມີການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ ສຳລັບມື້ທຳອິດ ແຂ່ງຂັນຍິງປືນສັ້ນອັດລົມ ໄລຍະ 10 ແມັດປະເພດດ່ຽວຍິງ ແລະ ທີມ ຍິງ-ຊາຍ ມີ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ປກສ, ກອງທັບ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ.​
ລາຍການດັ່ງກ່າວແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດຈາກຄະແນນປະເພດດ່ຽວ ແລະ ທີມ ທັງຊາຍ ແລະ ຍິງ ມາສະສົມ ແລະ ບວກກັນ ໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍ ຈະໄດ້ຍິງຮອບລະ 60 ລູກ ແລະ ປະເພດຍີງ ຍິງ ຮອບລະ 40 ລູກ.

ທີ່ມາ: Lao Sport Media

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...