spot_img
Homeຂ່າວຕ່າງປະເທດທຣັມ ປະຕິເສດ ບໍ່ຍອມຮັບຜູ້ສະໜັກສະໝູນທີ່ນິຍົມນາຊີ

ທຣັມ ປະຕິເສດ ບໍ່ຍອມຮັບຜູ້ສະໜັກສະໝູນທີ່ນິຍົມນາຊີ

Published on

ໂດນັນ ທຣັມ ປະຕິເສດບໍ່ຍອມຮັບຜູ້ສະໜັກສະໝູນທີ່ນິຍົມນາຊີ ກ່າວປະນາມຄົນກຸ່ມນີ້ດ້ວຍ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 23 ພະຈິກວ່າ: ໂດນັນ ທຣັມ ວ່າທີ່ປະທານາທິບໍດີສາຫະລັດຄົນໃໝ່ ປະຕິເສດບໍ່ຍອມຮັບກຸ່ມຜູ້ສະໜັບສະໝູນຂອງຕົນເອງຊຶ່ງເປັນກຸ່ມຂວາທາງເລືອກ ປະກອບໄປດ້ວຍກຸ່ມນີໂອນາຊີ ກຸ່ມຄົນຜິວຂາວຊາດນິຍົມ ແລະກຸ່ມຕໍ່ຕ້ານຊາວຢິວ ທີ່ສະເຫຼີມສະຫຼອງໄຊຊະນະການເລືອກຕັ້ງດ້ວຍການສະແດງຄວາມເຄົາລົບໃນແບບນາຊີເຢີຣາມານີ ເມື່ອວັນທີ 19 ພະຈິກຜ່ານມາ ແລະຍັງກ່າວປະນາມກຸ່ມນີ້ດ້ວຍ ເພາະແກນນໍາຂອງກຸ່ມດັ່ງກ່າວເວົ້າຕໍ່ສະມາຊິກໃນກຸ່ມວ່າ “ ອາເອລິກາເປັນປະເທດຂອງຊາວຜິວຂາວ ”

ການຊຸມນຸມຂອງກຸ່ມຂວາທາງເລືອກເມື່ອວັນເສົາທີ່ຜ່ານມາ ໄດ້ຈຸດຂະນວນໃຫ້ກຸ່ມຜູ້ປະທ້ວງທີ່ບໍ່ພໍໃຈ ທຣັມ ອອກມາລວມຕົວກັນປິດຖະໜົນຮອບສູນການປະຊຸມໂດນັນ, ເຣແກນ ແລະນາຍົກລັດຖະມົນຕີເຢີຣາມານີ ນາງອັງເກົາ ແມຣເຄິດ ອອກມາສະແດງຄວາມກັງວົນວ່າ ການທີ່ ທຣັມ ຊະນະການເລືອກຕັ້ງ ອາດເຮັດໃຫ້ກຸ່ມລັດທິຄົນຂາວສຸດໂຕ່ງໃນສາຫະລັດຍິ່ງໄດ້ໃຈ.

ທຣັມໃຫ້ສໍາພາດ ເຖິງກໍລະນີການແຕ່ງຕັ້ງນາຍສະຕີ ແບນນ່ອນ ເປັນຫົວໜ້າຝ່ານຍຸດທະສາດທໍານຽບຂາວວ່າ ແບນນ່ອນ ບໍ່ແມ່ນພວກເຊື້ອຊາດ ຫຼືພວກກຸ່ມຂວາທາງເລືອກ ບໍ່ເຊັນນັ້ນ ທຣັມ ຄົງບໍ່ໃຫ້ແບນນ່ອນເຂົ້າມາຮັບຕໍາແໜ່ງສໍາຄັນນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...