spot_img
Homeຂ່າວທ້ອງຖິ່ນຕ້ານໂຄວິດ-19! 4 ແຂວງຄຸມເຂັ້ມແຈ້ງການປິດດ່ານຢັບຢັ້ງການແຜ່ລະບາດ

ຕ້ານໂຄວິດ-19! 4 ແຂວງຄຸມເຂັ້ມແຈ້ງການປິດດ່ານຢັບຢັ້ງການແຜ່ລະບາດ

Published on

ເພື່ອປ້ອງກັນການ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ເຂົ້າສູ່ປະເທດລາວ ນັບຕັ້ງແຕ່ໄລຍະວັນທີ 12-16ທີ່ຜ່ານມາ ປັດຈຸບັນປະເທດລາວມີຢູ່ 4 ແຂວງໄດ້ອອກມາແຈ້ງການປິດດ່ານປະເພນີ ເພື່ອຫຼຸດຜ່ອນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ເນື່ອງຈາກທັງ 4 ແຂວງນີ້ລ້ວນມີຊາຍແດນຕິດກັບແຂວງປະເທດເພື່ອນບ້ານ ແລະ ເປັນເຂດທີ່ໄດ້ຖືກຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກໍລະນີ.

  1. ໃນວັນທີ 12 ມີນາ 2020 ແຂວງຫົວພັນ ເບື້ອງມີຊາຍແດນຕິດກັບຫວຽດນາມ ໄດ້ປິດດ່ານປະເພນີ 10 ດ່ານຊົ່ວຄາວ ແລະ ເປີດ ໄວ້ພຽງ 4 ດ່ານ,
  2. ໃນວັນທີ 13 ມີນາ 2020 ແຂວງເຊກອງເບື້ອງມີຊາຍແດນຕິດກັບຫວຽດນາມ ໄດ້ແຈ້ງການປິດດ່ານປະເພນີ 4 ດ່ານຊົ່ວຄາວ ເນື່ອງຈາກດ່ານທາງຝາກຂອງຫວຽດນາມ ກໍ່ໄດ້ປິດແລ້ວ.
  3. ໃນວັນທີ 13 ມີນາ 2020 ແຂວງອັດຕະປຶ ອອກແຈ້ງການ ສັ່ງປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຕິດກັບແຂວງກອນຕຸມ ສສ ຫວຽດນາມ ແລະ ແຂວງຣັດຕະນະຄີຣີ ແລະ ຊຽງແຕງ ຣາຊະອານາຈັກກຳປູເຈຍຊົ່ວຄາວ ໃນຈຳນວນດ່ານທີຖືກປິດປະກອບມີ 4 ດ່ານຄື: ດ່ານພູຍາງເມືອງພູວົງ, ດ່ານ ຟໍ1 ເຂດວັງຕັດ ເມືອງຊານໄຊ, ດ່ານເຊປຽນ ເມືອງສະໜາມໄຊ, ດ່ານປະເພນີ ຟໍ 2 ຟໍ 3 ຟໍ 4 ຟໍ 5 ແລະ ຟໍ 6.
  4. ໃນວັນທີ 16 ມີນາ 2020 ແຂວງຜົ້ງສາລີ ອອກແຈ້ງການປິດດ່ານປະເພນີເປັນເວລາ 14ວັນ ປະກອບມີ: ດ່ານແມັງກວາຜົ້ງ, ດ່ານຊີປາຝິ່ນ, ດ່ານຫ້ວຍເຮ້ຍ, ດ່ານຫ້ວຍລ້າ, ດ່ານປາກເທິມ ແລະ ດ່ານປາຈ່າ ແລະ ດ່ານປະເພນີອື່ນໆ ໃນຂອບເຂດທົ່ວແຂວງ ແລະ ມີ 3ດ່ານຊາຍແດນທີ່ອະນຸຍາດໃຫ້ເປີດບໍລິການປົກກະຕິຄື: ດ່ານປາງຫົກ ເມືອງໃໝ່, ດ່ານລານຕຸ້ຍ ເມືອງຍອດອູ ແລະ ດ່ານປ່າຄາ ເມືອງບຸນເໜືອ.

ນອກຈາກນີ້, ອີກຫຼາຍແຂວງພາກສ່ວນທີ່ກ່ຽວຂ້ອງກໍາລັງຄົ້ນຄວ້າຢ່າງລະອຽດ ອີງຕາມຄວາມເໝາະສົມໃນການສັ່ງປິດດ່ານເພື່ອບໍ່ໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...