spot_img
Homeຂ່າວພາຍ​ໃນນະຄອນກຽວໂຕະ ໃຫ້ທຶນສ້າງສະຖາປັດຕະຍາກຳຊົງບານເຕະ

ນະຄອນກຽວໂຕະ ໃຫ້ທຶນສ້າງສະຖາປັດຕະຍາກຳຊົງບານເຕະ

Published on

20140425172522

 

ພິທີ​ວາງ​ສີ​ລາ​ລຶກ​ໂຄງການ​ກໍ່ສ້າງ ສະ​ຖາ​ປັດ​ຕະ​ຍາ​ກຳ​ຊົງ​ບານເຕະ (ຊື່​ຊົ່ວຄາວ) ໄດ້​ມີ​ຂຶ້ນ​ວັນ​ທີ 25 ເມສາ 2014 ຢູ່​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (ຫ້ວຍ​ຫົງ) ໂດຍ​ມີ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ໄດ​ຊາ​ກຶ ຄາ​ໂດ​ຄາ​ວະ ເຈົ້າ​ຄອງ​ນະຄອນ​ກຽວ​ໂຕະ ປະເທດ​ຍີ່ປຸ່ນ ທ່ານ ສົມ​ພູ ພົງສາ ຜູ້​ຊ່ວຍ​ລັດຖະມົນຕີ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ ປະສິດ ສຸພາບ ຮອງ​ປະທານ​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ສະຖາປັດຕະຍະກຳ​ຊົງ​ບານເຕະ ເປັນ​ໂຄງການ​ຊ່ວຍເຫຼືອ​ຂອງ​ນະຄອນ​ກຽວ​ໂຕະ ມູນ​ຄ່າ 150.000 ໂດ​ລາ​ສະຫະລັດ ຫຼື ປະມານ 1,206 ຕື້​ກີບ ເປັນ​ໜຶ່ງ​ໃນ​ບັນດາ​ໂຄງການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ​ສອງ​ນະຄອນ (ນະຄອນຫຼວງ​ວຽງ​ຈັນ ແລະ ນະຄອນ​ກຽວ​ໂຕະ ໃນ​ນາມ​ເປັນ​ນະຄອນ​ຄູ່​ຮ່ວມ​ງານ​ໃນຕໍ່ໜ້າ) ກໍ່​ຄື​ການ​ກະກຽມ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລະຫວ່າງ ລາວ-ຍີ່ປຸ່ນ ໂດຍ​ສະຖາປັດຕະຍະກຳ​ນີ້ ຈະ​ສ້າງ​ຂຶ້ນ​ເປັນ​ຮູບ​ໜ່ວຍ​ບານ ມີ​ເສັ້ນ​ຜ່າ​ສູນ​ກາງ 10 ແມັດ ສູງ 6 ແມັດ ເຊິ່ງ​ອອກ​ແບບ​ໂດຍ​ນັກ​ວິສະວະກອນ​ຂອງ Ritsumeikan University ປະເທດ​ຍີ່ປຸ່ນ ຈະ​ໃຊ້​ເວລາ​ໃນ​ການ​ກໍ່ສ້າງ 5 ເດືອນ (ພຶດສະພາ-ກັນຍາ 2014).

ຈຸດປະສົງ​ການ​ກໍ່ສ້າງ​ໂຄງການ​ນີ້ ເພື່ອ​ເປັນ​ສັນຍະລັກ​ຂອງ​ການ​ແລກປ່ຽນ ລະຫວ່າງ​ລາວ ແລະ ຍີ່ປຸ່ນ ທັງ​ແນໃສ່​ສ້າງ​ອະນາຄົດ​ອັນ​ສົດ​ໄສ​ໃຫ້​ແກ່​ເດັກນ້ອຍ​ລາວ ໂດຍ​ການ​ນຳ​ໃຊ້​ສະຖານທີ່​ນີ້ ເປັນ​ບ່ອນ​ສ້າງ​ຄວາມ​ຝັນ​ຂອງ​ເຂົາເຈົ້າ ຜ່ານ​ການ​ເຕະບານ ນອກ​ນີ້​ຍັງ​ຈະ​ນຳ​ໃຊ້​ເປັນ​ບ່ອນ​ເຝິກຊ້ອມ​ໃຫ້​ຄຳ​ແນະນຳ ແລະ ເປັນ​ສະຖານທີ່​ໃຫ້ການ​ສຶກ​ສາ​ດ້ານ​ກີລາ​ອີກ​ດ້ວຍ.

ຂ່າວ​ຍັງ​ແຈ້ງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຕອນ​ຄ່ຳ​ວັນ​ດຽວ​ກັນ​ນີ້ ຢູ່​ໂຮງແຮມ​ລາວ​ພລາ​ຊາ ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ຈັດ​ງານ​ລ້ຽງ​ສົ່ງ​ເປັນ​ກຽດ​ໃຫ້​ແກ່ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ກຽວ​ໂຕະ ນຳ​ໂດຍ​ທ່ານ ໄດ​ຊາ​ກຶ ຄາ​ໂດ​ຄາ​ວະ ເຈົ້າ​ຄອງ​ນະຄອນ​ກຽວ​ໂຕະ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ໂອກາດ​ນີ້ ທັງ​ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ການ​ມາ​ຢ້ຽມຢາມ ຂອງ​ຄະນະ​ຜູ້​ແທນ​ນະຄອນ​ກຽວ​ໂຕະ ພ້ອມ​ທັງ​ໄດ້​ອວຍພອນ​ໃຫ້​ຄະນະ​ຜູ້​ແທນ​ດັ່ງກ່າວ ເດີນທາງ​ກັບ​ຄືນ​ປະ​ເທ​ດ້ວຍ​ຄວາມ​ສະຫວັດດີ​ພາບ ສ່ວນ​ການ​ພົວພັນ​ຮ່ວມ​ມື​ວຽກ​ງານ​ຕ່າງໆ ໃນ​ນາມ​ເປັນ​ນະຄອນ​ຄູ່​ຮ່ວມ​ງານ​ໃນຕໍ່ໜ້າ ທັງ​ສອງ​ຝ່າຍ​ຈະ​ໄດ້​ຄົ້ນຄວ້າ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ ໃນ​ການ​ຮ່ວມ​ມື​ກັນ​ຢ່າງ​ເປັນ​ຮູບ​ປະ​ທຳ.

ທີ່ມາ http://www.vientianemai.net/teen/khao/1/11654

ບົດຄວາມຫຼ້າສຸດ

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...