spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫຼວດຫຼັກຊາວ ມ້າງແກ້ງນັກເລງໃຫຍ່

ຕຳຫຼວດຫຼັກຊາວ ມ້າງແກ້ງນັກເລງໃຫຍ່

Published on

ເມື່ອເວລາປະມານ 16:00 ໂມງ ຂອງວັນທີ 20 ຕຸລາ 2016 ທີ່ຜ່ານມາ ຫຼັງຈາກເກີດເຫດປຸ້ນຈີ້ເອົາລົດຈັກຂອງປະຊາຊົນໃນເສັ້ນທາງ 8A ເຂດ ບ້ານຫລັກເຈັດ ທາງໄປຫວຽດນາມ ທາງເຈົ້າໜ້າທີ່ວິຊາສະເພາະໃດ້ຕິດຕາມຜູ້ກໍ່ເຫດ ແລະ ສາມາດຈັບກຸມໂຈນຮ້າຍໃນວັນດຽວກັນນັ້ນ ເຊິ່ງໂຈນທີ່ຈັບໄດ້ມີທັງໝົດ 6 ຄົນ ຊື່ ທ້າວ ຂັນທອງ ຄະດີມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າ, ທ້າວ ສຸພາພອນ ຄະດີລັກຊັບພົນລະເມືອງ+ນັກເລງອັນຕະພານ, ທ້າວ ຫຳນ້ອຍ ຄະດີລັກຊັບ, ທ້າວ ສຸກສະຫວັນ ຄະດີລັກຊັບພົນລະເມືອງ, ທ້າວ ໄຊມີ ຄະດີຢາເສບຕິດ, ທ້າວ ກິນ້ອຍ ຄະດີຢາເສບຕິດ, ທ້າວ ດາລາ ຄະດີນັກເລງອັນຕະພາບ+ຢາເສບຕິດ

ຂະບວນການນີ້ມີການພົວພັນກັບສິ່ງຫຍໍ້ທໍ້ຫຼາຍບັນຫາເປັນຕົ້ນແມ່ນປຸ້ນຈີ້ຊິງຊັບຫຼາຍກໍລະນີ, ລັກຊັບພົນລະເມືອງ, ຄະດີພົວພັບກັບຢາເສບຕິດທັງເສບ ແລະ ມີໄວ້ໃນຄອບຄອງປະເພດຢາບ້າ ພ້ອມທັງເປັນນັກເລງອັນຕະພານ ເຊິ່ງໃນຕອນນີ້ທາງເຈົ້າໜ້າທີ່ຕຳຫຼວດໜ່ວຍງານວິຊາສະເພາະຂອງພື້ນທີ່ ໄດ້ຈັບກຸມ ແລະ ພວມດຳເນີນຄະດີຕໍ່ກຸ່ມຄົນຜູ້ກະທຳຄວາມຜິດຕໍ່ກົດໝາຍບ້ານເມືອງ

ຈາກນັກຂ່າວລາວໂພສປະຈຳເມືອງຄຳເກີດລາຍງານ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...