spot_img
Homeຂ່າວພາຍ​ໃນຕີລາຄາຄືນວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດສົກປີ 2013-2014

ຕີລາຄາຄືນວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດສົກປີ 2013-2014

Published on

tue29apr5

ໃນຕອນເຊົ້າຂອງວັນທີ 28 ເມສາ 2014, ທີ່ສູນໄອຊີທີຊີ (ICTC) ຫຼັກ 5, ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມວຽກງານ ຖວທ ທົ່ວປະເທດ ປະຈຳສົກປີ 2013-2014 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສຈ. ດຣ ບໍ່ແສງຄຳ ວົງ ດາລາ, ກຳມະການສູນກາງ ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານລັດຖະ
ມົນຕີຊ່ວຍວ່າການກະຊວງ, ຫົວໜ້າຫ້ອງການ, ຫົວໜ້າພະ ແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວທົ່ວປະ ເທດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຈ.ດຣ ບໍ່ແສງຄຳ ວົງ ດາລາ ໄດ້ກ່າວຈຸດປະສົງຂອງ ການດຳເນີນກອງປະຊຸມວ່າ: ຈຸດປະສົງຕົ້ນຕໍແມ່ນຢາກໃຫ້ ທີ່ປະຊຸມພ້ອມກັນເບິ່ງໃຫ້ ເຫັນບັນຫາຕີລາຄາວຽກງານ ຖວທ ໃນປີທີ່ຜ່ານມາຢ່າງຖືກ ຕ້ອງ, ມີຄວາມເປັນເອກະ ພາບໃນການຕົກລົງທິດທາງ ເພື່ອພ້ອມກັນແກ້ໄຂບັນຫາ ໃຫ້ຖີ່ຖ້ວນ ແລະ ມີຄວາມຮັບ ຜິດຊອບສູງ, ມີຄວາມຕັດສິນ ໃຈສູ້ຊົນ ຊຸກຍູ້ວຽກງານ ຖວທ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ດີກວ່າເກົ່າ ແນໃສ່ເຮັດ ໃຫ້ການຈັດຕັ້ງປະຕິບັດແນວ ທາງທີ່ກຳນົດໄວ້ໃນມະຕິກອງ ປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງ ພັກຄັ້ງທີ 7 (ສະໄໝທີ VIII) ກ່ຽວກັບວຽກງານວັດທະນະ ທຳ-ສັງຄົມໃຫ້ມີໝາກຜົນຕົວ ຈິງນັບມື້ຫຼາຍຂຶ້ນ, ສ້າງພື້ນ ຖານອັນໜັກແໜ້ນໃຫ້ແກ່ ການພັດທະນາວຽກງານ ຖວທ ໃຫ້ມີຄວາມສຳເລັດຢ່າງ ຈົບງາມ, ເພາະວ່າວຽກງານ ຖວທ ແມ່ນວຽກງານພັດທະ ນາດ້ານຂໍ້ມູນຂ່າວສານ, ວັດ ທະນະທຳ-ສັງຄົມ ແລະ ການ ທ່ອງທ່ຽວ, ແມ່ນການສ້າງພື້ນ ຖານອະລິຍະທຳທາງດ້ານຈິດ ໃຈຂອງສັງຄົມ ເຊິ່ງເປັນປັດ ໄຈຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມ ແລະ ຂອງຊາດເຮົາໃຫ້ທຽບ ທັນກັນນາໆຊາດ ແລະ ໃຫ້ ສາມາດເຂົ້າຮ່ວມກັບກະແສ ຄວາມກ້າວໜ້າໃນຂະບວນ ການວິວັດແຫ່ງການພັດທະ ນາ ໃນໂລກໄດ້, ພ້ອມກັນນັ້ນ ທ່ານລັດຖະມົນຕີວ່າການກໍ່ ໄດ້ກ່າວໄຂກອງປະຊຸມຢ່າງ ເປັນທາງການ.
ໃນວາລະດຳເນີນກອງປະ ຊຸມນັ້ນ, ທ່ານ ບົວເງິນ ຊາພູວົງ
ຮອງເລຂາຄະນະພັກກະຊວງ ລັດຖະມົນຕີຊ່ວຍວ່າການກະ ຊວງ ຖວທ ກໍ່ໄດ້ຂຶ້ນຜ່ານບົດ ສະຫຼຸບວຽກງານ ຖວທ 1 ປີ 2012-2013 ແລະ ທິດທາງ ແຜນການໃນຕໍ່ໜ້າ 2013-2014. ພ້ອມນັ້ນຜູ້ແທນກອງ ປະຊຸມໃນແຕ່ລະແຂວງກໍ່ໄດ້ ພ້ອມກັນປະກອບຄຳເຫັນ ຂອງຕົນໃນທີ່ປະຊຸມຢ່າງມີ ຈຸດສຸມ, ມີຄວາມຮັບຜິດຊອບ ສູງ ແລະ ມີບັນຍາກາດອັນຟົດ ຟື້ນ. ກອງປະຊຸມດັ່ງກ່າວແມ່ນ ຈະດຳເນີນໄປພາຍໃນ 3 ວັນ ນັບແຕ່ວັນທີ 28-30 ເມສາ 2014, ໃນນັ້ນຈະໄດ້ທົບທວນ ສະພາບການຈັດຕັ້ງປະຕິບັດ ວຽກງານ ຖວທ ໄລຍະ 1 ປີ ຜ່ານມາສົກປີ 2012-2013 ແລະ ກຳນົດທິດທາງແຜນ ການວຽກງານ ຖວທ ໃນຕໍ່ໜ້າ ປີ 2014-2015.
ສ່ວນໃນຕອນບ່າຍກອງ ປະຊຸມຍັງໄດ້ຮັບຟັງການໂອ້ ລົມຂອງທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຜູ້ຊີ້ນຳຂົງເຂດວັດ ທະນະທຳ-ສັງຄົມ ເພື່ອເປັນ ທິດຊີ້ນຳເຍືອງທາງໃຫ້ການ ຈັດຕັ້ງປະຕິບັດວຽກງານ ຖວທ
ໃຫ້ໄດ້ຮັບປັບປຸງ ແລະ ຈັດຕັ້ງ ປະຕິບັດຢ່າງມີໝາກມີຜົນໃນ ຕໍ່ໜ້າ.

 

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...