spot_img
Home​ຂ່າວບັນເທິງຕຽມພົບກັບ The wow laos season1 ກັບ 3 ນາງຟ້າ ແຫ່ງວົງການບັນເທີງລາວທີ່ຈະມາເປັນ Mantel

ຕຽມພົບກັບ The wow laos season1 ກັບ 3 ນາງຟ້າ ແຫ່ງວົງການບັນເທີງລາວທີ່ຈະມາເປັນ Mantel

Published on

The Wow Laos ? ລາຍການ Reality ເສັ້ນທາງການເປັນນາງແບບມືອາຊີບ??ໂດຍມີໂຈດທີ່ຫຼາກຫຼາຍຂອງວົງການບັນເທິງ ເຊິ່ງໄດ້ 3 ນາງຟ້າ ແຫ່ງວົງການບັນເທີງຜູ້ທີ່ເຕັມໄປດ້ວຍປະສົບການ ແລະ ຄວາມງາມເປັນເລີດ ມາເປັນ Mantel ນຳທີມໂດຍ

??ສາວນຸຖາ ອານຸຖາ ລາດລະວົງເລົາ @nutha ຜູ້ມີປະສົບການໃນວົງການບັນເທິງລາວຫຼາຍກວ່າ 10 ປີທີ່ມີຜົນງານທັງພິທີກອນ ການສະແດງ ຖ່າຍແບບ ແລະການເດີນແບບເທິງ Catwalk ງານນີ້ເຊື່ອວ່າຜູ້ເຂົ້າແຂ່ງຂັນຫຼາຍຄົນຄົງຈະຢາກຢູ່ #teamangelnutha ງານນີ້ນຸຖາຍີ້ມກິນ

??ສາວເລດີ້ ສຸດາພອນ ສີໄກພັກ @lady_skp ຜູ້ທີ່ໝັ້ນແລະສະຕຣອງໃນການເດີນແບບເພາະງານເດີນແບບຢູ່ໃນລາວເກືອບທຸກງານນາງບໍ່ເຄີຍພາດ ພ້ອມນີ້ຍັງໄດ້ໄປຮ່ວມງານກັບຕ່າງປະເທດອີກດ້ວຍ ເລື່ອງພິທີກອນກໍ່ບໍ່ໜ້ອຍໜ້າເພາະໄດ້ເປັນໜຶ່ງໃນ 4 ຂອງພິທີກອນລາຍການສະບາຍດີສຸດສັບປະດາເຊິ່ງເປັນລາຍການທີຄອງເຣດຕິ້ງອັນດັບຕົ້ນໆຂອງເມືອງລາວ ພ້ອມກັນນັ້ນນາງຍັງມີຜົນງານການສະແດງທີ່ລໍຖ້າເຂົ້າໂຮງສາຍເຖິງ 2 ເລື່ອງດ້ວຍກັນ#teamangellady ມາເຕັມ

??ສາວເບວ ມະຍຸລີ ຈັນທະລັງສີ @mayulybell24 ສາວໝັ້ນເກີນຮ້ອຍຜູ້ທີ່ເຕັມປ່ຽມໄປດ້ວຍປະສົບການໃນການປະກວດບໍ່ວ່າຈະເປັນເວທີ Miss Laos 2010, Miss Uleague 2012, Lao Super Model 2014 ແລະ ຍັງຖືກຍອມຮັບຈາກອໍກາໄນວ່າເປັນນາງແບບທີ່ສະຕຣອງອີກໜຶ່ງຄົນຂອງລາວເຮົາ #teamangelbell ສູ້ຕາຍ

ງານນີ້ຮັບຮອງວ່າດຸເດັດເຜັດຮ້ອນກັນແນ່ນອນ ແລະ ເຮົາມາຕິດຕາມນຳກັນວ່າໃຜຈະໄດ້ເປັນ ໃນວັນທີ່ 10 ກັນຍາ 2016 ເວລາ 19:30-20:30ໂມງ ທາງໂທລະພາບລາວສຕາຣ໌

 

ທີ່ມາຈາກ: Entzone Laostar

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...