spot_img
Homeຂ່າວພາຍ​ໃນທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກ ຊ່ວຍເຫຼືອເກືອບ 10 ພັນຕື້ກີບ ເຂົ້າໃນການພັດທະນາ

ທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກ ຊ່ວຍເຫຼືອເກືອບ 10 ພັນຕື້ກີບ ເຂົ້າໃນການພັດທະນາ

Published on

ໃນໄລຍະຜ່ານມາທະນາຄານພັດທະນາອາຊີ (ADB) ແລະກຸ່ມທະນາຄານໂລກ (WBG) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການເງິນເກືອບ 10 ພັນຕື້ກີບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ
ຊຶ່ງລວມມີຫຼາຍຂະ ແໜງການເປັນຕົ້ນຂະແໜງກະສິ ກຳ, ພັດທະນາຊົນນະບົດ, ການສຶກສາ, ການຂົນສົ່ງ, ນ້ຳປະປາ, ພື້ນຖານໂຄງລ່າງໃນຕົວມືອງ ແລະຂະແໜງການອື່ນໆ.

ຕາມຂໍ້ມູນເປີດເຜີຍໃນກອງປະຊຸມທົບທວນການຮ່ວມມືລະຫວ່າງລັດຖະບານ ສປປ ລາວ, ທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຢູ່ ສປປ ລາວປະຈຳສົກ ປີ 2015-2016 ທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ການຊ່ວຍເຫຼືອທາງດ້ານການເງິນຂອງທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກລວມກັນ 9.600  ຕື້ກີບ ຫຼື ປະມານ 1,2 ຕື້ໂດລາ (ມິຖຸນາ 2016) ທີ່ໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ ເປັນຫຼັກແມ່ນກວມເອົາຂະແໜງກະສິກໍາ ແລະພັດທະນາຊົນນະບົດ, ການສຶກສາ, ການຂົນສົ່ງ, ອຸດສາຫະກໍາ ແລະການຄ້າ, ສິ່ງແວດລ້ອມ, ນໍ້າປະປາ, ໂຄງລ່າງພື້ນຖານ ແລະການບໍລິການໃນເຂດເທສະບານເມືອງ ຊຶ່ງຍ້ອນຈຳນວນໂຄງການ ແລະຂະໜາດຂອງທຶນຊ່ວຍເຫຼືອທີ່ ລວມກັນເປັນຈຳນວນຫຼາຍມັນຈຶງຮຽກຮ້ອງໃຫ້ທະນາຄານພັດທະນາອາຊີ ແລະກຸ່ມທະນາຄານໂລກ ຮ່ວມມືກັນເພື່ອເຮັດການທົບທວນ ການຈັດຕັ້ງປະຕິບັດໂຄງການຮ່ວມກັນເພື່ອປັບປຸງປະສິດທິພາບ ຂອງການປະຕິບັດວຽກຂອງໂຄງການ.

ໃນປີ 2015 ທະນາຄານພັດທະນາອາຊີບໍລິຫານຄຸ້ມຄອງທຶນກູ້ຢືມ ແລະທຶນຊ່ວຍເຫຼືອລ້າປະ ກອບດ້ວຍ 28 ໂຄງການ ຊຶ່ງຫຼຸດ ລົງ 248 ຕື້ກີບ ຫຼື ປະມານ 31 ລ້ານໂດລາ ເມື່ອທຽບກັບປີ 2014 ເທົ່າກັບ 6.088 ຕື້ກີບ ປະມານ 761 ລ້ານໂດລາ ໃນທ້າຍປີ 2015 (ລວມທັງມູນຄ່າທາງກົງຂອງ ການລົງທຶນຮ່ວມກັນກັບລັດຖະບານ), ປະກອບມີການຊ່ວຍເຫຼືອທາງດ້ານວິຊາການແມ່ນມີ 18 ໂຄງການ ມູນຄ່າ 147 ຕື້ກວ່າກີບ ປະມານ 18,4 ລ້ານໂດລາ, ຂະແໜງການຍຸດທະສາດຫຼັກຂອງທະນາ ຄານພັດທະນາອາຊີປີ 2020 ແມ່ນກວມເອົາ 82% ຂອງມູນຄ່າທັງໝົດ, ໂດຍແມ່ນຂະແໜງກະສິກໍາ ແລະຊັບພະຍາກອນທໍາມະຊາດ ກວມເອົາຫຼາຍທີ່ສຸດ 26%, ໂຄງລ່າງພື້ນຖານນໍ້າປະປາ ແລະອື່ນໆ ໃນເຂດເທສະບານເມືອງ 23%, ຄົມມະນາຄົມ ແລະການສື່ສານ 19% ແລະການສຶກສາ 11%.

