spot_img
Homeຂ່າວພາຍ​ໃນທ່ານ ນາຍົກແຫ່ງ ສປປ ລາວ ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ

ທ່ານ ນາຍົກແຫ່ງ ສປປ ລາວ ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ

Published on

ວັນທີ 29 ພຶດສະພາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ ຮ່ວມຕິດຕາມໃນການລົງເຄື່ອນໄຫວ ມີ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ, ມີຄະນະນຳຂັ້ນສູງຈາກສູນກາງ, ຄະນະນຳຂອງແຂວງ, ພິທີຕ້ອນຮັບແມ່ນໄດ້ຈັດຂຶ້ນຢູ່ ກຸ່ມບ້ານຈຸດສຸມ ເຂດຈະເລີນໄຊ ເມືອງຊານໄຊ ແຂວງ ອັດຕະປື ໂດຍມີ ບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຄະນະພັກ,ຄະນະຫ້ອງການອ້ອມຂ້າງເມືອງ, ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສເມືອງ, ເລຂາພັກນາຍບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ສຸວັນສີ ແກ້ວວິເສີດ ກຳມະການພັກແຂວງ, ເລຂາພັກເຈົ້າເມືອງຊານໄຊ ໄດ້ຍົກໃຫ້ເຫັນໂດຍຫຍໍ້ວ່າ: ຄຽງຄູ່ກັບຜົນສຳເລັດຫຼາຍດ້ານທີ່ຍາດມາໄດ້ນັ້ນ ເຫັນວ່າເມື່ອທຽບກັບເນື້ອໃນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງແຂວງ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ ເຫັນວ່າມີບາງດ້ານຍັງມີຂໍ້ອ່ອນຄົງຄ້າງຈຳນວນບໍ່ໜ້ອຍທີ່ຈະຕ້ອງສືບຕໍ່ແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນ: ການສຶກສາອົບຮົມການເມືອງ-ແນວຄິດເຖີງວ່າໄດ້ເອົາໃຈໃສ່ດຳເນີນດ້ວຍຫຼາຍຮູບການກໍ່ຕາມ
ແຕ່ພະນັກງານສະມາຊິກພັກຈຳນວນໜຶ່ງຍັງບໍ່ທັນກຳແໜ້ນເລິກເຊິ່ງ ແລະ ການຈັດຕັ້ງປະຕິບັດຕົວຈິງກໍ່ຍັງບໍ່ທັນໄດ້ດີເທົ່າທີ່ຄວນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຍັງມີບາງດ້ານບໍ່ທັນບັນລຸຜົນສໍາເລັດເທົ່າທີ່ຄວນ, ຍັງມີປະກົດການຫຍໍ້ທໍ້ຈຳນວນໜຶ່ງ ເຊັ່ນ: ຍັງມີແນວຄິດແບບເກົ່າດັ້ງເດີມ, ບັນຫາການເຊື່ອຖືສາສະໜາ, ບັນການການຂີ້ລັກງັດແງະ, ບັນຫາຢາເສບຕິດ,ບັນຫາການຄ້າ-ຂາຍເຖື່ອນ, ບັນຫາການລັກລອບຊັບພະຍາກອນທໍາມະຊາດແບບຊະຊາຍ, ບັນຫາການລ່າສັດນໍ້າ-ສັດປ່າ ແລະ ອື່ນໆ; ພື້ນຖານໂຄງລ່າງມີບາງດ້ານ, ບາງຈຸດສຸມມີຄວາມຫຸຍ້ງຍາກ; ຕະຫຼາດຮັບຮອງຜົນຜະລິດຂອງປະຊາຊົນບາງອັນບາງໄລຍະບໍ່ແນນອນ; ລະດັບຄວາມຮູ້ຄວາມສາມາດການນຳພາ-ຊີ້ນຳປະຊາຊົນເຮັດຕົວຈິງ ຂອງພະນັກງານນຳພາ, ຄຸ້ມຄອງ, ພະນັກງານວິຊາການເຕັກນິກຈຳນວນໜື່ງຄວາມຮູ້ຄວາມສາມາດ ແລະ ຄວາມບຸກບືນບໍ່ທັນສູງ; ແຫຼ່ງທຶນເພື່ອການພັດທະນາມີຈຳກັດ ແຕ່ຄວາມຕ້ອງການແຫຼ່ງທຶນເພື່ອການພັດທະນາຂອງປະຊາຊົນສູງ; ການແກ້ໄຂອັດຕາຄວາມທຸກຍາກຕາມດຳລັດ 348/ລບ ຍັງກວມເປີເຊັນສູງ; ການປະຕິບັດຄາດໝາຍການພັດທະນາເສດຖະກິດ-ສັງຄົມມີບາງດ້ານບໍ່ສາມາດບັນລຸໄດ້ຕາມແຜນການ, ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບໍ່ທັນກວ້າງຂວາງ, ການປະຕິບັດລາຍຈ່າຍຍັງບໍ່ທັນສະໜອງຕອບຕາມຄວາມຕ້ອງການ ແລະ ຈຳເປັນຕົວຈິງຂອງໜ້າທີ່ວຽກງານ ແລະ ການພັດທະນາ, ການສ້າງຄອບຄົວຕົວແບບການຜະລິດເສດຖະກິດເປັນສິນຄ້າແບບເປັນກຸ່ມເປັນຟາມຖ້າທຽບໃສ່ກັບທ່າແຮງບົ່ມຊ້ອນຍັງບໍ່ທັນແຂງແຮງເທົ່າທີ່ຄວນ; ການນຳໃຊ້ເຕັກນິກວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝຍັງມີໜ້ອຍ.

