spot_img
Homeຂ່າວພາຍ​ໃນນະຄອນຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

ນະຄອນຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

Published on

ນະຄອນຫຼວງພະບາງ ຈັດພິທີ ທໍາລາຍສິນຄ້າໝົດອາຍຸການນໍາໃຊ້, ສິນຄ້າເສື່ອມຄຸນ ນະພາບ, ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າປອມແປງຕ່າງໆ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໜາມເກັບມ້ຽນຂີ້ເຫຍື້ອນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນລຽງ ແກ້ວມະນີ ປະທານກວດກາພັກ-ລັດ ນະຄອນຫຼວງພະບາງ ແລະ ມີຜູ້ຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ຫຼວງພະບາງ ໄດ້ລາຍງານວ່າ: ເຈົ້າໜ້າທີ່ກວດກາການຄ້າ ໄດ້ເອົາໃຈໃສ່ລົງກວດກາການລະເມີດລະບຽບຄຸ້ມຄອງທາງການຄ້າ, ການດຳເນີນທຸລະກິດທີ່ບໍ່ຖືກຕ້ອງ ແລະ ການຄ້າຂາຍສິນຄ້ານອກລະບົບ, ໄດ້ເຄື່ອນໄຫວລົງກວດກາຫົວໜ່ວຍທຸລະກິດ, ຫ້າງຮ້ານພາຍໃນນະຄອນ-ຫຼວງພະບາງ ໄດ້ທັງໝົດ 12 ຄັ້ງ, ມີຫົວໜ່ວຍທຸລະກິດ 8 ຫົວ ໜ່ວຍ ສາມາດກວດຢຶດສິນຄ້າ, ວັດຖຸ-ອຸປະກອນ ໄດ້ທັງໝົດ 67 ລາຍການ ລວມມູນຄ່າ 412 ລ້ານກວ່າກີບ.

ນອກຈາກນັ້ນ, ຍັງໄດ້ຢຶດພາຫະນະປະເພດລົດ 6 ລໍ້ ຈໍານວນ 1 ຄັນ, ດຳເນີນມາດຕະການຈັດຕັ້ງປະຕິບັດແຍກສີນຄ້າເຊື່ອມຄຸນ, ໝົດອາຍຸ ມີທັງໝົດ 84 ຫົວໜ່ວຍ ມີສິນຄ້າ 49 ລາຍການ ລວມມູນຄ່າ 21 ລ້ານກວ່າກີບ, ກວດກາສິນຄ້າປອມແປງ-ລອກຮຽນແບບ ມີ 1 ຫົວໜ່ວຍ ມີ 18 ລາຍການ ມູນຄ່າ 390 ລ້ານກີບ ແລະ ພາຫະນະລົດຫົກລໍ້ 1 ຄັນ, ສິນຄ້າດັ່ງກ່າວແມ່ນ ມີເຈົ້າຂອງສິດທິບັດ ທີ່ໄດ້ຈົດສິດທິບັດສະຫຼາກ (ລິຂະສິດ) ຖືກຕ້ອງຕາມກົດໝາຍ ສປປ ລາວ ມາດຕະການຈັດຕັ້ງປະຕິບັດ ມີສອງຮູບແບບຄື: ເຈົ້າຂອງສິດທິບັດຮ້ອງຟ້ອງ ແລະ ເຈົ້າຂອງສິດທິບັດບໍ່ຮ້ອງຟ້ອງ, ສິນຄ້າທີ່ມີເຈົ້າຂອງສິດທິບັດ ຮ້ອງຟ້ອງມີ 3 ຍີ່ຫໍ້ ລວມວັດຖຸອຸປະກອນທັງໝົດ 11 ລາຍການ ມູນຄ່າ 136 ລ້ານກວ່າກີບ, ສິນຄ້າພ້ອມວັດຖຸອຸປະກອນ ແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ເພື່ອເປັນຂອງກາງດຳ ເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຊັ້ນສານ, ສຳລັບສິນຄ້າທີ່ເຈົ້າຂອງສິດທິບັດບໍ່ຮ້ອງຟ້ອງ ມີ 4 ຍີ່ຫໍ້ ລວມ 8 ລາຍການ ມູນຄ່າ 253 ລ້ານກວ່າກີບ, ແມ່ນແຍກເປັນສອງປະເພດສິນຄ້າ ຄື: ສິນຄ້າທີ່ບໍ່ມີຜົນກະທົບຕໍ່ການນຳໃຊ້ (ຝອຍພັດຖ້ວຍ) ແມ່ນຈັດໄປບໍລິຈາກເພື່ອເປັນສາທາລະນະປະໂຫຍດ ແລະ ສິນຄ້າທີ່ມີຜົນກະທົບຕໍ່ການຊົມໃຊ້ຂອງປະຊາຊົນ ລວມມີ ແປ້ງນົວ, ແຟັບ ມີ 6 ລາຍການ ມູນຄ່າ 211.380.000 ກີບ ແມ່ນໄດ້ຈັດພິທີທຳລາຍຖິ້ມຕາມລະບຽບການ, ລວມມູນຄ່າ ສິນຄ້າເຊື່ອມຄຸນ, ເສຍຄຸນ, ສິນຄ້າປອມແປງ ທີ່ລະເມີດລະບຽບຄຸ້ມຄອງທາງການຄ້າທີ່ຈັດພິທີທຳລາຍຖິ້ມໃນຄັ້ງນີ້ ມີທັງໝົດ 55 ລາຍການ ລວມມູນຄ່າ 233.102.000 ກີບ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...