ໂດຍຂະໜາດຂອງໂຄງການ ໂດຍສະເລ່ຍແມ່ນເພີ່ມຂຶ້ນເລັກໜ້ອຍເປັນ 217 ຕື້ກວ່າກີບ ຫຼື ປະມານ 27,2 ລ້ານໂດລາ, ສັນຍາໂຄງການທີ່ໄດ້ເຊັນໄປແລ້ວແມ່ນ 541 ຕື້ກວ່າກີບ ຫຼື ປະມານ 67,7 ລ້ານໂດລາ ເທົ່າກັບ 125% ຂອງແຜນ ປະຈໍາປີ, ການເບີກຈ່າຍ 529 ຕື້ກວ່າກີບ ປະມານ 66,2 ລ້ານໂດ ລາ ຊຶ່ງໜ້ອຍກວ່າປີ 2014 ທີ່ມີ ການເບີກຈ່າຍ 631 ຕື້ກວ່າກີບ ປະມານ 78,9 ລ້ານໂດລາ ແຕ່ວ່າມີອັດຕາ 143% ຂອງແຜນປະຈໍາ ປີນັ້ນ, ອັດຕາສ່ວນຂອງການເບີກຈ່າຍແມ່ນ 18% ຈໍານວນໂຄງການທີ່ອາດຈະພົບພໍ້ບັນຫາແມ່ນຫຼຸດລົງຈາກ 3 ໂຄງການ ໃນປີ 2014 ມາເຫຼືອຢູ່ 1 ໂຄງການໃນ ປີ 2015, ກອງທຶນໜຶ່ງຂອງຍີ່ປຸ່ນ ເພື່ອຫຼຸດຜ່ອນຄວາມທຸກຍາກເປັນ ທຶນຊ່ວຍເຫຼືອລ້າເພື່ອການພັດທະນາ, ທີ່ຖືກບໍລິຫານໂດຍທະນາ ຄານພັດທະນາອາຊີແມ່ນຖືກຈັດ ໃຫ້ເປັນໂຄງການທີ່ມີບັນຫາ.

ສ່ວນທາງດ້ານການຊ່ວຍເຫຼືອ ຂອງກຸ່ມທະນາຄານໂລກມາຮອດປະຈຸບັນ ມີ 18 ໂຄງການ, ໂດຍມູນ ຄ່າທັງໝົດ 3.416 ຕື້ກວ່າກີບ 427 ລ້ານໂດລາ ໃນງົບປະມານ ປີ 2016 ຊຶ່ງການຊ່ວຍເຫຼືອທາງ ດ້ານການເງິນແມ່ນປະກອບດ້ວຍເງິນຊ່ວຍເຫຼືອ (IDA) 14 ໂຄງການ ມູນຄ່າ 2.808 ຕື້ກີບ ປະມານ 351 ລ້ານໂດລາ ແລະເງິນຊ່ວຍເຫຼືອລ້າ 608 ຕື້ກີບ ປະມານ 76 ລ້ານໂດລາ ແລະມີ 8 ໂຄງການ ຊຶ່ງຂະແໜງການທີ່ໃຫຍ່ທີ່ສຸດແມ່ນຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ 26%, ການພັດທະນາສັງຄົມ 20%, ພະລັງງານ ແລະບໍ່ແຮ່ 13% ໂດຍຂະໜາດຂອງໂຄງການໂດຍສະເລ່ຍ ສໍາລັບ IDA ແມ່ນ 200 ຕື້ກີບ ຫຼື ປະມານ 25 ລ້ານໂດລາ ເພີ່ມຂຶ້ນ 4% ຈາກ 192 ຕື້ກີບ ປະມານ  24 ລ້ານໂລດາ  ໃນປີກ່ອນ.

ຂ່າວ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...