spot_img
Homeຂ່າວພາຍ​ໃນຍອດລົງທຶນທົ່ວສັງຄົມບັນລຸ 40 ພັນຕື້ກວ່າກີບ

ຍອດລົງທຶນທົ່ວສັງຄົມບັນລຸ 40 ພັນຕື້ກວ່າກີບ

Published on

ການລົງທຶນລວມທົ່ວສັງຄົມ ໃນໄລຍະ 10 ເດືອນຂອງສົກປີ 2015-2016 ທີ່ໄດ້ຈັດຕັ້ງປະຕິບັດນັບວ່າມີບາດກ້າວທີ່ດີສາມາປະຕິບັດໄດ້ມີມູນຄ່າສູງເຖິງ 41.825 ຕື້ກີບ ເພີ່ມຂຶ້ນ 21,2% ທຽບໃສ່ແຜນການກວມເອົາ 38% ຂອງ GDP ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ, ການຊ່ວຍ ເຫຼືອທາງການເພື່ອການພັດທະນາ (ODA) ແລະ ທຶນຈາກລະບົບເງິນຕາ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນໄດ້ລາຍງານຕໍ່ກອງປະຊຸມສະພາໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຂອງສົກປີ 2015-2016 ການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 41.825 ຕື້ກີບ, ເພີ່ມຂຶ້ນ 21,2%  ທຽບໃສ່ແຜນການ (ແຜນການ 34,5 ພັນຕື້ກີບ), ກວມເອົາ 38% ຂອງ GDP (ແຜນ 30% ຂອງ GDP) ຊຶ່ງປະ ກອບດ້ວຍ 4 ແຫຼ່ງທຶນສໍາຄັນຄື: 1) ໂຄງການລົງທຶນຂອງລັດສະເພາະທຶນພາຍ ໃນປະຕິບັດໄດ້ 2.941 ຕື້ກີບເທົ່າກັບ  89% ຂອງແຜນການ (3,3 ພັນຕື້ກີບ) ການແກ້ໄຂໜີ້ສິນໂຄງການລົງທຶນຂອງ ລັດທີ່ສໍາເລັດແລ້ວມີຈໍານວນທັງໝົດ 986 ໂຄງການ (ສໍາລັບໂຄງການສໍາ ເລັດ 100% ແລະສິ້ນສຸດສັນຍາ) ມູນຄ່າລວມແມ່ນ 5.662 ຕື້ກີບ, ຊຶ່ງໄດ້ຮັບ ການຊຳລະແລ້ວ 2.550 ຕື້ກີບເທົ່າກັບ 45% ຂອງມູນຄ່າໜີ້ສິນທັງໝົດ, ຍັງ ຄ້າງຊໍາລະກ່ອນສົກປີ 2015-2016 ມູນຄ່າ 3.112 ຕື້ກີບ, ນອກຈາກນີ້ ຍັງ ມີໜີ້ສິນຈາກໄພພິບັດອີກຈໍານວນໜຶ່ງ ປະຈຸບັນກະຊວງແຜນການ ແລະການ ລົງທຶນກໍາລັງປະສານກັບຂະແໜງການ ແລະທ້ອງຖິ່ນສັງລວມ ແລະກວດຄືນເພື່ອຂຶ້ນແຜນຊໍາລະສະສາງໃນໄລຍະ ຂ້າມຜ່ານນີ້ ເພື່ອເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມມີຄວາມຄ່ອງຕົວຂຶ້ນ ກວ່າເກົ່າ.

ສະນັ້ນ ໃນໄລຍະຂ້າມຜ່ານ (ເດືອນ 10,11,12 ປີ 2016), ລັດຖະບານຈະສຸມໃສ່ແກ້ໄຂໜີ້ສິນໂຄງການທີ່ປະຕິບັດສໍາເລັດແລ້ວ 100% ແລະສິ້ນສຸດສັນຍາລວມທັງໜີ້ສິນຈາກໂຄງການໄພພິບັດນັບແຕ່ປີ 2015 ຄືນຫຼັງກ່ອນ, ສ່ວນໜີ້ສິນທີ່ເກີດຂຶ້ນໃນປີ 2016 ຈະໄດ້ແກ້ໄຂໃນເພດານ 35% ຂອງແຜນການລົງທຶນ ປີ 2017 ແລະລັດຖະບານ ຈະໄດ້ສືບຕໍ່ລະດົມທຶນໃຫ້ໄດ້ຫຼາຍຂຶ້ນ ເພື່ອສືບຕໍ່ແກ້ໄຂໜີ້ສິນໃຫ້ໄດ້ໂດຍພື້ນຖານ.

ສ່ວນການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດ ເຕີບໂຕຢ່າງຕໍ່ເນື່ອງ ຊຶ່ງໃນສົກປີນີ້ອະນຸມັດທັງໝົດ 1.222 ໂຄງການມູນຄ່າ 3,1 ພັນລ້ານກວ່າໂດລາສະຫະລັດ ເທົ່າກັບ 25,5 ຕື້ກວ່າກີບ (ທຶນຈົດທະບຽນ ທັງໝົດ) ລື່ນແຜນ 36% (ແຜນການ 2.305 ລ້ານໂດລາ) ແຕ່ການນໍາທຶນ ເຂົ້າຕົວຈິງໂດຍຜ່ານລະບົບທະນາຄານ ມີພຽງແຕ່ 883,7 ລ້ານໂດລາ ນອກນັ້ນ ຍັງມີທຶນຊ່ວຍເຫຼືອທາງການເພື່ອພັດທະນາ (ODA) ເປັນແຫຼ່ງທຶນທີ່ສໍາຄັນໃນ ການປະກອບສ່ວນພັດທະນາໂດຍສະ ເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມ ໃນປີຜ່ານມາປະຕິບັດໄດ້ທັງໝົດ 351 ໂຄງການ ເທົ່າກັບ 688,10 ລ້ານໂດລາ ປະມານ ຫຼື ເທົ່າກັບ 5,6 ພັນຕື້ກວ່າກີບ ເທົ່າກັບ 99% ຂອງແຜນການປີ (695 ລ້ານໂດລາສະຫະລັດ) ແລະແຫຼ່ງທຶນສຸດ ທ້າຍແມ່ນທຶນຈາກລະບົບເງິນຕາມາຮອດເດືອນມິຖຸນາ 2016 ສິນເຊື່ອທົ່ວລະບົບທະນາຄານເພີ່ມຂຶ້ນ 7.728 ຕື້ກີບ, ສະພາບການເຄື່ອນໄຫວຂອງຕະຫຼາດຫຼັກຊັບລາວເຫັນວ່າມີບໍລິສັດເຂົ້າ ຈົດທະບຽນເພີ່ມຈາກ 4 ເປັນ 5 ບໍລິສັດ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...