spot_img
Homeຂ່າວການພັດທະນາຕົວເລກ GDP ດີ ບໍ່ໝາຍຄວາມວ່າຊີວິດການເປັນຢູ່ ຂອງປະຊາຊົນຈະດີຄືກັນ

ຕົວເລກ GDP ດີ ບໍ່ໝາຍຄວາມວ່າຊີວິດການເປັນຢູ່ ຂອງປະຊາຊົນຈະດີຄືກັນ

Published on

ການພັດທະນາເສດຖະກິດ-ສັງຄົມ ແມ່ນມີຄວາມ ໝາຍຄວາມສຳຄັນຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນຊຶ່ງໃນໄລຍະຜ່ານມາລັດຖະບານໄດ້ມີຄວາມພະຍາ ຍາມໃນການດຶງດູດເອົາ ການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາຫຼາຍ
ໂຄງການ ເຮັດໃຫ້ລວມຍອດຜະ ລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ ການເພີ່ມຂຶ້ນຂອງຈີດີພີແມ່ນບໍ່ສາມາດວັດແທກໄດ້ເຖິງຊີວິດການເປັນຢູ່ຂອງປະຊາ ຊົນ ເນື່ອງຈາກຕົວເລກລາຍໄດ້ແຫ່ງຊາດອາດຕ່ຳກວ່າຈີດີພີ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດໃນວັນທີ 31 ຕຸລາຜ່ານມາວ່າ: ເພື່ອຈັດຕັ້ງປະຕິບັດມະຕິ X ຂອງພັກທີ່ໄດ້ບົ່ງໄວ້ຢ່າງຈະແຈ້ງໃນການພັດທະນາປະເທດຕ້ອງເອົາເສດຖະກິດເປັນ ໃຈກາງ ດັ່ງນັ້ນລັດຖະບານໄດ້ພະຍາຍາມປັບປຸງຕົວເລກ ແລະທິດທາງໃນບາງດ້ານ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ຮອດປີ 2020 ກໍຄື ປີ 2017 ຊຶ່ງພວກເຮົາຕ້ອງຢູ່ໃນຄວາມເປັນຈິງໃນສະພາບການເສດຖະກິດ-ສັງຄົມ ຂອງປະເທດ ວ່າຢູ່ໃນລະດັບໃດຈະພັດທະນາໄປໃນ ຮູບແບບ ແລະທິດທາງອັນໃດ ເພື່ອໃຫ້ ແທດເໝາະກັບຕົວຈິງ, ບໍ່ເອົາຕົວເລກທີ່ກຳນົດໄວ້ມາເປັນທີ່ຕັ້ງແຕ່ຕ້ອງເບິ່ງ ຄວາມເປັນຈິງ.

ໃນແຜນໃໝ່ລັດຖະບານໄດ້ກຳນົດ ຕົວເລກການຂະຫຍາຍຕົວໃນປີ 2017 ແລະ 2018 ແມ່ນ 7%, 2019 ແມ່ນ 7,3% ແລະ7,5% ໃນປີ 2020 ຕົວ ເລກດັ່ງກ່າວ ສາມາດປະຕິບັດໄດ້ ລວມ ທັງໝົດ 7,2% ແຕ່ແນວໃດກໍດີ ຜົນຂອງ ລວມຍອດຜະລິດຕະພັນໃນພາຍໃນແມ່ນ ບໍ່ສາມາດວັດແທກໄດ້ຊີວິດການເປັນຢູ່ ຂອງປະຊາຊົນ ເນື່ອງຈາກຈີດີພີແມ່ນ ການເພີ່ມຂຶ້ນຈາກການເອົາໂຄງການລົງ ທຶນຕ່າງປະເທດມາຈົດທະບຽນໃນມູນ ຄ່າຕ່າງໆ ແຕ່ວ່າມັນໄປກະທົບການຜະ ລິດຂອງປະຊາຊົນທີ່ແທ້ຈິງເຮັດໃຫ້ບໍ່ມີ ລາຍຮັບ.

ທ່ານນາຍົກກ່າວວ່າ: ເພື່ອຮັບປະກັນ ໃຫ້ສະພາບການພັດທະນາເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວ ແລະມີການ ກະຈາຍລາຍໄດ້ສູ່ປະຊາຊົນລັດຖະບານ ໄດ້ມີບາງມາດຕະການຄຸ້ມຄອງດ້ານ ເສດຖະກິດມະຫາພາກໃຫ້ມີສະຖຽນລະ ພາບໝັ້ນທ່ຽງ ໂດຍປະຕິບັດນະໂຍບາຍ ມາດຕະການທາງດ້ານການເງິນ, ເງິນ ຕາໃຫ້ມີຄວາມກົມກຽວແລະເໝາະສົມ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍ ຕົວບໍ່ໃຫ້ຫຼຸດ 7%, ດ້ານການເງິນຈະໄດ້ ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ ນິຕິກຳກ່ຽວກັບພາສີ, ອາກອນຢ່າງໃກ້ ສິດສືບຕໍ່ຄົ້ນຄວ້າສະເໜີດັດແກ້ຕາມຄວາມເໝາະສົມເພື່ອຮັບປະກັນທາງດ້ານການ ຊຸກຍູ້ສົ່ງເສີມການລົງທຶນ, ການດຳເນີນ ທຸລະກິດ, ສືບຕໍ່ແກ້ໄຂການຊຳລະສະ ສາງງົບປະມານໃຫ້ມີສະພາບຄ່ອງຂຶ້ນ ເທື່ອລະກ້າວ, ຂຸດຄົ້ນແຫຼ່ງດຸນດຽງໃຫ້ ພຽງພໍ, ປະຕິບັດລາຍຈ່າຍງົບປະມານ ໃຫ້ໄດ້ຕາມແຜນ, ຊອກວິທີແກ້ໄຂການ ຊຳລະສະສາງໜີ້ສິນ ແລະພັນທະບັດໃຫ້ ໄດ້ຈຳນວນໜຶ່ງ, ຄຸ້ມຄອງອັດຕາດອກ ເບ້ຍເງິນຝາກ, ເງິນກູ້ຂອງທະນາຄານ ທຸລະກິດໃຫ້ເໝາະສົມ ເພື່ອຊຸກຍູ້ການຜະ ລິດ ແລະການເຄື່ອນໄຫວທຸລະກິດ, ຄຸ້ມ ຄອງສິນເຊື່ອໃຫ້ທຸລະກິດເພື່ອສົ່ງເສີມ ໃຫ້ມີ ການລົງທຶນຫຼາຍຂຶ້ນ ໂດຍສະເພາະ ສິນເຊື່ອແກ່ທຸລະກິດຂະໜາດນ້ອຍ ແລະ ກາງ, ຄຸ້ມຄອງລາຍຮັບຢ່າງມີປະສິດທິຜົນປະຕິຮູບກົນໄກເກັບລາຍຮັບໃຫ້ເປັນ ລະບົບນຳໃຊ້ເຄື່ອນມືທັນສະໄໝ.
ບົດຈາກ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...