spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນລົງຮື້ຖອນປ້າຍໂຄສະນາທີ່ຕັ້ງຜິດລະບຽບ

ນະຄອນຫຼວງວຽງຈັນລົງຮື້ຖອນປ້າຍໂຄສະນາທີ່ຕັ້ງຜິດລະບຽບ

Published on

ໜັງສືພິມວຽງຈັນໃໝ່ ລາຍງາຍວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ ລົງຮື້ຖອນປ້າຍໂຄສະນາທີ່ຕັ້ງຜິດລະບຽບເຂດສະຫງວນທາງ ຢູ່ຖະໜົນ 450 ປີ ໃນວັນທີ 4 ກັນຍາ 2020.

ທ່ານ ສຸລິວັນ ພົມມະຫາໄຊ ຫົວຫນ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງທ່ານ ເຈົ້າຄອງ ນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ເພື່ອເນັ້ນໃສ່ຕົວເມືອງໃນຍຸກ AEC ໃຫ້ມີຄວາມສະອາດ ຈົບງາມ ມີສີຂຽວ ແລະ ມີຄວາມສະດວກສະບາຍ ດ້ານສາທາລະນຸປະໂພກຕ່າງໆ ໃຫ້ສົມກັບເມືອງຫຼວງຂອງປະເທດລາວ ເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ- ຂອງພັກ ໂດຍສະເພາະ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໂດຍໄດ້ເລັ່ງໃສ່ບັນດາເສັ້ນທາງສາຍຫຼັກໃນແຜນ 21 ເສັ້ນຢູ່ 6 ຕົວເມືອງໃນຂອງ ນວ ໂດຍສະເພາະຖະໜົນ ໄກສອນ ພົມວິຫານ ເສັ້ນທາງT2 ແລະ ທາງສາຍຫຼັກອື່ນໆທີ່ພວກເຮົາໄດ້ຈັດສັນ.

ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ເລີ່ມສືບຕໍ່ຂະຫຍາຍສູ່ແຕ່ລະເສັ້ນທາງສາຍຫຼັກຂອງແຕ່ລະເມືອງ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ເຊິ່ງຈັດຕັ້ງປະຕິບັດຢູ່ຖະໜົນເສັ້ນທາງ 450 ປີ ລະຫວ່າງສາມແຍກຊາຍແດນບ້ານໂຊກໃຫຍ່ ຫາເຂດສີ່ແຍກໄພອຳນາດດົງໂດກ ໃນນີ້, ສະເພາະໃນຖະໜົນ 450 ປີ ເຂດເມືອງໄຊເຊດຖາມີ 31 ກໍລະນີ ເມືອງໄຊທານີ ມີປ້າຍກວມເອົາເຂດສະຫງວນທາງ ແລະ ບໍ່ມີອະນຸຍາດ 36 ປ້າຍ ຮົ້ວ-ກຳແພງກວມເຂດສະຫງວນທາງ 3 ກໍລະນີ ເທີບ 15 ກໍລະນີ ວາງເຄື່ອງ 3 ກໍລະນີ ແລະ ສິ່ງປຸກສ້າງອື່ນໆຈໍານວນໜຶ່ງ.

ກ່ອນຈະລົງມາຈັດຕັ້ງປະຕິບັດການຮື້ຖອນ ໄດ້ມີການກ່າວເຕືອນ ເຮັດບົດບັນທຶກ ແລະ ແຈ້ງໃຫ້ພວກກ່ຽວຮັບຊາບພາຍໃນ 15 ວັນ ສະເພາະຢູ່ຖະໜົນ 450 ປີນີ້ ໄດ້ແຈ້ງມາ 2 ກວ່າເດືອນແລ້ວ ແຕ່ເຂົາ ເຈົ້າກໍຍັງບໍ່ໄດ້ຮື້ຖອນອອກ ດັ່ງນັ້ນພພາກສ່ວນກ່ຽວຂ້ອງຈຶ່ງໄດ້ລົງມາປະຕິບັດຕາມລະບຽບຢ່າງເຂັ້ມງວດ ພ້ອມທັງສືບຕໍ່ແຈ້ງໄປຍັງເຈົ້າຂອງປ້າຍທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການຕ່າງໆຂອງລັດ ຕ້ອງເຂົ້າຕິດຕັ້ງປ້າຍໂຄສະນາ ຫຼື ສິ່ງປຸກສ້າງອື່ນໆຕາມກົດໝາຍຜັງເມືອງ ແລະ ກົດໝາຍແຫ່ງຊາດ ໃຫ້ຫ່າງອອກໄປຈາກເຂດສະຫງວນທັງສອງຝາກ 25 ແມັດ ເພື່ອບໍ່ໃຫ້ບົດບັງສະພາບການສັນຈອນຂອງເສັ້ນທາງ ແລະ ອື່ນໆ.

ສໍາລັບແຜນການໃນຕໍ່ໜ້າ ພາຍຫຼັງທີ່ເຮົາສໍາເລັດຢູ່ເຂດເສັ້ນທາງ 450 ປີ ນີ້ສໍາເລັດ ຈະສືບຕໍ່ໄປຈັດຕັ້ງປະຕິບັດຢູ່ຖະໜົນທ່່າເດື່ອ ເມືອງຫາດຊາຍຟອງ ແລະ ຖະໜົນສາຍຫຼັກອື່ນໆ ໃນ ນວ ໃຫ້ສໍາເລັດຕາມເວລາທີ່ກຳນົດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...