ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ປັດຈຸບັນ, ພາກສ່ວນກ່ຽວຂ້ອງຕ່າງໆຂອງແຂວງໄດ້ລົງເກັບກໍາຂໍ້ມູນຄວາມເສຍຫາຍຈາກໄພທໍາມະຊາດທີ່ເກີດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ຊຶ່ງຕາມການເກັບກໍາຂໍ້ມູນລ້າສຸດຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໃນວັນທີ 7 ສິງຫານີ້ໃຫ້ຮູ້ວ່າ: ໄພນໍ້າຖ້ວມຄັ້ງນີ້ໄດ້ສົ່ງກະທົບເສຍຫາຍຕໍ່ຊີວິດ ແລະ ຊັບສີນເປັນຈໍານວນບໍ່ໜ້ອຍຄື: ຢູ່ບ້ານນາໝີ ມີເຮືອນປະຊາຊົນ 13 ຫລັງຖືກເປ່ເພ ແລະ ມີເຂົ້າເປືອກເສຍຫາຍຫລາຍກວ່າ 7 ໂຕນ, ພ້ອມມີເນື້ອທີ່ນາເສຍຫາຍຫລາຍກວ່າ 1 ເຮັດຕາ, ບ້ານຖ້ຽວ ມີປະຊາຊົນເກືອບ 120 ຄອບຄົວ, ມີພົນລະເມືອງ 580 ກວ່າຄົນໄດ້ຮັບຜົນກະທົບ, ພ້ອມເນື້ອທີ່ນາຫລາຍກວ່າ 12 ເຮັກຕາເສຍຫາຍ, ບ້ານຫ້ວຍຂຸນມີເກືອບ 50 ຄອບຄົວ, ພົນລະເມືອງ 200 ກວ່າຄົນໄດ້ຮັບຜົນກະທົບ, ມີເຮືອນ 8 ຫລັງຖືກນໍ້າພັດໄຫລໄປ ແລະ ຫລາຍກວ່າ 20 ຫລັງໄດ້ຮັບການເປ່ເພ, ພ້ອມມີເນື້ອທີ່ນາຫລາຍກວ່າ 1 ເຮັກຕາເສຍຫາຍ, ຢູ່ບ້ານຖິ່ນມີເຮືອນ 15 ຫລັງຖືກເປ່ເພ ແລະ ມີປະຊາຊົນ 80 ກວ່າຄົນໄດ້ຮັບຜົນກະທົບ, ສ່ວນຢູ່ບ້ານກອນແກ່ນມີເຮືອນປະຊາຊົນ 50 ກວ່າຫລັງໄດ້ຖືກເປ່ເພ, ປະຊາຊົນຫລາຍກວ່າ 230 ຄົນໄດ້ຮັບຜົນກະທົບ ແລະ ມີຜູ້ເສຍຊີວິດ 1 ຄົນ, ພ້ອມມີເນື້ອທີ່ການຜະລິດເສຍຫາຍຫລາຍກວ່າ 20 ເຮັດຕາ, ນອກຈາກນີ້ຍັງມີບ້ານວັງໄຮແມ່ນມີ 7 ຫລັງຄາເຮືອນ, ພົນລະເມືອງ 40 ກວ່າຄົນ, ບ້ານລ້ອງກໍມີ 1 ຫລັງຄາເຮືອນ ແລະ ບ້ານນາຫວານນ້ອຍມີ 33 ຫລັງຄາເຮືອນຖືກເປ່ເພ ແລະ ມີປະຊາຊົນຫລາຍກວ່າ 200 ຄົນໄດ້ຮັບຜົນກະທົບ ແລະ ລວມຜົນເສຍຫາຍທັງໝົດໃນເບື້ອງຕົ້ນຕົກຢູ່ປະມານ 3,5 ຕື້ກີບ. ນອກຈາກນີ້ຍັງມີເສົາໄຟຟ້າເສຍຫາຍຫລາຍສີບຕົ້ນ, ລະບົບຊົນລະປະທານ, ຄອງເມືອງ ແລະ ເສັ້ນທາງຫລາຍຈຸດຖືກຕັດຂາດ ເຮັດໃຫ້ບໍ່ສາມາດສັນຈອນໄປມາໄດ້, ເຊິ່ງພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ລະດົມກໍາລັງ ປກສ-ປກຊ ເຂົ້າຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບ, ພ້ອມທັງເລັ່ງສ້ອມແປງສຸກເສີນວຽກງານພື້ນຖານໂຄງລ່າງຈຸດທີ່ເສຍຫາຍເປ່ເພ ເພື່ອໃຫ້ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ.
ທາງການແຂວງອຸດົມໄຊເລັ່ງສໍາຫລວດຜົນເສຍຫາຍຈາກໄພນໍ້າຖ້ວມ
1937
ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ
ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1)
ໃນວັນທີ 3 ພະຈິກ...
ຂ່າວຕ່າງປະເທດ
ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ
ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...
ຂ່າວຕ່າງປະເທດ
ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030
ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...
ຂ່າວຕ່າງປະເທດ
ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