ຕໍ່ກັບບັນຫາດັງກ່າວ ໂອກາດດຽວກັນ ອຳນາດການປົກຄອງບ້ານ ແລະ ຄະນະນຳຂອງແຂວງ ກໍ່ໄດ້ປະກອບຄຳຄິດຄຳເຫັນສະເໜີໃນບາງບັນຫາທີ່ພົບຄວາມຫຍຸ້ງຍາກ ເພື່ອໃຫ້ທ່ານນາຍົກໄດ້ຮັບຊາບ ແລະ ຊອກວິທີການແກ້ໄຂໃນຕໍ່ໜ້າ ຈາກນີ້ ທ່ານ ນາຍົກກໍ່ໄດ້ມີຄຳເຫັນໂອລົມ ເຊິ່ງຈາກຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງອົງຄະນະພັກ ປະຊາຊົນໃນ 10 ໜູ່ບ້ານທີ່ຂຶ້ນກັບກຸ່ມຈຸດສຸມເຂດຈະເລີນໄຊແລ້ວ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳແຂວງ ແລະ ເມືອງ ກຳໄດ້ສະພາບການຂອງໂລກ ແລະພາກພື້ນທີ່ມີ່ຂໍ້ຂັດແຍ່ງ ອັນສົ່ງຜົນສະທ້ອນຕໍ່ເສດຖະກິດ-ສັງຄົມຂອງປະເທດເຮົາ ດັ່ງນັ້ນຈິ່ງເນັ້ນໃຫ້ການນຳ-ອົງການປົກຄອງທຸກຂັ້ນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຜັນຂະຫຍາຍເນື້ອໃນ 2 ວາລະແຫ່ງຊາດໃຫ້ແຂງແຮງ ກ່ວາເກົ່າ, ຕ້ອງເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດແນວທາງຂອງພັກຢ່າງຖືກຕ້ອງສອດຄ່ອງ ແລະ ມີສະຕິລະວັງຕົວຕ້ານໃຫ້ໄດ້ປະກົດການຫຍໍ້ທໍ້ ທີ່ອາດຈະເກີດຈາກກຸ່ມຄົນບໍ່ຫວັງດີ ໃສ່ຮ້າຍປ້າຍສີ ທັບຖົມໂຈມຕີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ ຂອງພວກເຮົາ. ຈາກການໂອ້ລົມ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງ ວຽກງານຊຸກຍູ້ໂຄງການລົງທຶນຂອງລັດຕ່າງໆ ທີ່ມີການຊຸກຍູ້ຢູ່ໃນເມືອງຊານໄຊ, ບັນຫາການຈັດເກັບລາຍຮັບຈາກທ່າແຮງອື່ນໆ, ບັນຫາກນສ້າງລະບົບການເມືອງຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ຊຸກຍູ້ການຜະລິດຢູ່ຂັ້ນບ້ານໃຫ້ຫຼາຍຂຶ້ນ ເພື່ອຊອກລາຍຮັບເພິ່ມ ພ້ອມນີ້ ທ່ານ ໄດ້ໃຫ້ທິດຊີ້ນຳ ໃນການແກ້ໄຂບັນຫາທີ່ຍັງ ຄົງຄ້າງ ເເນໃສ່ເຮັດໃຫ້ວຽກງານ ການພັດທະນາຢູ່ບັນດາເມືອງ ຊານໄຊດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນ.

ໃນໂອກາດດຽວກັນຄະນະທີ່ທ່ານນາຍົກໄດ້ລົງເຄື່ອນໄຫວຢ້ຽມນັ້ນ ທ່ານ ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ອຳນາດການປົກຄອງບ້ານລະ 10.000.000 ກີບ ໃນຈຳນວນ 10 ບ້ານ ທີ່ຂຶ້ນກັບກຸ່ມຈຸດສຸມເຂດຈະເລີນໄຊ ເມືອງຊານໄຊ ເພື່ອສືບຕໍ່ບໍລິຫານວຽກງານຢູ່ຂັ້ນບ້ານໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ.
ໂດຍ: ນັກຂ່າວແຂວງ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...